ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ອົງການເນໂຕ້ເລີ້ມປະຊຸມ ກ່ຽວກັບລີເບຍ


ການສູ້ລົບກັນ ລະຫວ່າງກຳລັງນິຍົມ Gadhafi ແລະພວກຕໍ່ຕ້ານລັດຖະບານ ໃນລີເບຍ (10 ມີນາ 2011)
ການສູ້ລົບກັນ ລະຫວ່າງກຳລັງນິຍົມ Gadhafi ແລະພວກຕໍ່ຕ້ານລັດຖະບານ ໃນລີເບຍ (10 ມີນາ 2011)

ບັນດາປະເທດສະມາຊິກ ຂອງອົງການເນໂຕ້ ເລີ້ມປະຊຸມ
ເປັນເວລາ 2 ມື້ ກ່ຽວກັບປະເທດລີເບຍໃນວັນພະຫັດມື້ນີ້
ເພື່ອສົນທະນາຫາລືເຖິງຄວາມເປັນໄປໄດ້ໃນການທີ່ຈະຈັດ
ຕັ້ງເຂດຫ້າມບິນ ເພື່ອຢຸດຕິການໂຈມຕີທາງອາກາດຂອງ
ກຳລັງທີ່ສະໜັບສະໜຸນທ່ານ Moammar Gadhafi ຜູ້
ນຳຂອງລີເບຍ.

ລັດຖະມົນຕີກະຊວງປ້ອງກັນປະເທດສະຫະລັດ ທ່ານ
Robert Gates ກໍໄປຮ່ວມກອງປະຊຸມດັ່ງກ່າວ ທີ່ນະ
ຄອນ Brussels. ເຈົ້າໜ້າທີ່ອະວຸໂສຄົນນຶ່ງ ຂອງສະ
ຫະລັດກ່າວວ່າທ່ານ Gates ຈະແຈ້ງໃຫ້ບັນດາລັດຖະ
ມົນຕີຂອງອົງການເນໂຕ້ຊາບກ່ຽວກັບການກະກຽມຂອງ
ສະຫະລັດ ໃນການປະຕິບັດງານຕອບໂຕ້ແບບສຸກເສີນ
ແລະການປະຕິບັດງານບັນເທົາທຸກຂອງສະຫະລັດທີ່ອາດ
ມີຂຶ້ນຢູ່ໃນລີເບຍ.

ນອກ​ນັ້ນບັນດາລັດຖະມົນຕີຂອງສະຫະພາບຢູໂຣບກໍກຳລັງປະຊຸມກັນທີ່ນະຄອນ Brus-
sels ​ເພື່ອສົນທະນາຫາລືກ່ຽວກັບເລື່ອງລີເບຍເຊ່ນ​ກັນ.

ໃນວັນພະຫັດມື້ນີ້ ຮອງລັດຖະມົນຕີການຕ່າງປະເທດລີເບຍທ່ານ Mohammed Tahir
Siala ກຳລັງຢູ່ໃນລະຫວ່າງການຢ້ຽມຢາມນະຄອນຫຼວງເອເທັນ ຂອງກຣີສ ເພື່ອປຶກສາ
ຫາລືກ່ຽວກັບວິກິດການໃນລີເບຍ ກັບຄູ່ຕຳແໜ່ງຝ່າຍກຣີສຂອງທ່ານກ່ອນໜ້າກອງປະ
ຊຸມຂອງສະຫະພາບຢູໂຣບ. ກະຊວງການຕ່າງປະເທດຂອງກຣີສກ່າວວ່າ ການພົບປະທີ່
ນະຄອນຫຼວງເອເທັນແມ່ນໄດ້ຮັບການອະນຸມັດຈາກຫົວໜ້ານະໂຍບາຍການຕ່າງປະເທດ
ຂອງສະຫະພາບຢູໂຣບ ທ່ານນາງ Catherine Ashton.

ພວກນັກການທູດຂອງປອກຕຸຍກາລກໍໄດ້ທຳການພົບປະທີ່ຄ້າຍຄືກັນນີ້ກັບພວກເຈົ້າໜ້າ
ທີ່ລີເບຍ.

ພວກເຈົ້າໜ້າທີ່ຂອງປະເທດຕາເວັນຕົກ ໄດ້ສະແດງຄວາມວິຕົກກັງວົນຢ້ານວ່າ ເຂດຫ້າມ
ບິນເໜືອນ່ານຟ້າລີເບຍ ອາດຈະມີຜົນໃນຂອບເຂດທີ່ຈຳກັດ ເພື່ອຢຸດຕິຄວາມຮຸນແຮງໃນ
ລີເບຍແຕ່ພວກນັກການທູດຂອງອົງການເນໂຕ້ກ່າວວ່າໄດ້ມີການສະໜັບສະໜຸນຢ່າງແຂງ
ຂັນເພື່ອໃຫ້ມີການເຄື່ອນໄຫວໃນທຳນອງນີ້ ຖ້າລັດຖະບານລີເບຍຫາກຍັງເພີ່ມທະວີການ
ໂຈມຕີຕໍ່ພົນລະເຮືອນ.

XS
SM
MD
LG