ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ລີເບຍສົ່ງຜູ້ແທນໄປຮ່ວມ ປະຊຸມສັນນິບາດອາຣັບ


ກຳລັງຕໍ່ຕ້ານລັດຖະບານປະຈຳການຢູ່ຈຸດໆນຶ່ງນອກເມືອງ Brega ສະແດງຄວາມກະຕືລືລົ້ນທີ່ວ່າພວກເຂົາເຈົ້າ ຈະສາມາດໂຄ່ນລົ້ມ ລັດຖະບານຕຣີໂປລີໄດ້ (10 ມີນາ 2010)
ກຳລັງຕໍ່ຕ້ານລັດຖະບານປະຈຳການຢູ່ຈຸດໆນຶ່ງນອກເມືອງ Brega ສະແດງຄວາມກະຕືລືລົ້ນທີ່ວ່າພວກເຂົາເຈົ້າ ຈະສາມາດໂຄ່ນລົ້ມ ລັດຖະບານຕຣີໂປລີໄດ້ (10 ມີນາ 2010)

ຜູ້ນຳຂອງລີເບຍທ່ານ Moammar Gadhafi ໄດ້ສົ່ງ
ຜູ້ແທນຄະນະນຶ່ງໄປຮ່ວມກອງປະຊຸມສັນນິບາດອາຣັບ
ທີ່ມີກຳນົດຈະປຶກສາຫາລືກ່ຽວກັບວິກິດການໃນລີເບຍ.

ຄະນະຜູ້ແທນຂອງລີເບຍ ໄດ້ເດີນທາງໄປເຖິງນະຄອນ
ຫຼວງໄຄໂຣ ໃນວັນສຸກມື້ນີ້ນຶ່ງມື້ກ່ອນກອງປະຊຸມຈະໄຂ
ຂຶ້ນ. ສັນນິບາດອາຣັບໄດ້ໂຈະການເປັນສະມາຊິກຂອງ
ລີເບຍ ເພື່ອເປັນການປະທ້ວງຕໍ່ການໂຈມຕີຂອງລັດຖະ
ບານຕໍ່ພວກພົນລະເຮືອນ ທີ່ຮຽກຮ້ອງໃຫ້ຂັບໄລ່ຜູ້ນຳ
ຂອງລີເບຍອອກຈາກອຳນາດນັ້ນ.

ຍັງບໍ່ທັນເປັນທີ່ຈະແຈ້ງເທື່ອວ່າ ສັນນິບາດອາຣັບຈະອະນຸ
ຍາດໃຫ້ຄະນະຜູ້ແທນຂອງລີເບຍພາຍໃຕ້ການນຳພາຂອງ
ລັດຖະມົນຕີໄຟຟ້າທ່ານ Umran Abu-Kra’a ເຂົ້າຮ່ວມ
ການປະຊຸມຫຼືບໍ່.

ໃນວັນພະຫັດວານນີ້ ທຳນຽບຂາວກ່າວວ່າ ສະຫະລັດ
ພວມຈັດສົ່ງຄະນະບັນເທົາທຸກໄປຍັງເຂດທີ່ຢູ່ພາຍໃຕ້ການຄວບຄຸມຂອງກຸ່ມຝ່າຍຄ້ານຫຼື
ພວກຕໍ່ຕ້ານລັດຖະບານຢູ່ໃນພາກຕາເວັນອອກປະເທດລີເບຍຊຶ່ງເປັນບາດກ້າວລ່າສຸດ
ໃນການເຄື່ອນໄຫວຫຼາຍໆຢ່າງທີ່ນຳເອົາບັນດາປະເທດຕາເວັນຕົກໃກ້ເຂົ້າໄປຫຼາຍຂຶ້ນຕໍ່
ການຮັບຮູ້ພວກຕໍ່ຕ້ານລັດຖະບານໃນລີເບຍຢ່າງເປັນທາງການນັ້ນ.

ກ່ອນໜ້ານີ້ ລັດຖະມົນຕີການຕ່າງປະເທດສະຫະລັດທ່ານນາງ Hillary Clinton ກ່າວໃນ
ວັນພະຫັດມື້ວານນີ້ວ່າສະຫະລັດກຳລັງເພັ່ງເລັງໃສ່ການເສີມສ້າງຄວາມສຳພັນກັບກຸ່ມ
ຝ່າຍຄ້ານໃນລີເບຍ. ທ່ານນາງໃຫ້ຄຳໝັ້ນສັນຍາ ທີ່ຈະພົບປະກັບບັນດາຜູ້ຕາງໜ້າຂອງ
ພວກຝ່າຍຄ້ານຢູ່ໃນສະຫະລັດແລະໃນລະຫວ່າງທີ່ທ່ານ ນາງເດີນທາງໄປຢ້ຽມຢາມປະເທດ
ອີຈິບ ແລະຕູນີເຊຍໃນສັບປະດາໜ້າ.

XS
SM
MD
LG