ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ພວກປະທ້ວງຈູດໄຟເຜົາ ຕຶກອາຄານລັດຖະບານ ທີ່ລີເບຍ


20일 이스라엘 텔아비브의 벤구리온 국제공항에 도착한 바락 오바마 미국 대통령(가운데)이 공항에 마중나온 베냐민 네타냐후 이스라엘 총리(오른쪽)와 대화 중에 웃고 있다.
20일 이스라엘 텔아비브의 벤구리온 국제공항에 도착한 바락 오바마 미국 대통령(가운데)이 공항에 마중나온 베냐민 네타냐후 이스라엘 총리(오른쪽)와 대화 중에 웃고 있다.

ພວກ​ທີ່​ເຫັນ​ເຫດການ​ໃນ​ນະຄອນຫລວງ​ Tripoli ຂອງລີ​ເບຍ​ກ່າວ​ວ່າຕຶກອາຄານ ລັດຖະບານ​ຫລາຍ​ຫລັງ​ ​ໄດ້ຖືກ​ຈູດ​ເຜົາ​ໃນ​ຂະນະທີ່ພວກນັກເຄື່ອນ​ໄຫວ​ຝ່າຍ​ຄ້ານ​ຕໍ່ສູ້​ກັນ​ກັບ​ພວກ​ກໍາລັງ​ຮັກສາ​ຄວາມ​ປອດ​ໄພ​ແລະ​ພວກ​ສະໜັບສະໜຸນ​ລັດຖະບານ​ໃນ​ການ​ເພີ່ມ​ທະວີ​ຂຶ້ນ​ຢ່າງ​ໄວ​ຂອງ​ການ​ລຸກ​ຮື​ຂຶ້ນ ​ຕໍ່ຕ້ານ​ທ່ານ Moammar Gadhafi ຜູ້​ນໍາລີ​ເບຍ​ນັ້ນ.

ພວກ​ທີ່​ເຫັນ​ເຫດການ​ກ່າວ​ວ່າ ຕຶກ​ອາຄານ​ລັດຖະບານ​
ຫລາຍ​ຫລັງໄດ້​ລຸກ​ເປັນ​ໄຟ​ຂຶ້ນ​ໃນ​ວັນ​ຈັນ​ມື້​ນີ້ ຫລັງ​ຈາກ​
ໄດ້​ຍິນ​ສຽງ​ປືນ​ດັງ​ຂຶ້ນ​ໃນ​ກຸງ​ຕຣີ​ໂປ​ລີ ​ເປັນ​ເທື່ອທໍາ​ອິດ​
ໃນ​ຕອນ​ແລງ​ວັນ​ອາທິດ​ວານ​ນີ້ ​ເວລາ​ພວກ​ປະທ້ວງ​ຕໍ່
ຕ້ານ​ລັດຖະບານ​ພະຍາ​ຍາມ​ເຂົ້າ​ຍຶດ​ແລະ​ຄວບ​ຄຸມ​ໃຈ
ກາງ​ນະຄອນຫລວງ​ ຈາກ​ພວກ​ທີ່ຈົງ​ຮັກ​ພັກດີ​ຕໍ່​ທ່ານ
Gadhafi ນັ້ນ. ພວກທີ່ເຫັນ​ເຫດການ​ກ່າວ​ວ່າ ຕໍາ
ຫລວດ​ລີ​ເບຍ​ໄດ້​ຍິງ​ແກ​ສນໍ້າຕາເພື່ອ​ພະຍາຍາມ​ຂັບ​ໄລ່​ ພວກ​ປະ​ທ້ວງ ​ໃຫ້ສະຫລາຍ​ໂຕ.

Saif al-Islam ລູກຊາຍຂອງ Moammar Gadhafi ຜູ້ນໍາລີເບຍ, ອອກມາປາກົດໂຕທາງ ໂທລະພາບ ກ່າວປ້ອງກັນບິດາແລະອໍານາດປົກ ຄອງລີເບຍ, ວັນທີ 21 ກຸມພາ 2011.
Saif al-Islam ລູກຊາຍຂອງ Moammar Gadhafi ຜູ້ນໍາລີເບຍ, ອອກມາປາກົດໂຕທາງ ໂທລະພາບ ກ່າວປ້ອງກັນບິດາແລະອໍານາດປົກ ຄອງລີເບຍ, ວັນທີ 21 ກຸມພາ 2011.

