ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ການປະທ້ວງ ໃນເມືອງ Benghazi ຍັງດໍາເນີນ ສືບຕໍ່ມາ (ວີດິໂອ)


ຫລາຍຮ້ອຍຄົນພາກັນໄປຢູ່ຕາມຖະໜົນຫົນທາງຂອງເມືອງ Benghazi ໃນລີເບຍ ເພື່ອປະນາມການກໍ່ຄວາມຮຸນແຮງຄັ້ງ ຫລ້າສຸດ ໃນວັນທີ 27 ກໍລະກົດ 2013.
ຫລາຍຮ້ອຍຄົນພາກັນໄປຢູ່ຕາມຖະໜົນຫົນທາງຂອງເມືອງ Benghazi ໃນລີເບຍ ເພື່ອປະນາມການກໍ່ຄວາມຮຸນແຮງຄັ້ງ ຫລ້າສຸດ ໃນວັນທີ 27 ກໍລະກົດ 2013.
ພວກເດີນຂະບວນປະທ້ວງ ຫລາຍຮ້ອຍຄົນ ພາກັນໄປເຕົ້າ
ໂຮມ ຢູ່ຕາມຖະໜົນຫົນທາງຂອງເມືອງ Benghazi ໃນລີ
ເບຍ ເພື່ອປະນາມການກໍ່ຄວາມຮຸນແຮງຄັ້ງຫລ້າສຸດລຸນຫລັງ
ທີ່ມີລະເບີດແຕກສອງຄັ້ງ ທີ່ສັ່ນສະເທືອນຕົວເມືອງດັ່ງກ່າວ.

ເຫດລະເບີດແຕກໃນວັນອາທິດວານນີ້ ປະກົດວ່າເປັນການ
ໂຈມຕີຕໍ່ຕຶກສໍານັກງານຂອງ ຝ່າຍຕຸລາການ ຫລາຍແຫ່ງ ແລະເກີດຂຶ້ນນຶ່ງມື້ ພາຍຫລັງທີ່
ນັກໂທດຫລາຍກ່ວາ 1 ພັນຄົນ ໄດ້ພາກັນໂຕນໜີຈາກຄຸກ ໃນລະຫວ່າງທີ່ເກີດການ ຈະລາຈົນຢູ່ໃນຄຸກນັ້ນ.

13 ຄົນ ໄດ້ຮັບບາດເຈັບ ຢູ່ໃນນຶ່ງຂອງເຫດລະເບີດສອງຄັ້ງນັ້ນ.

ເມືອງ Benghazi ແມ່ນຈຸດເລີ້ມຕົ້ນຂອງການລຸກຮືຂຶ້ນ ຕ້ານອະດີດຈອມຜະເດັດການ Moammar Gadhafi ແລະ ກໍເປັນເມືອງໃຫຍ່ອັນດັບສອງຂອງລີເບຍ.

ການຮັກສາຄວາມສະຫງົບໃນເມືອງ Benghazi ແມ່ນລວມຢູ່ໃນພວກທີ່ຂີ້ຮ້າຍທີ່ສຸດ ຫລັງການປະຕິວັດໃນລີເບຍ. ປີກາຍນີ້ ເອກອັກຄະລັດຖະທູດສະຫະລັດ ທ່ານ Chris Stevens ແລະຊາວອາເມຣິກັນອີກສາມຄົນ ກໍໄດ້ຖືກສັງຫານຢູ່ໃນການໂຈມຕີ ຕໍ່ສະ
ຖານທູດຂອງສະຫະລັດ ຢູ່ໃນເມືອງດັ່ງກ່າວ.

ເບິ່ງວີດິໂອກ່ຽວກັບຂ່າວນີ້:

ການປະທ້ວງ ຍັງສືບຕໍ່ ມີມາໃນລີເບຍ
please wait

No media source currently available

0:00 0:00:41 0:00

Hundreds of demonstrators gathered in the streets of the Libyan city of Benghazi Monday, denouncing the latest violence after two explosions hit the city.

The blasts on Sunday appeared to be attacks on judicial buildings. They came a day after more than 1,100 inmates escaped during a prison riot there.

Thirteen people were wounded in one of the blasts.

The city of Benghazi was the birthplace of the country's uprising against former dictator Moammar Gadhafi and is also Libya's second largest city.

Benghazi's security is among the most precarious in post-revolution Libya. Last year, U.S. Ambassador Chris Stevens and three other Americans were killed in an attack on a U.S. Diplomatic mission in the city.
XS
SM
MD
LG