ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

​ເຈົ້າໜ້າ​ທີ່​ລິ​ເບຍ​​ ເຂົ້າ​ຄວບ​ຄຸມ ​ຄ້າຍ​ທະຫານບ້ານ​ ຫົວ​ຮຸນ​ແຮງ​ ທີ່ເມືອງ Benghazi


ຊາວລິເບຍສູງອາຍຸຄົນນຶ່ງ ຮ່ວມປະທ້ວງ ຕໍ່ຕ້ານກຸ່ມ Ansar al-Shariah ​ທີ່ໄດ້ມີ​ສ່ວນ​ພົວພັນ​ກັບ ​ການ​ບຸກສັງຫານ​ ຊາວ​ອະ​ເມຣິກັນ​ສີ່​ຄົນ​ ເມື່ອ​ອາທິດ​ຜ່ານມາ.
ຊາວລິເບຍສູງອາຍຸຄົນນຶ່ງ ຮ່ວມປະທ້ວງ ຕໍ່ຕ້ານກຸ່ມ Ansar al-Shariah ​ທີ່ໄດ້ມີ​ສ່ວນ​ພົວພັນ​ກັບ ​ການ​ບຸກສັງຫານ​ ຊາວ​ອະ​ເມຣິກັນ​ສີ່​ຄົນ​ ເມື່ອ​ອາທິດ​ຜ່ານມາ.
​ເຈົ້າໜ້າ​ທີ່​ລິ​ເບຍ​ໄດ້​ເຂົ້າ​ຄວບ​ຄຸມ​ຄ້າຍ​ຂອງ​ພວກທະຫານບ້ານ​ຫົວ​ຮຸນ​ແຮງ​ ທີ່ເມືອງ Benghazi ທາງ​ພາກ​ຕາ​ເວັນ​ອອກ​ຂອງ​ລີ​ເບຍ ຫຼັງຈາກ​ການ​ກໍ່​ຄວາມ​ບໍ່ສະຫງົບ​ ທີ່​ຍັງ​ຜົນ​ໃຫ້​ມີຜູ້​ເສຍ​ຊີວິດ 11 ຄົນ ​ແລະ​ບາດ​ເຈັບ​ອີກ ຫຼາຍ ກວ່າ 60 ຄົນ.

ການ​ປະ​ທະ​ກັນ​ຢູ່​ນອກ​ຄ້າຍ​ພວກ​ຫົວ​ຮຸນ​ແຮງ Jihadist ​ແມ່ນ​ຕິດຕາມມາ​ຫລັງ​ຈາກ​ການ​ປະ​ທ້ວງ​ໃຫຍ່​ເມື່ອ​ວັນ​ສຸກ​ຜ່ານ​ມາ ຊຶ່ງ​ມີຊາວ​ລີ​ເບຍຫຼາຍ ໝື່ນຄົນພາກັນ​ເດີນ​ຂະ​ບວນ​ຜ່ານ​ເມືອງ Benghazi ​ທວງ​ໃຫ້​ສະຫຼາຍຕົວ​ພວກ​ກຸ່ມຫົວ​ຮຸນ​ແຮງເຫລົ່ານັ້ນ.

ພວກ​ປະ​ທ້ວງ​ໄດ້​ຂັບ​ໄລ່ກຸ່ມ​ທະຫານ​ບ້ານຫົວ​ຮຸນ​ແຮງ​ຈິ​ຮາດ Ansar al-Shariah ອອກຈາກກອງ​ບັນຊາ​ການ​ຂອງ​ກຸ່ມ​ແລະ​ຍຶດຄ້າຍ​ຂອງພວກ​ຫົວ​ຮຸນ​ແຮງ​ປະກອບອາວຸດ​ອື່ນໆ​ໃນ​ເມືອງ​ເບ​ງກາ​ຊີ​. ​ເຊື່ອ​ກັນ​ວ່າ ກຸ່ມ Ansar al-Shariah ​ໄດ້ມີ​ສ່ວນ​ພົວພັນ​ກັບ​ການ​ບຸກສັງຫານ​ຊາວ​ອະ​ເມຣິກັນ​ສີ່​ຄົນ​ເມື່ອ​ອາທິດ​ຜ່າ​ນມາ ຊຶ່ງ​ໂຮມ​ທັງ​ເອກ​ອັກຄະ​ລັດຖະທູດ​ສະຫະລັດ​ປະ​ຈໍາ​ລີ​ເບຍ​ນັ້ນ​ນໍາ ​ແຕ່​ກຸ່ມຫົວ​ຮຸ​ນ​ແຮງ​ດັ່ງກ່າວ​ປະຕິ​ເສດ​ຕໍ່​ການ​ກ່າວ​ຫາ​ນັ້ນ.

ສະຫະລັດ​ເວົ້າເມື່ອ​ວັນ​ເສົາ​ວານ​ນີ້​ວ່າ ການ​ໂກດ​ແຄ້ນ​ຕໍ່ຕ້ານ​ກຸ່ມ​ຫົວ​ຮຸນ​ແຮງທີ່​ເມືອງ​ເບ​ງກາ​ຊີນັ້ັນ ​ເປັນ​ຮ່ອງຮອຍ​ນຶ່ງ​ທີ່​ສະ​ແດງ​ໃຫ້​ເຫັນ​ວ່າ ຊາວ​ລີ ​ເບຍ​ບໍ່​ພ້ອມ​ທີ່​ຈະ​ປ່ອຍ​ໃຫ້​ພວກ​ຫົວ​ຮຸນ​ແຮງ ​ມາ​ມີ​ອໍານາດ​ເໜືອ​ພວກເຂົາ​ເຈົ້າ​ໄດ້. ທ່ານ Josh Earnest ​ໂຄສົກ​ທໍານຽບຂາວ ກ່າວ​ວ່າ ມັນ​ແມ່ນ ທັດສະນະ​ຂອງ​ລັດຖະບານ​ສະຫະລັດ ທີ່​ວ່າ ​ປະຊາຊົນ​ລີ​ເບຍ​ຈະ​ບໍ່​ແລກ ປ່ຽນການ​ປົກຄອງ​ຂອງ​ຈອມ​ຜະ​ເດັດ​ການ​ ກັບ​ການ​ປົກຄອງ​ຂອງ​ກຸ່ມອັນທະພານ.

ຊາວ​ອະ​ເມຣິກັນ​ສີ່​ຄົນ ​ໄດ້​ຖືກ​ສັງຫານ​ທີ່​ເມືອງ​ເບ​ງກາ​ຊີ ທ່າມກາງ​ການ​ປະ​ ທ້ວງ​ທີ່​ຮຸນ​ແຮງ ກ່ຽວ​ກັບ​ຮູບ​ເງົາ​ສະມັກຫຼິ້ນທີ່​ສ້າງ​ຢູ່​ໃນ​ສະຫະລັດ​ເລຶ່ອງນຶ່ງ ທີ່​ດູ​ໝິ່ນ​ພະ​ສາ​ສະ​ດາ​ມູຮໍາ​ມັດ​ຂອງ​ອິສລາມ​ນັ້ນ. ການ​ເດີນ​ຂະ​ບວນຕໍ່ຕ້ານ ​ຮູບ​ເງົາ​ດັ່ງກ່າວ​ຍັງ​ດໍາ​ເນີນ​ສືບ​ຕໍ່​ໄປ​ທົ່ວ​ໂລກ​ມຸສລິ​ມ.

ກ່ຽວຂ້ອງກັນ

XS
SM
MD
LG