ທ່ານ Saif al-islam ລູກ​ຊາຍ
ຂອງ​ທ່ານ Gadhafi ​ໄດ້​ອອກ
ມາກ່າວ​ຜ່ານທາງ​ໂທລະພາບ​ໃນ​
ວັນ​ອາທິດ​ວານ​ນີ້ ​ປະກາດ​ວ່າ
ບິດາ​ຂອງ​ທ່ານ​ຍັງ​ຄວບ​ຄຸມ​ອໍາ
ນາດ​ຢູ່​ໂດຍ​ໄດ້​ຮັບ​ການ​ສະໜັບ
ສະໜຸນ​ຈາກ​ພວກທະຫານ ຕໍ່
ໜ້າການ​ລຸກ​ຮື​ຂຶ້ນ​ຕໍ່ຕ້ານ​ລັດຖະ
ບານທີ່​ຮ້າຍ​ແຮງ​ທີ່​ສຸດ ​ນັບ​ແຕ່​ບິດາ​ຂອງ​ທ່ານ​ໄດ້​ຂຶ້ນ​ກໍາ​ອໍານາດ​ດ້ວຍ​ການ​ກໍ່​ລັດຖະປະຫານ​ໃນ​ປີ 1969 ​ເປັນ​ຕົ້ນ​ມາ.

ທ່ານ Saif al-islam ໃຫ້​ຄໍາ​
ໜັ້ນສັນຍາ​ວ່າ ລັດຖະບານ​ຈະ
ທໍາ​ການ​ຕໍ່ສູ້​ ໄປ​ຈົນ​ຮອດ​ຜູ້ຊາຍ
ຄົນ​ສຸດ​ທ້າຍ​ ​ແມ່ຍິງ​ຄົນ​ສຸດ​ທ້າຍ
ແລະ​ລູກ​ກະ​ສູນ​ລູກ​ສຸດ​ທ້າຍ​ເພື່ອ ຈະ​ຄອງ​ອໍານາດ​ຢູ່​ຕໍ່​ໄປ​.

ໃນ​ການຖະ​ແຫລ​ງທີ່​ເວົ້າ​ລ່າຍ​ໄປ​ເປັນ​ເວລາ​ດົນ​ນານ ພ້ອມ​ກັບ​ແກ່ວງນິ້ວມື​ໄປ​ພ້ອມ​ນັ້ນ ທ່ານ Saif al-islam ​ເຕືອນປະຊາຊົນ​ລີ​ເບຍ​ໃຫ້​ຢຸດ​ເຊົາ​ການ​ລຸກ​ຮື​ຂຶ້ນ ຫລື​ບໍ່​ດັ່ງ​ນັ້ນ​ ກໍ​ຈະ​ສ່ຽງ​ກັບ​ການ​ກໍ່​ສົງຄາມ​ກາງ​ເມືອງ​ຂຶ້ນ ທີ່​ຈະ​ເຮັດ​ໃຫ້​ປະ​ເທດ​ຈົມ​ຢູ່​ໃຕ້ແມ່​ນໍ້າ​ເລືອດ​ ​ແລະ​ນໍາພາ​ປະ​ເທດຊາດ​ກັບ​ຄືນ​ໄປ​ຢູ່​ພາຍ​ໃຕ້​ອໍານາດ​ຫົວເມືອງ​ຂຶ້ນ. ທ່ານ​ຢືນ​ຢັດ​ວ່າ ລີ​ເບຍ​ບໍ່​ແມ່ນ ອິຈີບ ຫລື​ຕູ​ນີ​ເຊຍ ສອງປະ​ເທດ​ເພື່ອນ​ບ້ານທີ່​ພວກ​ຜູ້​ນໍາ​ປະ​ເທດ​ໄດ້​ຖືກໂຄ່ນ​ລົ້ມ​ອອກ​ຈາກ​ອໍານາດ​ໄປ​ໃນ​ຫວ່າງ​ບໍ່​ເທົ່າ​ໃດ​ສັບປະດາ​ຜ່ານ​ມາ​ນີ້.

