ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສະຫະລັດສົ່ງກໍາປັ່ນລົບ 2 ລໍາໄປຍັງນ່ານນໍ້າ ນອກຝັ່ງທະເລລີເບຍ


ທ່ານ Robert Gates ລັດຖະມຸນຕີປ້ອງກັນປະເທດສະຫະລັດ
ທ່ານ Robert Gates ລັດຖະມຸນຕີປ້ອງກັນປະເທດສະຫະລັດ

ເຮືອ​ສະ​ເທີນ​ນໍ້າ​ສະ​ເທີນບົກ​ໂຈມ​ຕີ​ຂອງ​ສະຫະລັດ 2 ລໍາ​ໄດ້​ແລ່ນເຂົ້າ​ໄປ​ໃນ​ຄອງ Suez ຂອງ​ອີ​ຈິບ​ແລ້ວ​ເພື່ອ​ມຸ້ງ​ໜ້າ​ໄປ​ຍັງ​ນ່ານນໍ້າ​ນອກ​ຝັ່ງ​ທະ​ເລຂອງ​ລີ​ເບຍ ​ໃນ​ຂະນະ​ທີ່​ສະຫະລັດ​ສືບ​ຕໍ່​ທໍາ​ຄວາມ​ກົດ​ດັນ​ຕໍ່​ທ່ານ Moammar Gadhafi ຜູ້​ນໍາ​ລີ​ເບຍ​ເພື່ອ​ໃຫ້​ຢຸດ​ເຊົາ​ທໍາ​ການ​ປາບ​ປາມ​ທັບ​ມ້າງການ​ລຸກ​ຮື​ຂຶ້ນ​ຂອງ​ພວກ​ຝ່າຍ​ຄ້ານ​ນັ້ນ.

ບັນດາ​ເຈົ້າ​ໜ້າ​ທີ່​ຄວບ​ຄຸມ​ຄອງ Suez ກ່າວ​ວ່າ ​ເຮືອ​ສະ​ເທີນ​ນໍ້າ​ສະ​ເທີນ​ບົກ USS Ponce ​ແລະ USS Kearsarge ​ໄດ້​ແລ່ນ​ເຂົ້າ​ໄປ​ໃນ​ປາກ​ຄອງ Suez ​ດ້ານໃຕ້​ໃນ​ເຊົ້າ​ວັນ​ພຸດ​ມື້​ນີ້​ຕາມ​ເວລາ​ໃນ​ທ້ອງ​ຖິ່ນແລະ​ຄາດ​ວ່າ ຈະ​ອອກ​ໄປຮອດ​ທະ​ເລ Mediterranean ໃນ​ແລງ​ມື້​ນີ້.

ທ່ານ Robert Gates ລັດຖະມຸນຕີ​ປ້ອງ​ກັນ​ປະ​ເທດ​ສະຫະລັດ ກ່າວ​ໃນ​ວັນ​ອັງຄານ​ວານ​ນີ້​ວ່າ ທ່ານ​ໄດ້​ສັ່ງ​ໃຫ້ເຮືອ​ລົບທັງ 2 ລໍາ​ນີ້​ໄປ​ປະ​ຈໍາ​ຢູ່​ນອກ​ຝັ່ງ​ທະ​ເລ​ຂອງ​ລີ​ເບຍ​ໃນ​ກໍລະນີ​ທີ່​ມີ​ຄວາມ​ຕ້ອງການ​ສໍາລັບ​ການ​ອົບ​ພະຍົບຜູ້​ຄົນ​ໃນ​ພາວະ​ສຸກ​ເສີນ​ຫລື​ການ​ຊ່ອຍ​ເຫລືອ​ບັນ​ເທົາ​ທຸກ​ທາງດ້ານມະນຸດສະທຳ​ນັ້ນ.

ລັດຖະມຸນຕີ​ການ​ຕ່າງປະ​ເທດ​ສະຫະລັດ ທ່ານ​ນາງ Hillary Clinton ກ່າວ​ວ່າ ລັດຖະບານ​ກຸງ​ວໍ​ຊິງ​ຕັນ​ແລະ​ພັນທະ​ມິດ​ກຸ່ມ NATO ພາກັນ​ກໍາລັງ​ພິຈາລະນາ​ເຊ່ນ​ກັນ ​ໃນ​ການ​ສ້າງ​ຕັ້ງ​ເຂດ​ຫ້າມ​ການບິນ​ຂຶ້ນ​ເໜືອນ່ານຟ້າ​ຂອງ​ລີ​ເບຍ ​ເພື່ອ​ປ້ອງ​ກັນ​ບໍ່​ໃຫ້​ກໍາລັງ​ຂອງ​ກາດ​ດາ​ຟີ​ທໍາ​ການ​ໂຈມ​ຕີ​ກໍາລັງ​ຂອງ​ຝ່າຍ​ຄ້ານ​ຕື່ມ​ອີກ. ສະພາ​ສູງ​ສະຫະລັດ​ໄດ້​ຮັບ​ຜ່ານ​ຮ່າງຍັດຕິ​ສະບັບ​ນຶ່ງ ຢ່າ​ງ​ເປັນ​ເອກ​ກະສັນ​ໃນ​ວັນ​ອັງຄານ​ວານ​ນີ້ ຮຽກຮ້ອງ​ໃຫ້​ສະພາ​ຄວາມ​ໝັ້ນ​ຄົງ​ສະຫະ​ປະຊາ​ຊາດ​ພິຈາລະນາ​ສ້າງຕັ້ງ​ເຂດ​ຫ້າມ​ການບິນເໜືອນ່ານຟ້າລີເບຍ.

XS
SM
MD
LG