ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ການລັກພາໂຕ ນາຍົກ ແມ່ນເປັນແຜນກໍ່ ລັດຖະປະຫານ ຢູ່ ລີເບຍ (ວີດີໂອ)


ນາຍົກລັດຖະມົນຕີ ລີເບຍ (ຂວາ) ກໍາລັງຖະແຫລງຕໍ່ບັນດານັກຂ່າວ
ຫລັງຈາກທ່ານໄດ້ຖືກປ່ອຍໂຕ.
ນາຍົກລັດຖະມົນຕີ ລີເບຍ (ຂວາ) ກໍາລັງຖະແຫລງຕໍ່ບັນດານັກຂ່າວ ຫລັງຈາກທ່ານໄດ້ຖືກປ່ອຍໂຕ.
ນາຍົກລັດຖະມົນຕີລີ​ເບຍ ກ່າວ​ວ່າ ການ​ລັກພາ​ໂຕ​ທ່ານ​ໄປເປັນ
​ເວລາ​ສັ້ນໆ​ນັ້ນ ກໍ​ຄື​ການ​ພະຍາຍາມໂຄ່ນ​ລົ້ມ​ລັດຖະບານ ​ແຕ່​ບໍ່
​ປະສົບ​ຄວາມ ສຳ​ເລັດ.

ຢູ່​ໃນ​ກອງ​ປະຊຸມ​ນັກ​ຂ່າວ​ໃນ​ວັນ​ສຸກ​ວານ​ນີ້ທີ່​ກຸງ Tripoli ນາຍົກ
ລັດຖະມົນຕີ Ali Zidan ​ປະນາມ​ບັນດາ​ຜູ້​ລັກພາ​ໂຕ​ທ່ານ ໂດຍ​
ກ່າວ​ວ່າ ການ​ຈັບ​ໂຕ​ທ່ານ​ໄປ​ນັ້ນ ແມ່ນເປັນ​ພາກ​ສ່ວນນຶ່ງ ຂອງ​
ແຜນການ ​ໃນ​ຂອບ​ເຂດ​ທີ່​ກວ້າງຂວາງ ​ຂອງຄູ່​ແຂ່ງ​ການ​ເມືອງ
ຂອງ​ທ່ານ ທີ່​ຈະ​ທັບ​ມ້າງ​ລັດຖະບານ.

ພວກ​ທີ່​ສົງ​ໄສລັກພາ​ໂຕ​ໃນ​ຄັ້ງນີ້ ​ຄືອ​ະດີດກຸ່ມ​ກະບົດ ຊຶ່ງ​ໃນປັດຈຸ​
ບັນ​ນີ້ ​ກໍເປັນ​ພາກສ່ວນນຶ່ງ​ຂອງ​ລັດຖະບານ ​ໄດ້​ກ່າວ​ວ່າ ​ເຂົາ​ເຈົ້າ​ໄດ້​ເຮັດ​ໄປ ເພື່ອ​ເປັນ​ການ​ຕອບ​ໂຕ້​ຕໍ່ການ​ປະຕິບັດ​ງານ​ຂອງກໍາລັງ​ພິ​ເສດ​ສະຫະລັດ ທີ່ໄດ້​ຈັບເອົາ​ທ້າວ Abu Anas al-Libi ​ທີ່​ສົງ​ໄສ​ເປັນ​ຜູ້ນຳ​ຂອງ​ກຸ່ມ​ກໍ່ ການ​ຮ້າຍ​ອາລກາ​ອີ​ດາຢູ່​ທີ່​ກຸງ Tripoli ​ໄປ​ນັ້ນ. ​ເຂົາ​ເຈົ້າ​ກ່າວ​ວ່າ ​ເຂົາ ​ເຈົ້າ​ເສຍ​ໃຈ​ທີ່ລັດຖະບານ ​ໄດ້​ອະນຸຍາດ​ການ​ບຸກ​ເຂົ້າ​ໄປ​ຈັບ​ໂຕ​ຂອງສະ ຫະລັດ ດໍາ​ເນີນການ​ຕໍ່​ໄປ​ໄດ້ ຫລັງ​ຈາກ​ໄດ້​ຖືກເຕືອນ​ກ່ອນ​ແລ້ວ.

​ແຕ່​ບັນດາ​ຜູ້​ຊ່ວຍ​ນາຍົກລັດຖະມົນຕີ Zidan ກ່າວ​ວ່າ ​ແຜນການ​ໄດ້​ແຕກ​ຫລາຍ​ມື້ກ່ອນ
ນັ້ນ ​ແລະ​ພົວພັນ​ກັບ​ຜູ້​ແທນ​ອະ​ວຸ​ໂສ ຂອງລີ​ເບຍ ຈໍານວນ​ນຶ່ງ.

ທ່ານ Zidan ອະດີ​ດນັກ​ກົດໝາຍດ້ານສິດທິ​ມະນຸດ ​ໄດ້​ຮັບ​ໃຊ້​ເປັນ​ເວ ລາສັ້ນໆ ​ຢູ່​ໃນ​ຄະນະ​ນັກການ​ທູດ ຂອງ​ອະດີດ​ຜູ້​ນໍາ​ລີ​ເບຍ ທ່ານ Moammar Gadhafi ກ່ອນ​ຈະໜີ​ໄປ​ລີ້​ໄພ​ຢູ່ ຢູ​ໂຣບ ​ໃນ​ປີ 1980. ທ່ານ ​ໄດ້​ຖືກ​ປ່ອຍ​ໂຕ ​ຈາກເຮືອນ​ຕ້ອນຮັບ​ ໃນ​ກຸງ​ Tripoli ບ່ອນທີ່​ທ່ານ​ໄດ້​ຖືກ​ກັກ​ຂັງ​ໄວ້​ ພຽງ​ແຕ່​ຫົກ​ຊົ່ວ​ໂມງເທົ່າ​ນັ້ນ ຫຼັງຈາກ​ໄດ້​ຖືກ​ຈັບ​ໂຕ ​ໂດຍ​ພວກ​ທະຫານ​ບ້ານ ທີ່​ເປັນ​ຄູ່​ປໍ​ລະ​ປັກ ຈາກ​ສອງເຂດ​ໃນ​ກຸງ Tripoli.

lybia
please wait
Embed

No media source currently available

0:00 0:00:33 0:00
XS
SM
MD
LG