ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ລັດຖະສະພາ ລີເບຍ ປະຕິເສດ ຕໍ່ລັດຖະບານ ​ສາມັກຄີ​ຊາດ ທີ່​ສ້າງຕັ້ງຂຶ້ນ ໂດຍ ສປຊ


Mohammed Chouaib (ຊ້າຍ) ຫົວໜ້າຄະນະຜູ້ແທນ ລັດຖະບານ ທີ່ ສປຊ ຮັບຮູ້ ກຳລັງຢູ່ທີ່ເມືອງ Tobruk,ໃນພາກຕາເວັນອອກ ຂອງລິີເບຍ.
Mohammed Chouaib (ຊ້າຍ) ຫົວໜ້າຄະນະຜູ້ແທນ ລັດຖະບານ ທີ່ ສປຊ ຮັບຮູ້ ກຳລັງຢູ່ທີ່ເມືອງ Tobruk,ໃນພາກຕາເວັນອອກ ຂອງລິີເບຍ.

ລັດຖະສະພາ​ຂອງ​ລີ​ເບຍ ທີ່​ຮັບ​ຮູ້​ໂດຍນາໆ​ຊາດ​ ​ໄດ້ປະຕິ​ເສດຕໍ່​ລັດຖະບານ​ສາມັກຄີ​ຊາດທີ່​ສ້າງຕັ້ງຂຶ້ນໂດຍອົງການ​ສະຫະ​ປະຊາ​ຊາດທີ່​ເປັນ​ຄູ່​ປໍ​ລະ​ປັກຂອງ​ກຸ່ມ​ອິສລາມຫົວ​ຮຸນ​ແຮງໃນ ວັນ​ຈັນ​ວານ​ນີ້.

ສະມາຊິກ​ສະພາ 89 ຂອງຈຳນວນ​ທັງ​ໝົດ 104 ຄົນ ທີ່​ໄດ້​ເຂົ້າ​ຮ່ວມກອງ​ປະຊຸມໃນວັນ​ຈັນ​ວານ​ນີ້ ທີ່​ເມືອງ Tobruk ໄດ້ລົງຄະແນນສຽງປະຕິເສດຕໍ່ແຜນການສັນຕິພາບຂອງອົງການ ສະຫະປະຊາຊາດ ແລະທວງໃຫ້ມີການຍື່ນ​ຂໍ້ສະເໜີໃໝ່ ພາຍໃນ 10 ວັນ.

ມີຢ່າງນ້ອຍນຶ່ງມີສະມາຊິກສະພານຶ່ງ​ຄົນໄດ້ກ່າວວ່າ ຄະນະ​ລັດຖະບານ​ແມ່ນແມ່ນໃຫຍ່ໂພດ ແລະວ່າທາງລັດຖະສະພາຍິນ​ດີ ທີ່​ຈະ​ພິຈາລະນາ​ຄະນະ​ລັດຖະບານທີ່​ນ້ອຍ​ກວ່າ​ນີ້.

ນອກ​ນັ້ນ ພວກເຂົາເຈົ້າຍັງ​ໄດ້​ຄັດຄ້ານ​ຕໍ່​ມາດຕາ​ນຶ່ງ ທີ່​ອະນຸຍາດ​ໃຫ້​ ລັດຖະບານ​ສາມັກຄີ​ຊາດ ປົດ​ຜູ້​ບັນຊາ​ການ​ທາງ​ທະຫານ. ພວກເຂົາເຈົ້າໄດ້ກ່າວວ່າ ພວກເຂົາເຈົ້າຢ້ານກົວທີ່ວ່າ ມັນອາດຈະເປັນການປົດຜູ້ບັນຊາການທະຫານ ທ່ານ Khalifa Hifter ຜູ້ຊຶ່ງບໍ່ໄດ້ມີຄວາມ
ລັບແຕ່ຢ່າງໃດ ກ່ຽວກັບການໝິ່ນປະໝາດຕໍ່ພວກລັດອິສລາມຫົວ​ຮຸນ​ແຮງ​ນັ້ນ.

ເຈົ້າໜ້າທີ່ຂອງອົງການ​ສະຫະ​ປະຊາ​ຊາດ ຜູ້ຊຶ່ງທຳການເຈລະຈາກ່ຽວກັບການ​ສ້າງຕັ້ງລັດ ຖະບານ​ສາມັກຄີ​ຊາດກ່າວວ່າ ພວກເຂົາເຈົ້າຈະສືບຕໍ່ປຶກສາກັບທັງສອງຝ່າຍແລະ “ໃຫ້ຂັ້ນ
ຕອນຕ່າງໆນັ້ນດຳເນີນໄປຕາມທິດ​ທາງຂອງມັນ.”

ລີເບຍ ໄດ້ຖືກແບ່ງອອກເປັນສອງ​ເຂດການປົກຄອງ ​ຄື​ກຸ່ມນຶ່ງແມ່ນຢູ່​ເມືອງ Tobruk ແລະລັດຖະບານ Tripoli ທີ່​ໄດ້​ຮັບ​ການໜຸນຫຼັງຈາກ​ພວກອິສລາມຫົວ​ຮຸນ​ແຮງ.

ສະຫະລັດ ​ແລະ​ບັນດາ​ປະ​ເທດ​ອື່ນໆ ມີ​ຄວາມ​ເປັນ​ຫ່ວງ​ກັງວົນ​ວ່າ ການ​ຂັດ​ແຍ້​ງ​ທາງ​ການ​ເມືອງ​ນີ້ ຈະເປີດຊ່ອງ​ຫວ່າງ​ໃຫ້​ແກ່​ກຸ່ມ​ລັດອິສລາມແລະ​ພວກ​ຫົວ​ຮຸນ​ແຮງ​ອື່ນໆ ຊຶ່ງຈະ​ກາຍ ເປັນ​ໄພ​ຂົ່ມຂູ່​ທີ່​ຮ້າຍ​ແຮງ​ຂຶ້ນຕື່ມ.

ລີ​ເບຍ ​ໄດ້ເກີດ​ຄວາມ​ສັບ​ສັນ​ວຸ້ນວາຍ ນັບ​ຕັ້ງແຕ່ຈອມຜະ​ເດັດ​ການ Moammar Gadhafi
ທີ່​ກຳ​ອຳນດມາເປັນ​ເວລາ​ຍາວ​ນານນັ້ນ​ ຖືກ​ໂຄ່ນ​ລົ້ມ ​ໃນ​ປີ 2011.

XS
SM
MD
LG