ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເມືອງ Sirte ບ້ານເກີດ ກາດດາຟີ ອາດຈະແຕກ ໃນອີກບໍ່ດົນນີ້


ພວກນັກລົບຕໍ່ຕ້ານກາດດາຟີ ທຳລາຍປະຕູທາງເຂົ້າເມືອງ Sirte ຊຶ່ງໝາຍຄວາມວ່າເປັນການຕັດຂາດເມືອງ Sirte ຫົວເມືອງໃກ້ຄຽງ ທັງຫຼາຍ (6 ຕຸລາ 2011)
ພວກນັກລົບຕໍ່ຕ້ານກາດດາຟີ ທຳລາຍປະຕູທາງເຂົ້າເມືອງ Sirte ຊຶ່ງໝາຍຄວາມວ່າເປັນການຕັດຂາດເມືອງ Sirte ຫົວເມືອງໃກ້ຄຽງ ທັງຫຼາຍ (6 ຕຸລາ 2011)

ລັດຖະມົນຕີປ້ອງກັນປະເທດຝຣັ່ງ ທ່ານ Gerard Longuet ກ່າວວ່າ ການປະຕິບັດງານ
ຂອງອົງການເນໂຕ້ຢູ່ໃນລີເບຍຈະດຳເນີນຕໍ່ໄປ ຕາບໃດທີ່ຍັງມີການຕໍ່ຕ້ານຢູ່ແລະຈົນກວ່າ
ລັດຖະບານຊົ່ວຄາວຂອງລີເບຍຂໍຮ້ອງໃຫ້ຢຸດເຊົາການໂຈມ ຕີທາງອາກາດ.

ທ່ານ Longuet ໃຫ້ຄວາມເຫັນດັ່ງກ່າວທີ່ນະຄອນ Brussels ບ່ອນທີ່ລັດຖະມົນຕີປ້ອງ
ກັນປະເທດຂອງກຸ່ມເນໂຕ້ພວມຊັ່ງຊາຕີລາຄາເບິ່ງການປະຕິບັດງານຢູ່ໃນລີເບຍ ອັນເປັນ ພາກສ່ວນນຶ່ງຂອງການປະຊຸມເປັນເວລາ 2 ມື້.

ທ່ານ Longuet ກ່າວວ່າ ການເຂົ້າຢຶດເອົາເມືອງ Sirte ບ້ານເກີດຂອງອະດີດຜູ້ນຳມວມ
ມາກາດດາຟີນັ້ນ ຈະເປັນສັນຍາລັກທີ່ສຳຄັນ ແຕ່ການຕໍ່ຕ້ານໃນເວລານີ້ກໍຍັງມີຢູ່ທີ່ເມືອງ
Bani Walid ແລະຫຼາຍໆເຂດໃນພາກໃຕ້ຂອງປະເທດ.

ເຈົ້າໜ້າທີ່ທະຫານຂອງລີເບຍກ່າວໃນວັນພຸດວານນີ້ວ່າກຳລັງຂອງຝ່າຍປະຕິວັດສາມາດ
ເຂົ້າຢຶດເອົາເມືອງ Sirte ພາຍໃນບໍ່ເທົ່າໃດມື້ຂ້າງໜ້ານີ້. ພວກຜູ້ນຳສະພາປົກຄອງໄລຍະ
ຂ້າມຜ່ານແຫ່ງຊາດປະກາດວ່າ ພວກເຂົາເຈົ້າຈະພາກັນລາອອກຫຼັງຈາກມີການຢຶດເມືອງ
ດັ່ງກ່າວນີ້ໄດ້ ແລະມີການປະກາດກ່ຽວກັບການປົດປ່ອຍລີເບຍ.

ພັນເອກ Ahmed Bani ໂຄສົກກະຊວງປ້ອງກັນປະເທດລີເບຍ ກ່າວໃນມື້ວັນພຸດວານ
ນີ້ວ່າ ພວກນັກລົບຂອງລັດຖະບານຊົ່ວຄາວໄດ້ປິດລ້ອມເມືອງ Sirte ຊຶ່ງເປັນຫົວເມືອງ ຍຸດທະສາດແຄມທະເລໄວ້ໝົດແລ້ວ. ຜູ້ບັນຊາການໃນເຂດທ້ອງຖິ່ນຄົນນຶ່ງເວົ້າວ່າກຳລັງ
ຂອງລາວ ສາມາດຢຶດພື້ນທີ່ເຄິ່ງນຶ່ງ ໃນເມືອງດັ່ງກ່າວໄດ້ແລ້ວ. ແຕ່ເຈົ້າໜ້າທີ່ອີກຄົນນຶ່ງ
ຂອງສະພາປົກຄອງໄລຍະຂ້າມຜ່ານແຫ່ງຊາດລີເບຍເວົ້າວ່າການໂຈມຕີແບບເດັດຂາດຕໍ່
ເມືອງ Sirte ໄດ້ມີການຊັກຊ້າເພື່ອປ່ອຍໃຫ້ປະຊາຊົນໃນເມືອງຫຼົບໜີໄປ.

XS
SM
MD
LG