ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ເນໂຕ້ຈະຢຸດ ປະຕິບັດງານ ຢູ່ລີເບຍ ໃນອາທິດໜ້າ


ເລຂາທິການໃຫຍ່ອົງການເນໂຕ້ ທ່ານ Anders Fogh Rasmussen
ເລຂາທິການໃຫຍ່ອົງການເນໂຕ້ ທ່ານ Anders Fogh Rasmussen

ບັນດາລັດຖະມົນຕີຂອງອົງການເນໂຕ້ທີ່ພວມປະຊຸມກັນຢູ່ນະຄອນ Brussels ໃນວັນສຸກມື້ນີ້
ໄດ້ໃຫ້ການອະນຸມັດຕໍ່ມະຕິສະບັບນຶ່ງ ທີ່ຈະຢຸດເຊົາການປະຕິບັດງານທາງອາກາດ ໃນອາທິດ
ໜ້ານີ້.

ການຕັດສິນໃຈທີ່ວ່ານີ້ມີຂຶ້ນນຶ່ງມື້ຫຼັງຈາກສະພາຄວາມໝັ້ນຄົງອົງການສະຫະປະຊາຊາດໄດ້ລົງ
ຄະແນນສຽງຍົກເລີີກ ການມອບສິດອຳນາດຂອງຕົນ ໃນການສ້າງຕັ້ງການປະຕິບັດງານດັ່ງ
ກ່າວ.

ໃນການລົງຄະແນນສຽງໃນວັນສຸກມື້ນີ້ ອົງການເນໂຕ້ໄດ້ເຮັດໃຫ້ການຕັດສິນໃຈ ຂັ້ນຕົ້ນຂອງ
ຕົນທີ່ໄດ້ບັນລຸກັນ ເມື່ອນຶ່ງອາທິດກ່ອນ ເພື່ອຢຸດເຊົາການປະຕິບັດງານຢູ່ລີເບຍໃນວັນທີ 31 ຕຸລານັ້ນເປັນການຕັດສິນໃຈຢ່າງເປັນທາງການ. ກຸ່ມພັນທະມິດເນໂຕ້ໄດ້ທຳການຕັດສິນໃຈດັ່ງ
ກ່າວທັງໆທີ່ໄດ້ມີການຮຽກຮ້ອງຈາກພວກຜູ້ນຳຊຸດໃໝ່ຂອງລີເບຍທີ່ຢາກໃຫ້ອົງການເນໂຕ້ປະ
ຕິບັດງານຕໍ່ຈົນຮອດທ້າຍປີນີ້ຍ້ອນມີຄວາມວິຕົກກັງວົນໃນດ້ານຄວາມໝັ້ນຄົງ.

ໃນວັນພະຫັດວານນີ້ຜູ້ນຳຂອງອົງການເນໂຕ້ທ່ານ Anders Fogh Rasmussen ກ່າວວ່າ ທ່ານບໍ່ໄດ້ມອງເຫັນວ່າອົງການເນໂຕ້ຈະມີບົດບາດທີ່ສຳຄັນໃດໆຢູ່ໃນລີເບຍຫຼັງຈາກທີ່ໄດ້ເກີດ
ບັນຫາຂັດແຍ້ງ. ແຕ່ແນວໃດກໍຕາມ ທ່ານກ່າວຕື່ມວ່າ ອົງການເນໂຕ້ບາງທີອາດຈະໃຫ້ການ
ຊ່ອຍເຫຼືອແກ່ລັດຖະບານຊຸດໃໝ່ໃນຂົງເຂດວຽກງານເຊັ່ນວ່າການຮັກສາຄວາມປອດໄພແລະ
ການປ້ອງກັນປະເທດ ຖ້າຫາກມີການຮ້ອງຂໍ.

ຂະນະດຽວກັນ ເຈົ້າໜ້າທີ່ສະຫະລັດໄດ້ປະກາດກ່ຽວກັບແຜນການ ທີ່ຈະຈັດສົ່ງຊາວລີເບຍທີ່
ໄດ້ຮັບບາດເຈັບສາຫັດ 30 ຄົນ ມາຮັບການປິ່ນປົວທີ່ສະຖານທີ່ພະຍາບານຢູ່ໃນສະຫະລັດ
ແລະເຢຍຣະມັນ. ເຈົ້າໜ້າທີ່ເວົ້າວ່າ ການຈັດສົ່ງດັ່ງກ່າວຈະມີຂຶ້ນໃນວັນເສົາມື້ອື່ນນີ້.

XS
SM
MD
LG