ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ພັກການເມືອງຕ່າງໆ ຂອງລີເບຍ ພົບປະກັນ ໃນວັນຈັນມື້ນີ້ ທີ່ອາລຈີເຣຍ


ນັກຕໍ່ສູ້ຈາກເມືອງ Misrata ຄົນນີ້ ນັ່ງຢູ່ເທິງຫຼັງຄາລົດ ຢູ່ໃກ້ໆກັບເມືອງ Sirte ວັນທີ 16 ມີນາ 2015.
ນັກຕໍ່ສູ້ຈາກເມືອງ Misrata ຄົນນີ້ ນັ່ງຢູ່ເທິງຫຼັງຄາລົດ ຢູ່ໃກ້ໆກັບເມືອງ Sirte ວັນທີ 16 ມີນາ 2015.

ພວກ​ພັກ​ການ​ເມືອງ​ຕ່າງໆ​ຂອງ​ລີ​ເບຍ ມີກຳນົດພົບ​ປະກັນ​
ໃນ​ວັນ​ຈັນມື້​ນີ້​ ທີ່​ອາລຈີ​ເຣຍ ຂະນະ​ທີ່​ທ່ານ John Kerry
ລັດຖະມົນຕີ​ການ​ຕ່າງປະ​ເທດ​ສະຫະລັດ ​ແລະ​ບັນດາ​ຄູ່​ຕຳ
​ແໜ່​ງຈາກ​ປະ​ເທດ​ໃນ​ຢູ​ໂຣບ ຮຽກຮ້ອງ​ໃຫ້​ພວກ​ພັກ​ການ​
ເມືອງ​ທີ່​ເປັນ​ຄູ່​ປໍ​ລະ​ປັກ​ກັນ ​ເສັດ​ສິ້ນ​ການຈັດ​ຕັ້ງ​ຄະນະລັດ
ຖະບານ​ສາມັກຄີ​ຊາດ​ຂຶ້ນ ​ແລະ​ຍຸດຕິ​ຄວາມ​ຮຸນ​ແຮງ ທີ່​ຍັງ
​ມີ​ຢູ່​ຕໍ່ມາ ນັບ​ຕັ້ງ​ແຕ່​ອະດີດ​ຜູ້ນຳ Moammar Gadhafi
ຖືກໂຄ່ນ​ລົ້ມ​ອອກຈາກ​ຕຳ​ແໜ່​ງ​ເປັນ​ຕົ້ນ​ມາ.

​ໃນ​ຖະ​ແຫຼ​ງການ​ຮ່ວມ​ສະບັບ​ໜຶ່ງ​ໃນ​ວັນ​ອາທິດ​ວານ​ນີ້ ທ່ານ
​ແຄຣີ ​ແລະ​ບັນດາ​ລັດຖະມົນຕີ​ຕ່າງປະ​ເທດ​ຂອງ​ອັງກິດ ຝຣັ່ງ
​ເຢຍຣະມັນ ອີ​ຕາ​ລີ ​ແລະ​ສະ​ເປ​ນ ​ໄດ້​ສະ​ແດງ​ຄວາມ​ຍິນ​ດີ​ນຳ​ການ​ພົບ​ປະ​ຫາລື​ກັນ​ໃນ​ວັນ
ຈັນ​ມື້​ນີ້ ​ແລະ​ການ​ພົບ​ປະກັນ​ພາຍ​ໃຕ້​ການ​ນຳພາ​ຂອງ​ສະຫະ​ປະຊາ​ຊາດ​ ໃນວັນ​ພຸດ​ສັບ
ປະດາ​ນີ້ ທີ່​ໂມຣົກ​ໂກ ນັ້ນ.

ບັນດາ​ລັດຖະມົນຕີ​ຕ່າງປະ​ເທດ​ເຫຼົ່າ​ນີ້ ຮຽກຮ້ອງ​ໃຫ້​ຢຸດ​ການ​ໂຈມ​ຕີ​ທາງອາກາດ​ ​ແລະ
​ການ​ສູ້​ລົບ​ກັນ​ທາງ​ພາກ​ພື້ນ​ດິນ​ໃນ​ລີ​ເບຍ ໂດຍ​ທັນທີ ຊຶ່ງ​ຢູ່​ທີ່​ນັ້ນ ລັດຖະບານ​ທີ່​ຕັ້ງຕົນ​ຂຶ້ນ​ມາ​ແຂ່ງກັນ​ ໄດ້​ປະ​ທະ​ກັນ​ມາ​ເພື່ອ​ຍາດແຍ່ງ​ອຳນາດ​ກັນ ​ແລະ​ຂົ່ມ​ຂູທີ່​ຈະ​ລົງ​ໂທດພວກ​ທີ່​ກຳລັງຂົ່ມຂູ່​ຕໍ່ສັນຕິພາບ​ແລະ​ຄວາມ​ໝັ້ນຄົງ​ຂອງ​ປະ​ເທດ​ຢູ່ ​ໃນ​ເວລາ​ນີ້.

