ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ລີເບຍບໍ່ໃຫ້ຄວາມສໍາຄັນ ຕໍ່ໝາຍຈັບກາດດາຟີ ຂອງສານອາຍານາໆຊາດ


ທ່ານ Luis Moreno-Ocampo ໄອຍະການສານອາຍານາໆຊາດ ກ່າວຕໍ່ກອງປະຊຸມນັກຂ່າວທີ່ສານອາຍາ ນາໆຊາດທີ່ກຸງ Hague ປະເທດ Netherlands, ວັນທີ 28 ມິຖຸນາ 2011.
ທ່ານ Luis Moreno-Ocampo ໄອຍະການສານອາຍານາໆຊາດ ກ່າວຕໍ່ກອງປະຊຸມນັກຂ່າວທີ່ສານອາຍາ ນາໆຊາດທີ່ກຸງ Hague ປະເທດ Netherlands, ວັນທີ 28 ມິຖຸນາ 2011.

ລີ​ເບຍ​ບໍ່ໄດ້ໃຫ້ຄວາມສຳຄັນຕໍ່​ໝາຍ​ຈັບ​ທີ່​ອອກ​ໂດຍສານ​ອາຍາ​ນາໆ​ຊາດ​ເພື່ອ​ໃຫ້ຈັບ​ກຸມ​ໂຕ​ກາດ​ດາ​ຟີ ຜູ້​ນໍາ​ລີ​ເບຍ ​ແລະ​ຜູ້​ຊ່ອຍ​ວຽກ​ຂັ້ນ​ສູງ​ສຸດ 2 ຄົນ​ຂອງທ່ານ​ກາດ​ດາ​ຟີ​ ​ໃນ​ຂໍ້​ຫາ​ເປັນ​ອາ​ຊະ​ຍາກ​ອນສົງຄາມ​ທີ່​ພົວພັນ​ກັບ​ການປາບ​ປາມ​ຂອງ​ພວກ​ເຂົາ​ເຈົ້າ​ຕໍ່​ການ​ລຸກ​ຮື​ຂຶ້ນ​ຕໍ່ຕ້ານ​ລັດ ຖະບານ​ຂອງ​ພວກ​ຝ່າຍ​ຄ້ານ​ນັ້ນ.

ທ່ານ Mohammad al-Gamudi ລັດຖະມົນຕີ​ຍຸຕິ​ທໍາ​ຂອງ​ລີ​ເບຍ​ກ່າວ​ໃນ​ວັນ​ຈັນ​ວານ​ນີ້​ວ່າ ລີ​ເບຍ​ບໍ່​ຮັບ​ເອົາ​ຄວາມ​ຖືກຕ້ອງ​ຊອບທຳຕາມ​ກົດໝາຍ​ຂອງ​ສານ​ທີ່​ວ່າ​ນີ້.

ສານ​ອາຍາ​ລະຫວ່າງ​ຊາດ ​ໄດ້​ອອກ​ໝາຍ​ຈັບ​ໃນເຊົ້າ​ວັນ​ຈັນ​ວານ​ນີ້​ຕໍ່​ທ່ານ​ກາ​ດາ​ຟີ ພ້ອມ​ທັງ​ລູກ​ຊາຍ​ຄື​ທ້າວ Seif al-Islam ​ແລະ​ທ່ານ Abdullah al-Senussi ຫົວໜ້າ​ອົງກາ​ນສືບ​ລັບ​ລີ​ເບຍ.

ຄຳຟ້ອງ​ຮ້ອງ​ຫລື​ກ່າວ​ໂທດ​ຂອງ​ສານ​ນາໆ​ຊາດ​ນັ້ນ ກ່າວ​ຫາ​ທ່ານ​ກາດ​ດາ​ຟີ​ແລະ​ພວກ​ຊ່ອຍ​ວຽກ​ຂອງ​ທ່ານ​ວ່າ ​ຍັບ​ຍັ້ງ​ພວກ​ປະ​ທ້ວງ​ໂດຍ​ໃຊ້​ການ​ຄຸມ​ຂັງ ການ​ທາລຸນ​ນະ​ກໍາ ​ແລະ​ໃຊ້​ກໍາລັງ​ທີ່ຮ້າຍແຮງ ເຊ່ນ​ການ​ອອກ​ຄໍາ​ສັ່ງ​ພວກ​ມື​ປືນດັກ​ຍິງ​ໃສ່​ພວກ​ພົນລະ​ເຮືອນ​ທີ່ກໍາລັງ​ອອກ​ຈາກ​ໂບດ​ດັ່ງ​ນີ້​ເປັນ​ຕົ້ນ.

