ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຮອງຫົວໜ້າ ສະພາປົກຄອງຊາດຊົ່ວຄາວ ຂອງລີເບຍ ລາອອກຈາກຕໍາແໜ່ງ.


ການປະທ້ວງທີ່ເມືອງ Benghazi, ລີເບຍ
ວັນທີ 22 ມັງກອນ 2012.
ການປະທ້ວງທີ່ເມືອງ Benghazi, ລີເບຍ ວັນທີ 22 ມັງກອນ 2012.

ຮອງ​ຫົວໜ້າ​ສະພາ​ປົກຄອງ​ແຫ່ງ​ຊາດ​ຊົ່ວຄາວ​ຂອງ​ລີ​ເບຍ ​ລາ​ອອກ​ຈາກ​ຕໍາ​ແໜ່​ງ ນຶ່ງ​ມື້ຫລັງ​ຈາກ​ພວກ​ປະ​ທ້ວງ​ຕໍ່ຕ້ານ​ລັດຖະບານ​ບຸກລຸກເຂົ້າ​ໄປ​ໃນ​ຫ້ອງການ​ແຫ່ງ​ຕ່າງໆ​ຂອງ​ສະພາ​ປົກຄອງ​ໃນ​ເມືອງBenghazi ​ໃນ​ພາກ​ຕາ​ເວັນ​ອອກ​ຂອງ​ປະ​ເທດ.

ທ່ານ Abdel Hafiz Ghoga ຊຶ່ງ​ເປັນຜູ້​ນຶ່ງ​ໃນ​ບັນດາ​ສະມາຊິກ​ຂັ້ນ​ສູງ​ສຸດ​ຂອງ​ສະພາ​ປົກຄອງ ປະກາດ​ລາ​ອອກ​ຈາກ​ຕໍາ​ແໜ່​ງ​ໃນ​ວັນ​ອາທິດວານ​ນີ້​ ຂະນະ​ທີ່​ພວກ​ນັກ​ສຶກສາ​ມະຫາວິທະຍາ​ໄລ​ຫລາຍ​ພັນ​ຄົນ​ພາກັນເດີນ​ຂະ​ບວນປະ​ທ້ວງ​ຕໍ່​ຕ້ານທ່ານ​ ໃນ​ເມືອງ Benghazi ບ່ອນ​ທີ່​ໃນ​ອາທິດ​ແລ້ວ​ນີ້ ທ່ານໄດ້ຖືກ​ຝຸງ​ຊົນ​ຫຸ້ມ​ໃສ່ ​ແລະ​ຖືກ​ຊ່ອຍ​ອອກ​ມາ​ຢ່າງ​ປອດ​ໄພ.

ພວກ​ປະ​ທ້ວງ​ປະນາມ​ການ​ມີໜ້າ​ຂອງ​ທ່ານ Ghoga ຢູ່​ໃນ​ສະພາ​ປົກຄອງ​ແຫ່ງ​ຊາດ​ຊົ່ວຄາວ ​ໂດຍ​ເອີ້ນ​ທ່ານແລະ​ອະດີດ​ເຈົ້າ​ໜ້າ​ທີ່ຄົນ​ອື່ນໆທ່ີ​ຈົງ​ຮັກ​ພັກດີ​ຕໍ່​ລັດຖະບານ​ເກົ່າ​ວ່າ ​ເປັນ​ພວກ​ສວາຍ​ໂອກາດ.

ທ່ານ Ghoga ​ໄດ້​ຮວມຢູ່​ໃນ​ກຸ່ມພວກຫລ້າສຸດ ທີ່​ໂຕນ​ໜີ​ມາ​ຫາ​ພວກ​ກະບົດ​ລີ​ເບຍ​ ຈາກ​ລັດຖະບານ​ຂອງ​ມື້ລາງ​ຜູ້ຜະ​ເດັດ​ການກາດ​ດາ​ຟີ​ນັ້ນ.

ພວກ​ຊາວ​ເມືອງ Benghazi ຍັງ​ທໍາ​ການ​ກ່າວ​ຫາ​ສະພາ​ປົກຄອງ​ແຫ່ງ​ຊາດ​ຊົ່ວຄາວ​ວ່າ ທໍາ​ການ​ສໍ້​ລາດ​ບັງ​ຫລວງ ບໍ່​ທໍາ​ການ​ເຄື່ອນ​ໄຫວ​ໄວ​ພໍ​ໃນ​ການ​ປະຕິ​ຮູບ ​ແລະ​ໃຫ້ການ​ສະໜັບສະໜຸນ​ແກ່​ພວກ​ຈົງ​ຮັກ​ພັກດີ​ໃນ ຄະນະ​ລັດຖະ​ບານ​ເກົ່າ ບົນ​ຄວາມ​ເສຍ​ຫາຍ​ຂອງ​ພວກ​ກະບົດ​ທີ່​ໄດ້​ຮັບ​ບາດ​ເຈັບ​ ທີ່​ຊ່ອຍ​ໂຄ່ນ​ລົ້ມ​ກາດ​ດາ​ຟີ​ອອກ​ຈາກ​ອໍານາດ​ໄປ​ໃນ​ປີ​ແລ້ວນັ້ນ.

ໃນ​ວັນ​ເສົາ​ຜ່ານ​ມາ​ນີ້ ພວກ​ກໍ່​ຄວາມ​ວຸ້ນວາຍ​ພາກັນ​ແກວ່ງ​ກ້ອນ​ຫິນ​ແລະລະ​ເບີດ​ມື​ໃສ່​ບໍລິ​ເວນ​ຫ້ອງການ​ຂອງ​ສະພາ​ປົກຄອງ​ແຫ່ງ​ຊາດ​ຊົ່ວຄາວ​ໃນ​ເມືອງ Benghazi ພ້ອມ​ທັງ​ບຸກເຂົ້າ​ໄປ​ໃນ​ຕຶກຂະນະ​ທີ່​ພວກ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ຂອງ​ສະພາ​ຍັງຢູ່​ທາງໃນ​ນັ້ນ ຊຶ່ງ​ເປັນ​ການສະ​ແດງ​ໃຫ້​ເຫັນ​ຄວາມ​ໂກດ​ແຄ້ນ​ຢ່າງ​ຮ້າຍ​ແຮງ​ທີ່​ສຸດຂອງ​ປະຊາຊົນ​ ຕໍ່​ສະພາ​ປົກຄອງ​ຊາດ​ຊົ່ວຄາວ ນັບ​ແຕ່​ທ່ານ​ກາດ​ດາ​ຟີ​ໄດ້​ຖືກ​ໂຄ່ນ​ລົ້ມ​ອອກໄປ.

XS
SM
MD
LG