ບັນດາ​ລັດຖະມົນຕີ​ເຫຼົ່າ​ນີ້ ກ່າວ​ວ່າ “ບັດ​ນີ້ ​ເຖິງ​ເວລາແລ້ວ ທີ່ໝົດ​ທຸກ ພັກ​ຝ່າຍ​ຢູ່​ໃນ​
ລີ​ເບຍ​ ຈະ​ຕ້ອງກ້າວໄປ​ຂ້າງ​ໜ້າ ໃນ​ຈິດ​ໃຈ​ແຫ່ງ​ຄວາມ​ປະນີປະນອມກັນ. ການ​ຊັກ
​ຊ້າ​ໄປ​ຕື່ມ​ອີກ​ໃນ​ການ​ບັນລຸ​ຂໍ້​ຕົກລົງ​ທາງ​ດ້ານ​ການ​ເມືອງ​ກັນ ພຽງ​ແຕ່​ຈະ​ສ້າງ​ຄວາມ​ແຕກ​ແຍກ​ໃຫ້​ເລິກ​ຂຶ້ນ​ໃນ​ສັງຄົມ​ຂອງ​ລີ​ເບຍ ​ແລະເຮັດໃຫ້ພວກ​ທີ່​ພະຍາຍາມ​ຫາ
​ຜົນ​ກຳ​ໄລ​ຈາກ​ບັນຫາ​ຂັດ​ແຍ້​ງທີ່​ພວມດຳ​ເນີນ​ໄປ​ຢູ່​ນີ້ ກ້າຫານ​ຍິ່ງ​ຂຶ້ນ​ໄປ​ອີກ.”

ຖະ​ແຫຼ​ງການ​ສະບັບ​ດັ່ງກ່າວ ຍັງ​ໄດ້​ເນັ້ນ​ເຖິງ​ການ​ຂົ່ມຂູ່​ຂອງ​ການ​ກໍ່​ການ​ຮ້າຍ​ໃນ​ລີ​ເບຍ ​ໂດຍ​ກ່າວ​ວ່າ ພວກ​ຫົວ​ຮຸນ​ແຮງ​ຢູ່​ທີ່​ນັ້ນ​ກຳລັງສວຍ​ໂອກາດ ໃຊ້​ຄວາມ​ບໍ່​ທຸ່ນ​ທ່ຽງ​ດ້ານ​ການ​ເມືອງຢູ່​ທີ່​ນັ້ນ ​ສ້າງ​ຄວາມ​ເຈັບ​ປວດທັງ​ຢູ່​ພາຍ​ໃນ ​ແລະນອກ​ລີ​ເບຍ​.

ພວກ​ຫົວ​ຮຸນ​ແຮງ​ລັດ​ອິສລາມ ​ໄດ້​ອ້າງ​ເອົາ​ຄວາມ​ຮັບຜິດຊອບ​ ສຳຫລັບ​ການ​ໂຈມ​ຕີ​ໃນ​ວັນ​ອາທິດ​ວານ​ນີ້ ​ຕໍ່​ສະຖານທູດ​ເກົາຫຼີ​ໃຕ້​ຢູ່​ນະຄອນຫຼວງ​ຕຣີ​ໂປ​ລີ ທີ່​ໄດ້​ເອົາ​ຊີວິດ​ຜູ້​ຄົນ​ໄປ 2 ຄົນ​ນັ້ນ. ​ໃນ​ວັນ​ຈັນ​ມື້​ນີ້ ລະ​ເບີດ​ລູກໜຶ່ງ ກໍ​ໄດ້​ແຕກ​ຂຶ້ນ​ຢູ່​ນອກ​ສະຖານທູດ​ໂມຣົກ​ໂກ ​ໃນ​ຕຣີ​ໂປ​ລີນັ້ນ.

XS
SM
MD
LG