ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ລັດຊະທາຍາດ Saudi Arabia ສະຫວັນນະຄົດ


ເຈົ້າຟ້າຊາຍ Sultan bin Abdul Aziz ລັດຊະທາຍາດ ແຫ່ງ ລາດຊະວົງ Saudi Arabia
ເຈົ້າຟ້າຊາຍ Sultan bin Abdul Aziz ລັດຊະທາຍາດ ແຫ່ງ ລາດຊະວົງ Saudi Arabia

ອົງມົງກຸດລາດຊະກຸມານ Sultan bin Abdul-Aziz ລັດຊະທາຍາດຂອງ Saudi Ara-
bia ໄດ້ສະເດັດສະຫວັນນະຄົດດ້ວຍພະອາການປ່ວຍ ທີ່ບໍ່ໄດ້ມີການເປີດເຜີຍໃຫ້ຊາບ
ຮວມພະຊົນມາຍຸໄດ້ 80 ກວ່າປີ.

ການສະເດັດສະຫວັນນະຄົດ ຂອງເຈົ້າຟ້າຊາຍ Sultan ໄດ້ມີການປະກາດໃຫ້ຊາບໂດຍ
ສື່ມວນຊົນຂອງ Saudi Arabia ທີ່ກ່າວວ່າພະອົງໄດ້ສະເດັດສະຫວັນນະຄົດ ໃນວັນເສົາ
ມື້ນີ້ຢູ່ນອກລາດຊະອານາຈັກ ລຸນຫຼັງທີ່ໄດ້ລົ້ມປ່ວຍ. ລາຍງານຂ່າວຂອງປະເທດຕາເວັນ
ຕົກແຈ້ງວ່າເຈົ້າຟ້າຊາຍ Sultan ໄດ້ສະເດັດສະຫວັນນະຄົດ ຂະນະທີ່ຊົງຮັບການຜ່າຕັດ
ຢູ່ທີ່ນະຄອນນິວຢອກ.

ເຈົ້າຟ້າຊາຍ Sultan ເປັນບຸກຄົນທີ່ມີອິດທິພົນຫຼາຍທີ່ສຸດໃນລາດຊະອານາຈັກ. ນອກ
ນັ້ນ ພະອົງຍັງຊົງເປັນພະອະນຸຊາຕ່າງມານດາຂອງກະສັດ Abdullah.

ໃນທ້າຍປີ 2010 ພະອົງໄດ້ຊົງປົກຄອງປະເທດຂະນະທີ່ກະສັດ Abdullah ໄດ້ສະເດັດ
ມາຮັບການຜ່າຕັດທີ່ນະຄອນນິວຢອກ. ທັງກະສັດ ແລະອົງມົງກຸດລາດຊະກຸມານຂອງ
Saudi Arabia ຕ່າງກໍຊົງມີບັນຫາທາງສຸຂະພາບໃນໄລຍະສອງສາມປີຜ່ານມານີ້.

ໃນປີ 2009 ເຈົ້າຟ້າຊາຍ Sultan ກໍໄດ້ສະເດັດມາຮັບການພະຍາບານຢູ່ທີ່ສະຫະລັດ
ຍ້ອນພະອາການປ່ວຍທີ່ບໍ່ໄດ້ມີການເປີດເຜີຍໃຫ້ຊາບ. ກ່ອນໜ້ານັ້ນ ກໍມີການກວດ
ພົບວ່າພະອົງຊົງເປັນມະເຮັງ.

ລັດຖະມົນຕີການຕ່າງປະເທດສະຫະລັດທ່ານນາງ Hillary Clinton ໄດ້ສະແດງປະຕິ
ກິລິຍາຕໍ່ຂ່າວການສະເດັດສະຫວັນນະຄົດຂອງເຈົ້າຟ້າຊາຍ Sultan ໂດຍກ່າວວ່າພະ
ອົງຊົງເປັນຜູ້ນຳທີ່ເຂັ້ມແຂງ ແລະເປັນມິດທີ່ດີຂອງສະຫະລັດ ໃນໄລຍະຫຼາຍໆປີຜ່ານ
ມານີ້.

ທ່ານນາງໃຫ້ທັດສະນະດັ່ງກ່າວໃນວັນເສົາມື້ນີ້ຈາກຕາຈິກກິສຖານບ່ອນທີ່ທ່ານນາງໄດ້ ຢຸດແວ່ຢ້ຽມຢາມໃນເຂດເອເຊຍກາງ.

ເຈົ້າຟ້າຊາຍ Sultan ເຄີຍຮັບໜ້າທີ່ເປັນລັດຖະມົນຕີປ້ອງກັນປະເທດແລະການບິນນັບ
ແຕ່ປີ 1963 ເປັນຕົ້ນມາ. ສະຖານທູດ Saudi Arabia ທີ່ກຸງວໍຊິງຕັນກ່າວວ່າ ພະອົງ ເປັນຜູ້ມີສ່ວນໃນການສ້າງຕັ້ງກອງທັບແບບສະໄໝໃໝ່ຂອງລາດຊະອານາຈັກ.

ກ່ອນນັ້ນ ພະອົງກໍເຄີຍຮັບໜ້າທີ່ເປັນລັດຖະມົນຕີຂົນສົ່ງແລະເຈົ້າຄອງນະຄອນຫຼວງຣິ
ຢາດມາແລ້ວ.

ອົງການຂ່າວຂອງ Saudi Arabia ລາຍງານວ່າ ພິທີສົ່ງສະການໃຫ້ເຈົ້າຟ້າຊາຍ Sul-
tan ຈະມີຂຶ້ນໃນວັນອັງຄານທີ່ນະຄອນຫຼວງຣິຢາດ.

ເຈົ້າໜ້າທີ່ Saudi Arabia ຍັງບໍ່ທັນປະກາດໃຫ້ຊາບເທື່ອວ່າ ຜູ້ໃດຈະເປັນຜູ້ສືບທອດ
ຕຳແໜ່ງຂອງພະອົງແຕ່ແນວໃດກໍຕາມບຸກຄົນທີ່ມີທ່າທາງວ່າຈະໄດ້ຮັບຕຳແໜ່ງດັ່ງກ່າວ
ອາດຈະເປັນເຈົ້າຊາຍ Nayef ລັດຖະມົນຕີກະຊວງພາຍໃນ. ໃນປີ 2009 ພະອົງຊົງຖືກ
ແຕ່ງຕັ້ງໃຫ້ເປັນຮອງນາຍົກລັດຖະມົນຕີຜູ້ທີ 2 ຂອງ Saudi Arabia ຊຶ່ງເປັນຕຳແໜ່ງ ຕາມທຳນຽມໃນສາຍຂອງການສືບສັນຕິວົງນັ້ນ.

XS
SM
MD
LG