ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

31 ຄົນ ເສຍຊີວິດ ໃນການຍິງ ພວກປະທ້ວງ ຢູ່ລີເບຍ (ວີດີໂອ)


ຜູ້ຊາຍຄົນນຶ່ງ ທີ່ໄດ້ຮັບບາດເຈັບ ເວລາທະຫານບ້ານລີເບຍ ຍິງປືນເຂົ້າໃສ່ພວກປະທ້ວງ ທີ່ນະຄອນຫຼວງຕຣີໂປລີ (15 ພະຈິກ 2013)
ຜູ້ຊາຍຄົນນຶ່ງ ທີ່ໄດ້ຮັບບາດເຈັບ ເວລາທະຫານບ້ານລີເບຍ ຍິງປືນເຂົ້າໃສ່ພວກປະທ້ວງ ທີ່ນະຄອນຫຼວງຕຣີໂປລີ (15 ພະຈິກ 2013)
ມີຜູ້ເສຍຊີວິດ ຢ່າງໜ້ອຍ 31 ຄົນ ແລະໄດ້ຮັບບາດເຈັບອີກ 200
ກວ່າຄົນທີ່ນະຄອນຕຣີໂປລີ ຫຼັງຈາກທະຫານບ້ານ ໄດ້ຍິງປືນໃສ່
ພວກປະທ້ວງ ທີ່ເດີນຂະບວນ ໄປຍັງກອງບັນຊາການຂອງພວກ
ເຂົາເຈົ້າ ເພື່ອທວງໃຫ້ຖອນພວກທະຫານບ້ານເຫລົ່ານີ້ ອອກໄປ ຈາກນະຄອນຫຼວງຂອງລີເບຍ.

ພວກທະຫານບ້ານເຫຼົ່ານີ້ແມ່ນເປັນກຳລັງທີ່ຍັງຫຼົງເຫຼືອຈາກການ
ລຸກຮືຂຶ້ນໃນປີ 2011 ເພື່ອຂັບໄລ່ຈອມຜະເດັດການ Moammar
Gadhafi ອອກຈາກຕຳແໜ່ງ ແລະເປັນກອງກຳລັງທີ່ເຂັ້ມແຂງຢູ່
ໃນລີເບຍຊຶ່ງພວມກາຍເປັນປະເທດທີ່ບ້ານເມືອງບໍ່ມີຂື່ມີແປຫຼາຍ
ຂຶ້ນນັບມື້.

ພວກປະທ້ວງໄດ້ພາກັນເດີນຂະບວນ ໄປຍັງຄຸ້ມ Gharghour ຊຶ່ງເປັນບ່ອນຕັ້ງກອງບັນຊາ ການໃຫຍ່ຂອງພວກທະຫານບ້ານ ທີ່ມາຈາກເມືອງ Misrata ທີ່ເປັນກອງກຳລັງທີ່ມີຄວາມ ເຂັ້ມແຂງ ຢູ່ໃນນະຄອນຫຼວງຕຣີໂປລີ.

ພວກເດີນຂະບວນໄດ້ພາກັນໂບກທຸງຊາດລີເບຍແລະທຸງສີຂາວພ້ອມກັບຮ້ອງຄຳຂວັນວ່າ “ພວກເຮົາຕ້ອງການທະຫານ ພວກເຮົາຕ້ອງການຕຳຫຼວດ” ຊຶ່ງໝາຍເຖິງຄຳຮຽກຮ້ອງຢາກ ໃຫ້ກອງກຳລັງຮັກສາຄວາມສະຫງົບ ທີ່ຍັງອ່ອນແອຂອງປະເທດ ເຂົ້າຮັບໜ້າທີ່ແທນພວກ ທະຫານບ້ານເຫຼົ່ານີ້.

ທຳອິດ ພວກມືປືນຢູ່ຂ້າງໃນໄດ້ຍິງປືນຂຶ້ນຟ້າ ເພື່ອຢາກໃຫ້ພວກປະທ້ວງຢ້ານ ແຕ່ໃນຂະ ນະທີ່ການເດີນຂະບວນຍັງດຳເນີນຕໍ່ໄປຢູ່ນັ້ນພວກເຂົາກໍເລີ້ມຍິງປືນເຂົ້າໃສ່ພວກປະທ້ວງ.

ພວກປະທ້ວງໄດ້ແຕກຕື່ນຫລົບໜີໄປ ແຕ່ຫຼັງຈາກນັ້ນ ກໍກັບຄືນມາອີກ ພ້ອມດ້ວຍອາວຸດ ເຕັມອັດຕາ ແລ້ວກໍບຸກເຂົ້າໂຈມຕີຄ້າຍ ບ່ອນທີ່ທະຫານບ້ານຍັງສາມາດ ຕຶງກຳລັງໄວ້ໄດ້ ຢູ່ຫຼັງຈາກຕາເວັນຕົກດິນແລ້ວ.

ອົງການຂ່າວຣອຍເຕີ້ລາຍງານວ່າ ມີທະຫານຫລາຍສິບຄົນ ໄດ້ພະຍາຍາມ ແຍກທັງສອງ ກຸ່ມອອກຈາກກັນ ແລະອັດຖະໜົນຫົນທາງສາຍຕ່າງໆ ທີ່ແລ່ນເຂົ້າອອກນະຄອນຕຣີໂປລີ ໃນຄວາມພະຍາຍາມເພື່ອປ້ອງກັນບໍ່ໃຫ້ມີການສົ່ງຜູ້ຄົນໄປສົມທົບການປະທະກັນດັ່ງກ່າວ.

Libya Attack
please wait
Embed

No media source currently available

0:00 0:00:38 0:00
XS
SM
MD
LG