ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ພວກກະບົດລີເບຍ ເຂົ້າເມືອງ Brega ໄດ້ແລ້ວ


키프로스 은행들이 28일 업무를 재개한 가운데, 라이키 은행 니코시아 지점 앞에 몰려든 고객들. 인파를 비집고 들어오는 여경관을 은행 직원이 돕고 있다.
키프로스 은행들이 28일 업무를 재개한 가운데, 라이키 은행 니코시아 지점 앞에 몰려든 고객들. 인파를 비집고 들어오는 여경관을 은행 직원이 돕고 있다.

ພວກ​ກະບົດ​ລີ​ເບຍ​ກ່າວ​ວ່າ ພວກ​ເຂົາ​ເຈົ້າ​ໄດ້​ເຄື່ອນເຂົ້າ​ໄປ​ໃນ​ເມືອງ​ທ່າ​ຍຸດ​ທະ​ສາດ​ນໍ້າມັນ
Brega​ ແລ້ວ ​ແລະ​ກໍາລັງ​ທໍາ​ການ​ສູ້​ລົບ​ກັນ​ຢູ່​ຕາມ​ຖະໜົນ​ຫົນທາງ​ກັບ​ພວກ​ກໍາລັງ​ທີ່​ຈົງ​
ຮັກ​ພັກດີ​ຕໍ່ທ່ານ​ມວມມາ​ກາດ​ດາ​ຟີ ຜູ້​ນໍາ​ລີ​ເບຍ ​ໃນ​ອັນ​ທີ່ເປັນ​ການ​ບຸກ​ໂຈມ​ຕີ​ຄັ້ງ​ໃຫຍ່​ທີ່
ສຸດ​ໃນພາກ​ຕາ​ເວັນ​ອອກ​ຂອງ​ປະ​ເທດ​ໃນ​ຮອບ​ຫລາຍ​ສັບປະດາ​ຜ່ານ​ມາ.

ລາຍ​ງານ​ຂ່າວ​ຈາກ​ເມືອງ Brega ​ໃນ​ວັນ​ອາທິດ​ວານ​ນີ້ໄດ້ບັນ​ລະ​ຍາຍເຖິງການ​ປະ​ທະ​
ກັນ​ໃນຫລາຍໆ​ເຂດ​ຢູ່​ອາໄສຂອງ​ຊາວ​ເມືອງ. ບັນດາ​ຜູ້​ນໍາຝ່າຍ​ຄ້ານ​ກ່າວ​ວ່າ ຢ່າງ​ໜ້ອຍ
ພວກ​ກະບົດ​ໄດ້​ເສຍ​ຊີວິດ​ໄປ 10 ຄົນ​ໃນ​ການ​ສູ້​ລົບກັນ​ມາ 4 ມື້​ແລະອີກ 125 ຄົນໄດ້
ຮັບ​ບາດເຈັບ. ​ແຕ່​ລາຍ​ງານ​ເລື້ອງ​ຜູ້​ບາດ​ເຈັບ​ລົ້ມ​ຕາຍ​ຂອງ​ຝ່າຍ​ລັດຖະບານ​ນັ້ນ​ ບໍ່​ມີ​ທາງ
ເປັນ​ໄປ​ໄດ້​ທີ່​ຈະ​ໄດ້​ຮັບ​ໂຕ​ເລກ​ຢ່າງ​ແນ່ນອນ​.

ມາ​ຮອດ​ວັນ​ອາທິດ​ວານ​ນີ້ ການ​ບຸກ​ໂຈມ​ຕີ​ຂອງ​ຝ່າຍ​ກະບົດ​ເພື່ອ​ຍຶດ​ເອົາເມືອງ Brega
ຄືນ​ນັ້ນ​ ​ແມ່ນ​ໄດ້​ຈໍາກັດ​ຢູ່​ແຕ່ການ​ໂຈມ​ຕີ​ດ້ວຍ​ປືນ​ຄົກ​ແລະ​ຈະ​ຫລວດ​ຈາກທາງ​ນອກ​ເມືອງ
ໃນ​ຂະນະ​ທີ່​ພວກ​ທະຫານ​ທີ່​ຈົງ​ຮັກ​ພັກດີ​ຕໍ່​ກາດ​ດາ​ຟີ​ ທີ່​ມີອາວຸດ​ດີກ​ວ່າ ​ໄດ້​ເຮັດ​ໃຫ້ການ
ບຸກຄືບ​ໜ້າຂອງຝ່າຍ​ກະບົດ​ ຊັກຊ້າລົງ​ໂດຍ​ໃຊ້​ລະ​ເບີດ​ຝັງ​ດິນ​ແລະ​ການ​ລະດົມ​ຍິງ​ປືນ​
ໃຫຍ່​ໃສ່. ​ແຕ່​ການ​ສູ້ລົບ​ກັນ​ຕາມ​ຖະໜົນ​ຫົນທາງ​ໃນ​ວັນ​ອາທິດ​ວານ​ນີ້ ​ແມ່ນ​ພົວພັນ​ກັບ​
ການ​ໃຊ້​ປືນ​ກົນ​ສູ້​ກັນໃນ​ໄລຍະ​ໃກ້ໆ.

ເມືອງ Brega ​ເປັນ​ເມືອງ​ທ່າ​ຍຸດ​ທະ​ສາດ​ນໍ້າມັນ ຊຶ່ງ​ຕັ້ງ​ຢູ່​ຫ່າງ​ຈາກ​ນະຄອນຫລວງຕຣີ​
ໂປ​ລີ ​ໄປ​ທາງ​ທິດຕາ​ເວັນ​ອອກ 750 ຫລັກ​ກິ​ໂລ​ແມັດ. ພວກ​ກະບົດ​ກ່າວ​ວ່າ ການ​ຍຶດ​
ເອົາ​ເມືອງ Brega ຄືນ​ ຈະ​ເປັນ​ຈຸດ​ຫົວລ້ຽວຫົວ​ຕໍ່ ໃນ​ການ​ສູ້​ລົບກັນ​ໃນ​ພາກ​ຕາ​ເວັນ
ອອກ​ນັ້ນ.

XS
SM
MD
LG