ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ລີເບຍເຄື່ອນໄຫວ ເພື່ອຍຸບ ພວກກຸ່ມທະຫານບ້ານ ຫົວຮຸນແຮງຕ່າງໆ


ນາຍົກລັດຖະມົນຕີລີເບຍ ທ່ານ Abdurrahim El-Keib (ຂວາ) and ປະທານສະພາແຫ່ງຊາດ Mohammed Magarief ເຂົ້າຮ່ວມກອງປະຊຸມ ໃນເມືອງຫຼວງ Tripoli.
ນາຍົກລັດຖະມົນຕີລີເບຍ ທ່ານ Abdurrahim El-Keib (ຂວາ) and ປະທານສະພາແຫ່ງຊາດ Mohammed Magarief ເຂົ້າຮ່ວມກອງປະຊຸມ ໃນເມືອງຫຼວງ Tripoli.
ທາງການທະຫານຂອງລີເບຍ ກ່າວວ່າ ຕົນໄດ້ເຂົ້າບຸກຄ້າຍຂອງ
ພວກທະຫານບ້ານ ຫລາຍໆແຫ່ງ ຢູ່ໃນເມືອງຫຼວງ Tripoli
ແລະເຂດອ້ອມແອ້ມ ຫຼັງຈາກທີ່ຜູ້ນໍາຮັກສາການຊົ່ວຄາວຂອງ
ປະເທດ ໄດ້ມີຄໍາສັ່ງໃຫ້ຍຸບກຸ່ມທະຫານບ້ານທັງໝົດ ທີ່ບໍ່ໄດ້ຮັບ
ອະນຸຍາດນັ້ນ.

ການເຂົ້າບຸກໄດ້ມີຂຶ້ນໃນວັນອາທິດວານນີ້ ຫຼັງຈາກທີ່ປະທານ
ສະພາແຫ່ງຊາດ ທ່ານ Mohammed el-Magarief ປະຕິຍານ
ທີ່ຈະສະລາຍຕົວກຸ່ມທະຫານບ້ານ ແລະຄ້າຍທະຫານທັງໝົດ
ທີ່ປະຕິບັດງານຢູ່ອອກນອກການຄວບຄຸມຂອງລັດຖະບານນັ້ນ.

ໃນວັນເສົາແລ້ວນີ້ ພວກເຈົ້າໜ້າທີ່ໄດ້ເຂົ້າຄວບຄຸມຄ້າຍຂອງ
ພວກທະຫານບ້ານໃນເມືອງBanghazi ທາງພາກຕາເວັນອອກ
ລຸນຫຼັງການຕໍ່ສູ້ກັນ ທີ່ພາໃຫ້ມີ 11 ຄົນເສຍຊີວິດ ແລະຫຼາຍກວ່າ 60 ຄົນໄດ້ຮັບບາດເຈັບ.

ການປະທະກັນໃນມື້ວັນເສົາ ຢູ່ຂ້າງນອກຂອງຄ້າຍຂອງພວກກຸ່ມຫົວຮຸນແຮງທີ່ຕໍ່ສູ້
ສົງຄາມສັກສິດ ຫລື Jihad ນັ້ນ ແມ່ນຕິດຕາມມາ ຫຼັງຈາກການປະທ້ວງຂະໜາດໃຫຍ່ ໃນວັນສຸກຜ່ານມານີ້ ທີ່ມີຊາວລີເບຍຫາຍໝື່ນຄົນ ພາກັນເດີນຂະບວນປະທ້ວງໃນ
ເມືອງ Banghazi ຮຽກຮ້ອງໃຫ້ຍຸບພວກກຸ່ມຫົວຮຸນແຮງ.

ພວກປະທ້ວງໄດ້ຂັບໄລ່ພວກກຸ່ມຫົວຮຸນແຮງ Ansar al-Shariah ອອກຈາກສໍານັກງານ ໃຫຍ່ຂອງພວກ ເຂົາ ແລະໄດ້ເຂົ້າຍຶດຄ້າຍຂອງ ກຸ່ມປະກອບອາວຸດອື່ນໆ ໃນເມືອງ Banghazi ນໍາ.

ເຊື່ອກັນວ່າ ກຸ່ມ Ansar al-Shariah ໄດ້ມີສ່ວນພົວພັນນໍາການໂຈມຕີໃນຕົ້ນເດືອນນີ້
ຕໍ່ສະຖານກົງສູນຂອງສະຫະລັດ ໃນເມືອງ Banghazi ທີ່ໄດ້ສັງຫານຊາວອາເມຣິກັນ 4 ຄົນ ຮວມທັງເອກອັກຄະລັດຖະທູດອາເມຣິກາປະຈໍາລີເບຍ ທ່ານ Christopher Stevens.

ກຸ່ມດັ່ງກ່າວໄດ້ປະຕິເສດຕໍ່ການກ່າວຫາທີ່ວ່ານີ້.
XS
SM
MD
LG