ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ອົງການເນໂຕ້ ຖິ້ມລະເບີດ ໃກ້ໆບ້ານພັກ Gadhafi


ຂຸມລະເບີດທີ່ເຈົ້າໜ້າທີ່ລີເບຍກ່າວວ່າ ເກີດຈາກການໂຈມຕີທາງອາກາດ ຂອງອົງການເນໂຕ້ ທີ່ຄຸມ Bab al-Aziziyah ໃນນະຄອນຫຼວງຕຣີໂປລີ (23 ເມສາ 2011)
ຂຸມລະເບີດທີ່ເຈົ້າໜ້າທີ່ລີເບຍກ່າວວ່າ ເກີດຈາກການໂຈມຕີທາງອາກາດ ຂອງອົງການເນໂຕ້ ທີ່ຄຸມ Bab al-Aziziyah ໃນນະຄອນຫຼວງຕຣີໂປລີ (23 ເມສາ 2011)

ກຳລັງເນໂຕ້ໄດ້ຖິ້ມລະເບີດໃສ່ບໍລິເວນນຶ່ງ ໃກ້ໆບ້ານພັກ
ຂອງທ່ານ Moammar Gadhafi ຜູ້ນຳຂອງລີເບຍໃນ
ນະຄອນຫຼວງຕຣີໂປລີ ຊຶ່ງໄດ້ຖືກໃນອັນທີ່ພວກນັກຂ່າວ
ເວົ້າວ່າ ເປັນທີ່ຕັ້ງທາງທະຫານ.

ການໂຈມຕີ ໃນຕອນເຊົ້າຂອງວັນເສົາມື້ນີ້ ພາໃຫ້ມີສຽງ
ຫວໍເຕືອນໄພດັງຂຶ້ນທີ່ນະຄອນຫຼວງລີເບຍ ແຕ່ບໍ່ມີຜູ້ໃດ
ໄດ້ຮັບບາດເຈັບລົ້ມຕາຍ.

ເຈົ້າໜ້າທີ່ລີເບຍ ເວົ້າເຖິງສະຖານທີ່ໆຖືກໂຈມຕີນັ້ນວ່າ
ເປັນບ່ອນຈອດລົດ ແຕ່ພວກນັກຂ່າວທີ່ຢູ່ໃນບ່ອນເກີດ
ເຫດກ່າວວ່າຂຸມລະເບີດ 2 ຂຸມໄດ້ສະແດງໃຫ້ເຫັນເຖິງ
ຊັ້ນຂອງຊີມັງທີ່ປົກກວມໃນອັນທີ່ປາກົດວ່າເປັນຂຸມ
ມໍລະກົດຫຼືຂຸມບັນຊາການໃຕ້ດິນ ແລະເຂົາເຈົ້າເວົ້າວ່າ
ໄດ້ເຫັນແກັດລູກປືນຊະຊາຍຢູ່ໃນບໍລິເວນໃກ້ຄຽງ.

ນອກນັ້ນແລ້ວໃນວັນເສົາມື້ນີ້ກະຊວງການຕ່າງປະເທດອີຕາລີຍັງເວົ້າວ່າ ເຈົ້າໜ້າທີ່ລີເບຍ
ໄດ້ປ່ອຍກຳປັ່ນອີຕາລີລຳນຶ່ງ ທີ່ຖືກກັກໄວ້ ຢູ່ທ່າກຳປັ່ນນະຄອນຫຼວງຕຣີໂປລີ ໃນ
ເດືອນແລ້ວພ້ອມໆກັບພວກລູກເຮືອ 11 ຄົນ.

ກຳປັ່ນ ຊຶ່ງເຮັດວຽກໃຫ້ແກ່ບໍລິສັດນໍ້າມັນອີຕາລີລຳນີ້ ໄດ້ຖືກຢຶດບໍ່ດົນກ່ອນທີ່ກຳລັງປະ
ສົມນາໆຊາດເລີ້ິ້ມຈັດຕັ້ງເຫດຫ້າມບິນເໜືອລີເບຍ.

ໃນມື້ວານນີ້ ເຈົ້າໜ້າທີ່ລີເບຍກ່າວວ່າ ຈະມີການຖອນກຳລັງທະຫານອອກໄປຈາກເມືອງ
Misrata ຊຶ່ງເປັນບ່ອນທີ່ໄດ້ເກີດການສູ້ລົບກັນຢ່າງດຸເດືອດທີ່ສຸດ ລະຫວ່າງກຳລັງນິຍົມ
Gadhafi ແລະພວກຕໍ່ຕ້ານລັດຖະບານ.

ຮອງລັດຖະມົນຕີການຕ່າງປະເທດລີເບຍ ທ່ານ Khaled Kaim ກ່າວວ່າ ຊະຕາກຳຂອງ
ເມືອງດັ່ງກ່າວນີ້ ຈະປ່ອຍໃຫ້ພວກຊົນເຜົ່າ ທີ່ຢູ່ອ້ອມແອ້ມເມືອງ Misrata ແລະປະຊາຊົນ
ໃນເມືອງ Misrata ເປັນຜູ້ຕັດສິນເອງ.

ທ່ານບໍ່ໄດ້ແຈ້ງໃຫ້ຊາບວ່າ ເວລາໃດ ຫຼືພາຍໃຕ້ສະພາບການອັນໃດທາງກອງທັບຂອງລີ
ເບຍຈຶ່ງຈະຖອນອອກໄປ.

XS
SM
MD
LG