ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ຮອງນາຍົກ ລມຕ ເລໂຊໂທ ຂຶ້ນຮັກສາການ ຊົ່ວຄາວ ຫຼັງຈາກ ນາຍົກຫລົບໜີ ອອກຈາກປະເທດ (ວີດີໂອ)


ນາຍົກລັດຖະມົນຕີຂອງ​ເລ​ໂຊ​ໂທ ທ່ານ Thomas Thabane ໄປຮ່ວມກອງປະຊຸມສຸດຍອດ ສະຫະພາບຢູໂຣບ-ອາຟຣິກາ ຢູ່ນະຄອນຫລວງ Brussels ເມື່ອ ວັນທີ 2 ເມສາ 2014.
ນາຍົກລັດຖະມົນຕີຂອງ​ເລ​ໂຊ​ໂທ ທ່ານ Thomas Thabane ໄປຮ່ວມກອງປະຊຸມສຸດຍອດ ສະຫະພາບຢູໂຣບ-ອາຟຣິກາ ຢູ່ນະຄອນຫລວງ Brussels ເມື່ອ ວັນທີ 2 ເມສາ 2014.

ຍັງ​ບໍ່​ເປັນ​ທີ່​ຈະ​ແຈ້ງ​ເທື່ອວ່າ ຜູ້​ໃດ​ເປັນ​ຜູ້ຄວບ​ຄຸມປະ​ເທດ
Lesotho ລາດຊະ​ອານາຈັກນ້ອຍໆ ຢູ່​ທາງ​ພາກ​ໃຕ້​ຂອງ​
ອາ​ຟຣິກາ ຫຼັງຈາກ​ທີ່​ມີ​ການ​ກ່າວ​ອ້າງວ່າ ​ໄດ້ມີ​ການກໍ່​ລັດ
ຖະປະຫານ​ໂດຍ​ທະຫານ ​ແລະ ມີ​ລາຍ​ງານ​ການ​ຍິງ​ກັນ
​ຢູ່​ໃນ​ນະຄອນຫລວງ ​ເມື່ອ​ວັນ​ເສົາ​ວານ​ນີ້.

ກອງທັບປະຕິເສດວ່າ​ ຕົນ​ບໍ່ໄດ້​ຢຶດເອົາ​ອຳນາດ. ​ແຕ່​ຫາກ
ວ່າ ນາຍົກລັດຖະມົນຕີຂອງ​ເລ​ໂຊ​ໂທ ທ່ານ Thomas
Thabane ​ໄດ້​ຫລົບ​ໜີ​ໄປ​ຍັງ​ເພື່ອນ​ບ້ານອາ​ຟຣິກາ​ໃຕ້ ຫຼັງ
ຈາກທະຫານ​ຈຳນວນ​ນຶ່ງ ​ໄດ້​ປິດ​ລ້ອມ​ເຮືອນ​ຂອງ​ທ່ານ ​ແລະ​
ເຂົ້າ​ຢຶດ​ເອົາກ​ອງບັນຊາ​ການຕຳຫລວດ.

ອົງການ​ຂ່າວ Reuters ​ໄດ້​ອ້າງ​ອິງຄຳ​ເວົ້າ​ຂອງ ທ່ານ Selibe Mochoboroane
ລັດຖະມົນຕີ​ກະຊວງສື່ສານ ວິທະຍາສາດ ​ແລະ​ເທັກ​ໂນ​ໂລ​ຈີ ທີ່​ກ່າວ​ໃນ​ວັນ​ອາທິດ​ມື້​ນີ້​ວ່າ
ຕາມ​ລັດຖະທຳ​ມະນູນ​ແລ້ວ ຮອງ​ນາຍົກລັດຖະມົນຕີ ທ່ານ Mothetjoa Metsing ​ແມ່ນ
​ເປັນ​ຜູ້​ຮັບ​ຜິດ​ຊອບ ຈົນ​ກວ່າ ນາຍົກລັດຖະມົນຕີກັບຄືນມາ.

ໂຄ​ສົກ​ທະຫານ​ທ່ານ​ນຶ່ງ ກ່າວ​ໃນ​ວັນ​ເສົາ​ວານ​ນີ້​ວ່າ ກອງທັບພຽງ​ແຕ່ເຄື່ອນ​ໄຫວ​ເພື່ອຮັບ
​ມື​ກັບ ​ການ​ຂົ່ມຂູ່​ທີ່​ໃກ້​ຈະ​ເກີດ​ຂຶ້ນ ຈາກ​ພວກທີ່​ທ່ານເອີ້ນ​ວ່າ “ພວກບ້າ​ການ​ເມືອງ” ຊຶ່ງ​
ສະມາຊິກ​ຂອງກອງ​ກຳລັງ​ຕຳຫລວດ ພະຍາຍາມ​ຈະ​ປະກອບ​ອາວຸດ​ໃຫ້.

ບັນດາ​ເຈົ້າໜ້າ​ທີ່​ທະຫານໃນເລໂຊ​ໂທ ກ່າວ​ວ່າ ພວກທະຫານ​ໄດ້ກັບ​ຄືນ​ໄປ​ຄ້າຍແລ້ວ
​ແລະ ສະຖານະ​ການໃນ​ປະ​ເທດ ​ຢູ່​ໃນ​ຄວາມ​ສະຫງົບ​.

ສະຫະລັດ ​ໄດ້​ຮຽກຮ້ອງ ​ໃຫ້ມີ​ການ “​ເຈ​ລາ​ຈາກັນ​ຢ່າງ​ສັນຕິ” ແລະ ໃຫ້ເຄົາລົບ​ນັບຖື
ຂັ້ນ​ຕອນ​ຂອງປະຊາທິປະ​ໄຕ ຢູ່​ໃນລາດຊະ​ອານາຈັກແຫ່ງນັ້ນ.

LESOTHO CNPK
please wait
Embed

No media source currently available

0:00 0:01:49 0:00

XS
SM
MD
LG