ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ພວກກະບົດລີເບຍ ຍື່ນກໍາໜົດເສັ້ນຕາຍ ຕໍ່ຝ່າຍກາດດາຟີ


ນັກຕໍ່ສູ້ຝ່າຍກະບົດຍ່າງກາຍສະອາບນໍ້າຢູ່ບ້ານພັກຂອງທ້າວ Hannibal ລູກຊາຍຄົນນຶ່ງຂອງກາດດາຟີທີ່ກຸງຕຣີໂປລີ.
ວັນທີ 30 ສິງຫາ 2011.
ນັກຕໍ່ສູ້ຝ່າຍກະບົດຍ່າງກາຍສະອາບນໍ້າຢູ່ບ້ານພັກຂອງທ້າວ Hannibal ລູກຊາຍຄົນນຶ່ງຂອງກາດດາຟີທີ່ກຸງຕຣີໂປລີ. ວັນທີ 30 ສິງຫາ 2011.

ປະຊາຊົນ​ລີ​ເບຍ​ຫລາຍ​ພັນ​ຄົນ​ໄດ້​ພາກັນ​ສະ​ເຫລີ​ມສະຫລອງ​ວັນ​ອອກ​ພັນ​ສາ​ ຫລືການສິ້ນ
ສຸດລົງ​ຂອງ​ເດືອນ​ຖື​ສີນ Ramadan ຂອງ​ຊາວ​ມຸສລິ​ມ​ໃນ​ຈະຕຸ​ລັດ​ໃຫຍ່​ໃຈກາງ​ກຸງ​ຕຣີ​ໂປ​ລີ
ໃນ​ຂະນະ​ທີ່​ທາງ​ການ​ຂອງ​ອຳນາດປົກຄອງ​ຊາດ​ຊົ່ວຄາວ​ຂອງ​ລີ​ເບຍ ຊຸກ​ຍູ້​ໃຫ້​ພວກ​ກໍາລັງ​
ທີ່​ຈົງ​ຮັກ​ພັກດີຕໍ່​ທ່ານ​ມວມມາ​ກາດ​ດາ​ຟີ ​ໃນ​ເມືອງ Sirte ​ບ້ານ​ເກີດ​ເມືອງ​ນອນ​ຂອງ​ທ່ານ
​ໃຫ້ຍອມ​ຈໍານົນ​.

ພວກ​ກໍາລັງ​ຕໍ່ຕ້ານ​ກາດ​ດາ​ຟີ​ໄດ້​ຈັດ​ຕັ້ງ​ການ​ຮັກສາ​ຄວາມ​ປອດ​ໄພ​ໃນ​ເຂດ​ອ້ອມ​ແອ້ມ​ຈະ​ຕຸ​ລັດ
​ໃນ​ວັນ​ພຸດ​ມື້​ນີ້ ຮວມທັງ​ສົ່ງ​ພວກ​ມື​ປືນ​ຂຶ້ນ​ເທິງຫລັງຄາ​ຕຶກ​ອາຄານ​ຕ່າງໆ ​ໃນ​ຂະນະ​ທີ່​ພວກ​
ປະຊາຊົນ​ຫລາຍ​ພັນ​ຄົນ​ພາກັນ​ໄປ​ເຕົ້າ​ໂຮມ​ກັນ ​ເພື່ອ​ທໍາ​ການ​ໄຫວ້​ວອນ​ພາວະນາ​ແລະ​ຮ້ອງ​ໂຮ
ດ້ວຍ​ຄວາມ​ເບີກບານ​ມ່ວນ​ຊື່ນ​ໃນ​ມື້​ທໍາ​ອິດ​ຂອງ​ບຸນ Eid al-Fitr.

ທ່ານ Mustafa Abdel Jalil ຜູ້​ນໍາ​ສະພາ​ປົກຄອງ​ແຫ່ງ​ຊາດ​ລະຍະຂ້າມ​ຜ່ານ​ລີ​ເບຍ​ ກ່າວ​
ໃນວັນ​ອັງຄານ​ວານ​ນີ້​ວ່າ ພວກ​ກໍາລັງ​ຂອງ​ທ່ານ​ຈະ​ເລີ້ມ​ທໍາ​ການ​ເຄື່ອນ​ໄຫວ​ທາງ​ທະຫານ
ໃນ​ເມືອງ Sirte ຖ້າ​ພວກ​ທະຫານ​ນິຍົມ​ກາດ​ດາ​ຟີ ບໍ່​ທໍາ​ການ​ເຈລະຈາ​ຢ່າງຮອບດ້ານ ​ແລະ​
ຍອມ​ຈໍານົນ​ພາຍ​ໃນ​ວັນ​ເສົາ​ຈະ​ມາ​ນີ້ 1 ມື້ ​ຫລັງ​ຈາກວັນພັກ​ບຸນ Eid al-Fitr ເປັນ​ເວລາ 3
ມື້​ເສັດ​ສິ້ນ​ລົງ.

