ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເຮືອບິນເນໂຕ້ໂຈມຕີ ນະຄອນ Tripoli ອີກ


ບັນດາຕຶກອາຄານໃນນະຄອນຫຼວງ Tripoli ທີຖືກໂຈມຕີ
ບັນດາຕຶກອາຄານໃນນະຄອນຫຼວງ Tripoli ທີຖືກໂຈມຕີ

ເຮືອບິນ NATO ໄດ້ທໍາການຍິງບັນດາຕຶກອາຄານໃນເຂດ
ໃຈກາງເມືອງໃນນະຄອນຫຼວງ Tripoli ໃນວັນອັງຄານມື້ນີ້
ໃນຂະນະທີທາງການຂອງຣັດເຊຍ ໄດ້ກະກຽມເພື່ອຈະພົບ
ປະ ກັບບັນດາຜູ້ຕາງໜ້າຂອງລັດຖະບານ Libya ໃນ
Moscow.

ການໂຈມຕີທາງອາກາດໃນນະຄອນຫຼວງລີເບຍ ໄດ້ແນ່
ເປົ້າໝາຍໃສ່ຕຶກອາຄານທີ່ໃຊ້ການ ໂດຍພະແນກຮັກສາ
ຄວາມປອດໄພຂອງປະເທດ ແລະກໍເປັນສູນກາງຂອງພະ
ແນກການຕໍ່ຕ້ານການສໍ້ລາດບັງຫຼວງ. ຕຶກອາຄານທັງສອງ
ໄດ້ລຸກໄໝ້ເປັນແປວໄຟລຸນຫຼັງທີ່ໄດ້ຖືກລະ ເບີດຈາກເຮືອ
ບິນ.

ພວກເຈົ້າໜ້າທີ່ຂອງຣັດເຊຍໄດ້ຕຽມການທີ່ຈະພົບປະກັບ
ສະມາຊິກຂອງລັດຖະບານຜູ້ນໍາ Moammar Gadhafi
ທີ່ກຸງ Moscow ໃນວັນອັງຄານມື້ນີ້. ພວກເຈົ້າໜ້າທີ່ຣັດ
ເຊຍຍັງກ່າວຕື່ມວ່າ ການປະຊຸມອີກຄັ້ງນຶ່ງຕ່າງຫາກ ກັບບັນດາຜູ້ແທນຂອງກຸ່ມພວກ
ກະບົດແມ່ນຈະມີຂຶ້ນໃນເວລາຕໍ່ໄປ.

ທ່ານ Franco Frattini ລັດຖະມົນຕີກະຊວງການຕ່າງປະເທດ Italy ກ່າວວ່າ ອົງການ ສະຫະປະຊາຊາດແລະເຈົ້າໜ້າທີ່ Libya ພວມຊອກຫາຊ່ອງທາງທີ່ຈະໃຫ້ຜູ້ນໍາຂອງ Libya ໄປລີ້ໄພທາງການເມືອງຢູ່ຕ່າງປະເທດ.

ໃນວັນຈັນວານນີ້ ໄອຍະການຂອງສານນາໆຊາດໄດ້ຮ້ອງຂໍໃຫ້ພວກຜູ້ພິພາກສາອອກໝາຍ
ຈັບທ່ານ Moammar Gadhafi, ລູກຊາຍຄົນນຶ່ງຂອງທ່ານ ແລະຫົວໜ້າສືບລັບ ໃນຖານ ກໍ່ໂທດກຳຕ້ານມະນຸດຊາດນັ້ນ.

Luis Moreno-Ocampo ໄດ້ກ່າວທີ່ນະຄອນ Hague ໃນວັນຈັນວານນີ້ວ່າ ທ່ານໄດ້ຮວບ ຮວມຫຼັກຖານຕ່າງໆທີ່ວ່າ Moammar Gadhafi, ທ້າວ Saif al-Islam Gadhafi ແລະ
ຫົວໜ້າສືບລັບ ທ່ານ Abdullah al-Sanousi ໄດ້ກໍ່ໂທດກຳຕ່າງໆໂດຍມີເປົ້າໝາຍທີ່ຈະ ຮັກສາໄວ້ຊຶ່ງອຳນາດຂອງຜູ້ນໍາຂອງ Libya.

XS
SM
MD
LG