ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ໄລບີເຣຍ ຈັດ​ຕັ້ງ​​​ເປົ້າ​ໝາຍ ​ແຫ່ງ​ຊາດ ທີ່ຈະບໍ່ໃຫ້ມີ ກໍລະນີອີໂບລາໃໝ່ ອີກ ຕັ້ງແຕ່ ວັນທີ 25 ທັນ​ວາ ໄປ


ພະຍາບານຄົນນຶ່ງ ກຳລັງໃສ່ຊຸດປ້ອງກັນ ກ່ອນທີ່ຈະເຂົ້າໄປໃນເຂດ ທີ່ມີຄວາມສ່ຽງສູງ ຂອງໜ່ວຍຮັກສາພະຍາດ ອີໂບລາ ທີ່ປະຕິບັດງານໂດຍ ນາຍໝໍບໍ່ມີພົມແດນ ຫຼື Doctors Without Borders (Medecins Sans Frontieres) ໃນມອນໂຣເວຍ ປະເທດໄລບີເຣຍ.
ພະຍາບານຄົນນຶ່ງ ກຳລັງໃສ່ຊຸດປ້ອງກັນ ກ່ອນທີ່ຈະເຂົ້າໄປໃນເຂດ ທີ່ມີຄວາມສ່ຽງສູງ ຂອງໜ່ວຍຮັກສາພະຍາດ ອີໂບລາ ທີ່ປະຕິບັດງານໂດຍ ນາຍໝໍບໍ່ມີພົມແດນ ຫຼື Doctors Without Borders (Medecins Sans Frontieres) ໃນມອນໂຣເວຍ ປະເທດໄລບີເຣຍ.

ບັນ​ດາ​ປະ​ເທດ ​ໃນ​ອາ​ຟຣິກາ​ຕາ​ເວັນ​ຕົກ ທີ່​ໄດ້​ຮັບຜົນ​ກະທົບ
​ຢ່າງ​ໜັກ​ທີ່​ສຸດ​ ຈາກ​ການ​ລະ​ບາດ​ຂອງພະຍາດ​ອີ​ໂບລາ ​ທີ່
ອັນຕະລາຍ​ເຖິງແກ່​ຊີວິດ​ນັ້ນ ແມ່ນ​ປະ​ເທດໄລ​ບີ​ເຣຍ ​ຊຶ່ງໄດ້
ຈັດ​ຕັ້ງ​ເປົ້າ​ໝາຍ​ແຫ່ງ​ຊາດ ວ່າ​ຈະ​ບໍ່​ໃຫ້​ມີ​ກໍລະນີ​ໃໝ່ອີກ ຕັ້ງ​ແຕ່
​ວັນ​ທີ 25 ທັນວາ​ນີ້ ຊຶ່ງ​ເປັນ​ວັນ​ຄຣິສມັສ ​ເປັນ​ຕົ້ນ​ໄປ.

ປະທານາທິບໍດີ​ໄລ​ບີ​ເຣຍ ທ່ານ​ນາງ Ellen Johnson Sirleaf
ກ່າວ​ຖະ​ແຫລ​ງ​ໃຫ້ທົ່ວ​ປະ​ເທດ​ທາງ​ວິທະຍຸ​ ​ໃນວັນ​ອາທິດ​ວານ​ນີ້
ວ່າ ເສັ້ນທາງ​ ການ​ຟື້ນ​ຕົວ​ຄືນ ​ແມ່ນມີ​ຄວາມ​ຫຍຸ້ງຍາກ​ ແຕ່ ທ່ານ
​ນາງ​ກໍກ່າວ​ອີກ​ວ່າ ລະບົບ​ສາທາລະນະ​ສຸກ ​ຂອງ​ໄລ​ບີ​ເຣຍ ຕ້ອງ
​ມີ​ຄວາມ​ພ້ອມທີ່​ດີກ​ວ່າ​ນີ້ ​ເພື່ອ​ຈະ​ຮັບ​ມື ກັບພະຍາດຕິ​ດ​ແປດ​ໃດໆ​
ໃນ​ອະນາຄົດ ພ້ອມ​ກັນ​ກັບ ຍັງ​ຕ້ອງ​ໄດ້ມີ​ການ ​ປັບ​ປຸງເສດຖະກິດ ​ແລະ ການ​ປົກຄອງ ​ຂອງ​ປະ​ເທດໃຫ້​ດີຂຶ້ນ ອີກດ້ວຍ.

ຫຼາຍກວ່າ 2,800 ​ກໍລະນີໃນ​ຈຳນວນ 5,165 ກໍລະນີຂອງ​ຜູ້​ເສຍ​ຊີວິດ​ຍ້ອນ​ອີ​ໂບລາ​ ໃນ
​ອາ​ຟຣິກາ​ຕາ​ເວັນ​ຕົກ ​ແມ່ນ​ໄດ້​ຖືກບັນທຶກ​ວ່າ​ແມ່ນມາຈາກປະ​ເທດ​ໄລ​ບີ​ເຣຍ.

​ໃນ​ວັນ​ອາທິດ​ເຊັ່ນ​ກັນ ບັນດາ​ເຈົ້າໜ້າ​ທີ່​ສາທາລະນະ​ສຸກ​ຂອງ​ສະຫະລັດ ກ່າວ​ວ່າ ບັນດາ​ຜູ້​ເດີນທາງ​ມາ​ຈາກ​ປະ​ເທດ​ມາລີ ຈະໄດ້​ຮັບ​ການກວດ​ສອບ ​ແລະ ຕິດຕາມ​ເບິ່ງ​ຄື​ກັນ​ກັບ ຜູ້​ຄົນ​ທີ່​ເດີນທາງ​ມາ​ຈາກ ​ໄລ​ບີ​ເຣຍ ຊີ​ແອ​ຣາ ​ແລ​ອອນ ​ແລະ ກີ​ນີ. ການກວດ​ສອບ​ດັ່ງກ່າວ​ນັ້ນ ລວມມີ​ ການວັດ​ແທກ​ອຸນຫະພູມ ​ຂອງ​ບັນດາ​ຜູ້ເດີນທາງ​ເຂົ້າມາ ​ແລະ ສອບ​ຖາມ​ພວກ​ເຂົາ​ເຈົ້າ ກ່ຽວ​ກັບ​ສຸຂະພາບ​ຂອງ​ເຂົາ​ເຈົ້າ ​ແລະ ຄວາມ​ເປັນ​ໄປ​ໄດ້ ​ທີ່​ພວກ​ເຂົາ​ໄດ້​ສຳ​ພັດ​ກັບ​ໄວຣັສອີ​ໂບລາ ຫຼືບໍ່.

​ເຖິງຢ່າງ​ໃດ​ກໍ​ຕາມ ປະ​ເທດ​ມາລີ ຍັງ​ບໍ່​ໄດ້​ຮັບ​ຜົນ​ກະທົບ​ຈາກ​ການລະບາດ​ຢ່າງ​ກວ້າງຂວາງ ຂອງ​ອີ​ໂບລາ ​ແຕ່​ ມີ​ກໍລະນີ​ຜູ້​ຕິດ​ເຊື້ອ​ອີ​ໂບລາຈຳນວນ​ນຶ່ງ ​ທີ່​ໄດ້ຮັບ​ການຢັ້ງຢືນ​ແລ້ວ​ໃນ​ປະ​ເທດນັ້ນ ​ເມື່ອ​ບໍ່​ດົນ​ມາ​ນີ້.

XS
SM
MD
LG