ພວກ​ນັກ​ຕໍ່ສູ້​ຕໍ່ຕ້ານ​ທ່ານ​ກາດ​ດາ​ຟີ​ກ່າວ​ວ່າ ພວກ​ເຂົາ​ເຈົ້າ​ກໍາລັງ​ຕຽມທໍາ​ການ​ສູ້​ລົບ​ບັ້ນ​ສຸດ
ທ້າຍ​ເພື່ອ​ເຂົ້າ​ຄວບ​ຄຸມ​ບ່ອນ​ລີ້​ຊ່ອນ​ແຫ່ງ​ສຸດ​ທ້າຍ​ຂອງ​ກາດ​ດາ​ຟີ​ໃນ​ລີ​ເບຍ​ນັ້ນ. ວັນ​ກໍານົດ​
ເສ້ນ​ຕາຍ​ໃນ​ວັນ​ເສົາ​ຈະ​ມາ​ນີ້ ​ຕົ້ນຕໍ​ແລ້ວແມ່ນ​ພົວພັນ​ກັບ​ເມືອງ Sirte ​ແຕ່​ມັນ​ກວມ​ລວມກັບ
ທີ່​ໝັ້ນ​ແຫ່ງ​ຕ່າງໆ​ຂອງ​ພວກ​ຈົງ​ຮັກ​ພັກດີ​ຕໍ່​ທ່ານ​ກາດ​ດາ​ຟີ ໃນ​ເມືອງ Bani Walid ​ແລະ​
ເມືອງ Sabha ​ໃນ​ພາກ​ໃຕ້​ນັ້ນນຳ.

ກຸ່ມ​ເນ​ໂຕ້​ກ່າວ​ວ່າ ຕົນ​ໄດ້​ສືບ​ຕໍ່​ທໍາ​ການ​ໂຈມ​ຕີ​ທາງ​ອາກາດ​ຢູ່​ຕໍ່​ມາ​ໃສ່​ເມືອງ Sirte ​ແລະ​
ເມືອງ Bani Walid ​ໂດຍ​ໄດ້​ໂຈມ​ຕີ​ເປົ້າ​ໝາຍ​ແຫ່ງ​ຕ່າງໆ​ຢູ່​ທັງ​ສອງ​ເຂດ​ໃນ​ວັນ​ອັງຄານ
ວານ​ນີ້.

ບໍ່​ມີ​ຜູ້​ຄົນ​ຜູ້​ໃດໄດ້​ເຫັນ​ທ່ານ​ກາດ​ດາ​ຟີ ​ແລະ​ພວກ​ລູກ​ຊາຍ​ທີ່ມີ​ອິດ​ທິພົນ​ທີ່ສຸດ​ຂອງ​ທ່ານ
ນັບແຕ່​ພວກ​ນັກ​ຕໍ່ສູ້​ຕ້ານ​ທ່ານ​ກາດ​ດາ​ຟີ​ໄດ້​ເຂົ້າ​ຄວບ​ຄຸມໃນ​ກຸງ​ຕຣີ​ໂປ​ລີ​ມາ​ໃນ​ສັບປະດາ
​ແລ້ວ​ນີ້. ມີ​ບາງ​ຄົນ​ເຊື່ອ​ວ່າ ອະດີດ​ຜູ້​ນໍາ​ທ່ານ​ນີ້​ອາດ​ຈະ​ລີ້​ຊ່ອນ​ຢູ່​ໃນ​ພາກ​ໃຕ້​ຂອງ​ປະ​ເທດ.

ໃນ​ຂະນະ​ດຽວ​ກັນ ​ເລຂາທິການ​ໃຫຍ່​ສະຫປະຊາ​ຊາດ ທ່ານ​ພັນ​ກີ​ມູນກ່າວ​ວ່າ ມີ​ຄວາມ​
ຮູ້ສຶກ​ເຫັນ​ພ້ອມ​ກັນ​ຢ່າງ​ກວ້າງຂວາງ​ທີ່ວ່າ ປະຊາ​ຄົມນາໆ​ຊາດ​ຕ້ອງ​ຮ່ວມ​ສາມັກຄີ​ກັນ​
ພາຍ​ໃຕ້​ແຜນການ​ປະສານ​ງານ​ກັນ​ຢ່າງ​ດີ​ສໍາລັບໄລຍະຂ້າມຜ່ານຫລັງ​ຈາກຍຸກສະໄໝ
ຂອງທ່ານກາດດາຟີໃນ​ລີ​ເບຍ ​ແລະ​ວ່າສະຫະປະຊາ​ຊາດ​ຄວນ​ຈະ​ເປັນ​ຜູ້​ນໍາພາ​ໃນ​ຄວາມ
ພະຍາຍາມ​ດັ່ງກ່າວ.

XS
SM
MD
LG