ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ນາຍົກ ຫວຽດນາມ ກ່າວ​ວ່າ ປະ​ເທດ ​​ໄດ້​ຮຽນ​ຮູ້ “ບົດຮຽນ​ອັນ​ລ້ຳ​ຄ່າ” ຈາກເຫດປາຕາຍ


ນາຍົກລັດຖະມົນຕີຫວຽດນາມ ທ່ານ Nguyen Xuan Phuc ກຳລັງສາບານໂຕ ຫລັງຈາກໄດ້ຖືກຮັບເລືອກ.
ນາຍົກລັດຖະມົນຕີຫວຽດນາມ ທ່ານ Nguyen Xuan Phuc ກຳລັງສາບານໂຕ ຫລັງຈາກໄດ້ຖືກຮັບເລືອກ.

ນາຍົກລັດຖະມົນຕີຫວຽດນາມ ທ່ານ Nguyen Xuan Phuc ກ່າວ​ວ່າ ປະ​ເທດຫວຽດ ນາມ​ໄດ້​ຮຽນ​ຮູ້ “ບົດຮຽນ​ອັນ​ລ້ຳ​ຄ່າ” ຈາກ​ເຫດ​ປາຕາຍເປັນ​ຈຳ​ຫຼວງຫຼາຍຢູ່​ໃນ​ສີ່ແຂວງ​ແຄມຝັ່ງ​ທະ​ເລ ​ຍ້ອນ​ໄພພິບັດ​ດ້ານ​ສິ່ງ​ແວດ​ລ້ອມທີ່​ເຮັດ​ໃຫ້​ເກີດການ​ປະ​ທ້ວງ​ທີ່​ບໍ່​ຄ່ອຍເຫັນ​ກັນ​ຢູ່​ໃນທົ່ວ​ປະ​ເທດດັ່ງກ່າວ.

ທ່ານ Phuc ​ໄດ້​ຖະ​ແຫລ​ງຕໍ່​ສະພາຫຼັງ​ຈາ​ກ​ໄດ້​ຖືກ​ເລືອກ​ເພື່ອ​ໃຫ້ເປັນຜູ້ນຳພາ​ລັດຖະ ບານ​ໃນວັນ​ອັງຄານ​ວານ​ນີ້.

ທ່ານ Phuc ກ່າວ​ວ່າ “ເຫດ​ຮ້າຍ​ທີ່​ເກີດ​ຈາກບໍລິສັດ Formosa ​ໄດ້​ເປັນ​ບົດຮຽນ​ອັນ​ລ້ຳ​ຄ່າ ​ກ່ຽວ​ກັບ​ການ​ນຳ​ເອົາ​ແລະ​ຄຸ້ມ​ຄອງ​ໂຄງການ​ລົງທຶນຂອງ​ຕ່າງປະ​ເທດແລະ​ຈະ​ຕ້ອງບໍ່​ໃຫ້​ເກີດຂຶ້ນ​ອີກ” ຊຶ່ງ​ຄຳ​ເວົ້າຂອງ​ທ່ານ​ແມ່ນ​ໝາຍເຖິງບໍລິ ສັດ Formosa Plastic ​ທີ່​ມີ​ຫ້ອງການ ​ຢູ່​ໄຕ້​ຫວັນ​ນັ້ນ ​ໄດ້​ຮັບ​ສາລະພາບວ່າ​ຕົນ​ເປັນສາ​ເຫດ​ທີ່​ພາ​ໃຫ້ມີ​ປາຕາຍ ​ໃນເດືອນ​ເມສາ​ປີ 2016. ​ແລະ​ທ່ານ​ກ່າວວ່າ “ພວກ​ເຮົາ​ຕ້ອງ​ທົບ​ທວນເບິ່ງ ບັນດາ​ໂຄງການໃຫຍ່ໆ ພ້ອມ​ດ້ວຍ​ສັງ​ເກດ​ການ​ຢ່າງ​ໃກ້ຊິດເບິ່ງຄວາມ​ໝັ້ນ​ໝາຍ​ຕໍ່​ສິ່ງ​ແວດ​ລ້ອມຂອງ​ພວກ​ເຂົາເຈົ້າ.”

ຜູ້ນຳ​ອາຍຸ 62 ປີ ​ຂອງ​ຫວຽດນາມ ໄດ້ກ່າວ​ຄຳ​ປາ​ໄສ​ຮັບ​ເອົາຕຳ​ແໜ່​ງ ​ເກືອ​ບ ນຶ່ງ​ເດືອນ ​ຫລັງ​ຈາກ​ບໍລິສັດ ທີ່​ມີຫ້ອງການ​ໃຫຍ່​ຢູ່​ໄທເປ "​ໄດ້​ຮັບ​ເອົາ​ຄວາມ​ຮັບ ຜິດ​ຊອບ” ​ໃນ​ການ​ເຮັດໃຫ້​ປາ​ຫລາຍ​ລ້ານ​ໂຕ​ຕາຍ​ຍ້ອນ​ການ​ປ່ອຍສານ​ພິດ​ຈາກ​ໂຮງງານ​ເຫລັກ​ ຢູ່ແຂວງ Ha Tinh ​ໃນພາກ​ກາງ​ຫວຽດນາມ.

ທ່ານ Phuc ຍັງ​ໄດ້​ກ່າວ​ເຖິງ​ຄວາມ​ຈຳ​ເປັນ​ທີ່​ຕ້ອງ​ໄດ້​ປົກ​ປ້ອງ​ສິ່ງແວ​ດລ້ອມ ​ເພື່ອ​ຮັກສາ ລະດັບ​ການ​ພັດທະນາທີ່​ວ່ອງ​ໄວ ​ແລະ​ມີ​ສະຖຽນ​ລະ​ພາບ​ເອົາ​ໄວ້​.

ທ່ານ Nguyen Dinh Ha ອະດີດ​ຜູ້​ສະໝັກສະມາຊິກ​ສະພາທີ່ບໍ່​ສັງ​ກັດ​ພັກ ກ່າວ​ວ່າ ທ່ານ ຍິນດີ​ໃນ​ຄຳ​ເວົ້າ​ຂອງ​ທ່ານ Phuc ​ແຕ່​ໄດ້​ກ່າວ​ເພີ້​ມວ່າ ການປະ ຕິບັດແມ່ນ​ດັງແຮງ​ກວ່າ​ຄຳ​ເວົ້າ.
ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG