ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ເນໂຕ້ບໍ່ມີແຜນການແຊກແຊງ ໃນວິກິດການລີເບຍ


ທະຫານບ້ານປະຊາຊົນ ຂອງພວກຕໍ່ຕ້ານ ໃນພາກຕາເວັນອອກລີເບຍ ພາກັນຍ່າງຂ້າມເນີນຊາຍ ເພື່ອໄປສູ້ລົບ ກັບທະຫານລີເບຍ ທີ່ເມືອງ Brega (2 ມີນາ 2011)
ທະຫານບ້ານປະຊາຊົນ ຂອງພວກຕໍ່ຕ້ານ ໃນພາກຕາເວັນອອກລີເບຍ ພາກັນຍ່າງຂ້າມເນີນຊາຍ ເພື່ອໄປສູ້ລົບ ກັບທະຫານລີເບຍ ທີ່ເມືອງ Brega (2 ມີນາ 2011)

ເລຂາທິການໃຫຍ່ ຂອງອົງການເນໂຕ້ ກ່າວໃນວັນພະຫັດ
ມື້ນີ້ວ່າ ກຸ່ມພັນທະມິດເນໂຕ້ບໍ່ມີຄວາມຕັ້ງໃຈທີ່ຈະເຂົ້າແຊກ
ແຊງໃນວິກິດການຢູ່ໃນລີເບຍ ແຕ່ກໍກຳລັງວາງແຜນເພື່ອ
ຮັບມືກັບກໍລະນີສຸກເສີນທັງໝົດທີ່ອາດເກີດຂຶ້ນ.

ທ່ານ Anders Fogh Rasmussen ກ່າວວ່າພວກເຈົ້າ
ໜ້າທີ່ເນໂຕ້ກຳລັງຕິດຕາມສະຖານະການຢ່າງໃກ້ຊິດ.

ເລຂາທິການໃຫຍ່ອົງການເນໂຕ້ ທ່ານ Anders Fogh Rassmussen AP Photo/Denis Sarkic)
ເລຂາທິການໃຫຍ່ອົງການເນໂຕ້ ທ່ານ Anders Fogh Rassmussen AP Photo/Denis Sarkic)

ການໃຫ້ທັດສະນະຂອງທ່ານມີຂຶ້ນນຶ່ງມື້ຫຼັງຈາກ
ສັນນິບາດອາຣັບໄດ້ປະຕິເສດຕໍ່ການແຊກແຊງ
ທາງທະຫານຈາກພາຍນອກໃດໆກໍຕາມ ແລະ
ພວກເຈົ້າໜ້າທີ່ອະວຸໂສຂອງສະຫະລັດ​ກໍໄດ້ສົ່ງ
ສັນຍານເຕືອນໃຫ້​ໃຊ້ຄວາມລະວັງເພີ່ມຂຶ້ນໃນ ການປະຕິບັດງານທໍານອງນີ້.

ລັດຖະມົນຕີການຕ່າງປະເທດຈາກ 22 ປະ
ເທດສະມາຊິກຂອງສັນນິບາດອາຣັບກ່າວໃນມື້
ວັນພຸດວານນີ້ວ່າ ຕົນຈະພິຈາລະນາໃຫ້ການສະໜັບສະໜຸນຕໍ່ການຈັດຕັ້ງ “ເຂດຫ້າມບິນ”
ແລະສືບຕໍ່ການເຈລະຈາ ເພື່ອຊອກຫາຊ່ອງທາງທີ່ດີທີ່ສຸດ ສຳລັບປົກປ້ອງປະຊາຊົນລີເບຍ ແລະຄໍ້າປະກັນຄວາມປອດໄພ​ໃຫ້ພວກເຂົາເຈົ້າ.

ທີ່ກຸງວໍຊິງຕັນ ລັດຖະມົນຕີກະຊວງປ້ອງກັນປະເທດສະຫະລັດທ່ານ Robert Gates ກ່າວ
ຕໍ່ຄະນະກໍາມາທິການລັດຖະສະພາສະຫະລັດວ່າ ການທີ່​ຈະ​ຈັດຕັ້ງ “ເຂດຫ້າມບິນ” ຂຶ້ນນັ້ນ
ຈະມີ​ຄວາມຈໍາເປັນທີ່ຈະຕ້ອງໄດ້ທໍາການໂຈມຕີລະບົບປ້ອງກັນທາງອາກາດຂອງຜູ້ນໍາລີເບຍ
ທ່ານ Moammar Gadhafi ນັ້ນກ່ອນ.

ຢູ່​ບ່ອນ​ໃຫ້​ການ​ແຫ່ງ​ນຶ່ງ​ອີກຕ່າງຫາກໃນວັນພຸດວານນີ້ ລັດຖະມົນຕີີການຕ່າງປະເທດສະຫະ
ລັດ ທ່ານນາງ Hillary Clinton ເຕືອນວ່າການແຊກແຊງຂອງສະຫະລັດເພື່ອຊ່ອຍພວກ
ຝ່າຍຄ້ານທ່ານ Gadhafi ນັ້ນ ຈະກາຍເປັນບັນຫາຂັດແຍ້ງທັງຢູ່ໃນລີເບຍເອງແລະໃນໝູ່ປະ
ຊາຄົມຊາວອາຣັບ.

ນອກນັ້ນ ທ່ານນາງ Clinton ຍັງກ່າວວ່າ ສະຫະລັດມີຄວາມວິຕົກກັງວົນກ່ຽວກັບການທີ່ ປະເທດລີເບຍຈະເກີດຄວາມໂກລາຫົນວຸ້ນວາຍແລະກາຍເປັນໂຊມາເລຍຂະໜາດໃຫຍ່.

ຂະນະດຽວກັນ ກະຊວງຖະແຫຼງຂ່າວຂອງເວເນຊູເອລາ ກ່າວວ່າ ປະທານາທິບໍດີ Hugo
Chavez ໄດ້ໂອ້ລົມກັບທ່ານ Gadhafi ກ່ຽວກັບການສ້າງຕັ້ງກຸ່ມປະເທດນຶ່ງ​ຂຶ້ນເພື່ອຊ່ອຍ ໄກ່ເກ່ຍວິກິດການໃນລີເບຍ. ລັດຖະມົນຕີຖະແຫຼງຂ່າວເວເນຊູເອລາທ່ານ Andres Izarra
ກ່າວທາງ Twitter ໃນມື້ວານນີ້ວ່າພວກຜູ້ນຳທັງສອງໄດ້ສົນທະນາຫາລືກັນ ກ່ຽວກັບຂໍ້ສະ
ເໜີເພື່ອສ້າງຕັ້ງ “ຄະນະກຳມາທິການສັນຕິພາບ​” ຂຶ້ນ​ມາ ແຕ່ບໍ່ໄດ້ໃຫ້ລາຍລະອຽດເພີ່ມຕື່ມ
ກ່ຽວກັບເລື່ອງນີ້.

XS
SM
MD
LG