ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ລີເບຍ ຂູ່ ທີ່ຈະຖິ້ມລະເບີດ ໃສ່ກຳປັ່ນ ບັນທຸກນ້ຳມັນ ທີ່ຕິດທຸງ ເກົາຫຼີເໜືອ (ວີດີໂອ)


Libya NoKor oil
please wait
Embed

No media source currently available

0:00 0:00:22 0:00
ພວກ​ທະຫານ​ບ້ານ​ທີ່​ຄວບ​ຄຸມ​ທ່າ​ກຳ​ປັ່ນ​ແຫ່ງ​ນຶ່ງ​ໃນ​ພາກ​ຕາ​
ເວັນ​ອອກຂອງ​ລີ​ເບຍ ກຳລັງ​ພະຍາຍາມຈະສົ່ງ​ນຳ​ມັນ​ອອກ ​
ໂດຍ​ໃຊ້​ກຳ​ປັ່ນ​ບັນທຸ​ກນ້ຳມັນ​ທີ່​ຕິດ​ທຸງ​ເກົາຫຼີ​ເໜືອ ​ເຖິງ​ແມ່ນ​
ລັດຖະບານຫ້າມ​ບໍ່​ໃຫ້​ພວກ​ທະຫານ​ບ້ານ ​ສົ່ງ​ອອກ​ນ້ຳມັນ​
ໄປຍັງ​ຕະຫຼາດ​ໂລກ​ ໂດຍ​ກົງ​ກໍ​ຕາມ.

ນາຍົກລັດຖະມົນຕີ​ລີ​ເບຍ Ali Zidan ​ໄດ້​ຂົ່ມຂູ່​ທີ່​ຈະ​ຖິ້ມ​ລະ​ເບີດ
​ໃສ່​ກຳ​ປັ່ນ​ລຳ​ນີ້ ຫຼັງ​ຈາກ​ແລ່ນ​ອອກ​ຈາກ​ທ່າໄປແລ້ວ ຖ້າ​ພວກທະ
ຫານ​ບ້ານ ບໍ່​ຍອມປະຕິບັດ​ຕາມ​ຄຳ​ສັ່ງ​ຂອງ​ລັດຖະບານ​ລີ​ເບຍ.
ທ່ານ Zidan ກ່າວ​ວ່າ ການ​ຖິ້ມ​ລະ​ເບີດ​ດັ່ງກ່າວ ຈະຍັງ​ຜົນ​ໃຫ້​
ເກີດ “ໄພ​ຫາ​ຍະ​ນະ​ແກ່​ສິ່ງ​ແວດ​ລ້ອມ.”

ພວກ​ມື​ປືນ​ປະກອບ​ອາວຸດ​ຈຸ​ນຶ່ງ ​ໄດ້​ບັງຄັບ​ໃຫ້ ​ພວກ​ຄົນ​ງານທີ່​ຈົງ​ຮັກ​ພັກດີ​ຕໍ່​ລັດຖະບານ
​ຈອດ​ກຳ​ປັ່ນ​ລຳ​ດັ່ງກ່າວ​ຢູ່​ທ່າເຮືອ ໃນ​ວັນ​ເສົາ​ວານ​ນີ້. ​ໂຄສົກ​ກຸ່ມ​ທະຫານ​ບ້ານ ​ໄດ້​ເຕືອນ​
ລັດຖະບານ ບໍ່​ໃຫ້​ພະຍາຍາມ​ຢຸດ​ການ​ສົ່ງ​ນຳ​ມັນ​ດັ່ງກ່າວ​ນີ້.

​ເວລາ​ນີ້ ຍັງ​ບໍ່​ທັນ​ເຫັນ​ຮ່ອງຮອຍ​ໃດໆ​ເທື່ອວ່າ ​ກອງທັບ​ຂອງ​ລີ​ເບຍ ພວມເຄື່ອນ​ກຳລັງໄປ
​ຫາ​ທ່າ​ກຳປັ່ນ​ດັ່ງກ່າວ.
XS
SM
MD
LG