ທ່ານ Saif al-islam ​ຖິ້ມ​ໂທດ​ການ​ປະ​ທ້ວງ​ທີ່​ເກີດ​ຂຶ້ນ​ໃນ​ພາກ​ຕາ​ເວັນ​ອອກ​ຂອງ​ລີ​ເບຍ​ໃນ​ວັນ​ຈັນ​ຜ່ານ​ມາ ໃສ່​ພວກໂຕ​ການ​ຫລາຍ​ກຸ່ມ​ ທີ່​ຮວມທັງພວກ​ຊາວ​ລີ​ເບຍ​ທີ່ອາ​ໄສ​ຢູ່​ໃນ​ຕ່າງ ປະ​ເທດ ພວກ​ຫົວ​ນິຍົມ​ອິສລາມ ສື່​ມວນ​ຊົນ​ຕ່າງປະ​ເທດ ​ແລະ​ພວກ​ຕິດ​ຢາ​ເສບ​ຕິດ ​ແຕ່ ​ທ່ານ​ຍອມຮັບ​ວ່າ ກໍາລັງ​ຮັກສາ​ຄວາມ​ປອດ​ໄພ​ຂອງ​ລີ​ເບຍ​ກໍໄດ້​ທໍາ​ຄວາມ​ຜິດພາດ​ບາງ​ຢ່າງ​ ໃນ​ການ​ປາບ​ປາມ​ພວກ​ເດີນ​ຂະ​ບວນປະ​ທ້ວງ​ຍ້ອນຂາ​ດກາ​ນ​ເຝິກ​ແອບ​ ໃນ​ການ​ຮັບ​ມື​ກັບ​ສະຖານະການແບບ​ນັ້ນ.

ກຸ່ມ​ປົກ​ປ້ອງ​ສິດທິ​ມະນຸດ Human Rights Watch ທີ່​ມີ​ຫ້ອງການ​ຕັ້ງ​ຢູ່​ໃນ​ສະຫະລັດ​ ກ່າວໃນ​ວັນ​ອາທິດ​ວານ​ນີ້​ວ່າ ປະຊາຊົນຢ່າງ​ນ້ອຍ​ 233 ຄົນ​ໄດ້​ເສຍ​ຊີວິດ​ໃນ​ການ​ລຸກ​ຮື​ຂຶ້ນ​ມາ​ເປັນ​ເວລາ​ຫລາຍ​ມື້​ໃນ​ລີ​ເບຍ ຊຶ່ງ​ສ່ວນ​ຫລາຍ​ແມ່ນ​ຢູ່ໃນ​ເມືອງ Benghazi ​ໃນ​ພາກ​ຕາ​ເວັນ​ອອກ​ຂອງ​ປະ​ເທດ ທີ່​ເປັນ​ຈຸດ​ໃຈກາງຂອງ ການ​ເລີ້ມ​ຕົ້ນ​ການ​ປະ​ທ້ວງ​ຂຶ້ນ​ທໍາ​ອິດ​ນັ້ນ. ພວກແພດ​ໝໍ​ໃນ​ເມືອງ Benghazi ກ່າວ​ວ່າ ມີຢ່າງ​ນ້ອຍ 50 ຄົນ​ເສຍ​ຊີວິດ​ໃນ​ວັນ​ອາທິດ​ວານ​ນີ້ ເວລາກໍາລັງ​ຮັກສາ​ຄວາມ​ປອດ​ໄພ​ຍິງ​ປືນ​ໃສ່​ພວກ​ປະ​ທ້ວງ​ ແລະ​ພວກ​ແຫ່​ຂະບວນ ສົ່ງສະການ​ນັ້ນ.

XS
SM
MD
LG