ສຳນວນຟ້ອງ​ຮ້ອງຂອງ​ພວກ​ພິພາກສາ​ສານ​ກ່າວ​ວ່າ ມີ​ພື້ນຖານ​ທີ່​ມີ​ເຫດຜົນ​ຫລາຍ​ຢ່າງ​ທີ່ພາໃຫ້​ເຊື່ອ​ວ່າ ບຸກຄົນ​ທັງ​ສາມ​ມີ​ຄວາມ​ຮັບຜິດຊອບ​ທາງ​ດ້ານ​ອາຍາ​ສໍາລັບ​ການ​ຄາດ​ຕະກໍາ​ແລະ​ການ​ລົງໂທດຢ່າງ​ຮຸນ​ແຮງ​ຕໍ່​ພວກ​ພົນລະ​ເຮືອນ​ຫລາຍ​ຮ້ອຍ​ຄົນ​ໃນ​ລະຫວ່າງ​ການ​ເດີນ​ຂະ​ບວນປະ​ທ້ວງ​ຢ່າງ​ສັນຕິ​ໃນ​ເດືອນ​ກຸມພາ​ຜ່ານ​ມາ​ນັ້ນ.

ຫົວໜ້າ​ສະພາ​ປົກຄອງ​ໄລຍະ​ຂ້າມ​ຜ່ານ​ແຫ່ງ​ຊາດ​ຂອງພວກກະບົດລີ​ເບຍສະ​ແດງ​ຄວາມຍິນ​ດີ​ນໍາ​ການ​ເຄື່ອນ​ໄຫວ​ຂອງ​ສານ​ລະຫວ່າງ​ຊາດ​ແລະ​ເຕືອນ​ວ່າ ຜູ້​ໃດ​ກໍຕາມ​ທີ່ພະຍາຍາມ​ເອົາ​ໂຕ​ທ່ານ​ກາດ​ດາ​ຟີ​ໄປ​ເຊື່ອງ​ໄວ້ ກໍ​ຈະ​ປະ​ເຊີນກັບ​ການ​ດໍາ​ເນີນ​ຄະດີ​ໃນ​ສານ​ເຊ່ນ​ກັນ.

ທີ່​ກຸງ​ວໍ​ຊິງ​ຕັນ ທ່ານ Jay Carney ​ໂຄສົກ​ປະ​ຈໍາ​ທໍານຽບຂາວ ກ່າວ​ວ່າ ໝາຍ​ຈັບ​ທີ່​ວ່າ​ນີ້​ເປັນ​ສິ່ງ​ສະ​ແດງ​ໃຫ້​ເຫັນ​ອີກ​ອັນ​ນຶ່ງ​ທີ່ວ່າ​ທ່ານ​ກາດ​ດາ​ຟີ​ໄດ້​ສູນ​ເສຍ​ຄວາມ​ຖືກຕ້ອງ​ຊອບ​ທໍາ​ຕາມ​ກົດໝາຍ​ຂອງ​ທ່ານ​ແລ້ວ ​ແລະ​ກ່າວ​ວ່າ ຜູ້​ນໍາ​ລີ​ເບຍ​ຈະ​ຕ້ອງ​ເປັນ​ຜູ້​ຮັບຜິດຊອບ.

ອັງກິດ ຝຣັ່ງ​ແລະ​ອີ​ຕາ​ລີ ຕ່າງກໍໄດ້​ສະ​ແດງ​ຄໍາ​ຍ້ອງຍໍ​ໃນ​ການ​ອອກ​ໝາຍ​ຈັບ​ນີ້.

XS
SM
MD
LG