ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ກອງທັບ ໄທ ກຳລັງຫາທາງ ທີ່ຈະຍືດເວລາ ການຄວບຄຸມລັດຖະບານ ອອກໄປອີກ


ນາຍົກລັດຖະມົນຕີ ໄທ ທ່ານ ປຣະຢຸດ ຈັນໂອຊາ ເດີນທາງຮອດທຳນຽບລັດຖະບານ ໃນ ບາງກອກ, ໄທ, 8 ສິງຫາ, 2016.
ນາຍົກລັດຖະມົນຕີ ໄທ ທ່ານ ປຣະຢຸດ ຈັນໂອຊາ ເດີນທາງຮອດທຳນຽບລັດຖະບານ ໃນ ບາງກອກ, ໄທ, 8 ສິງຫາ, 2016.

ບັນດາຜູ້ຊ່ຽວຊານດ້ານກົດໝາຍກ່າວວ່າ ກອງທັບຂອງ ໄທ ແມ່ນກຳ ລັງຫາທາງທີ່ຈະຍືດ ໄລຍະຂອງການຄວບຄຸມລັດຖະບານອອກໄປອີກ ຫຼັງຈາກໄດ້ມີ​ການ​ຮັບຮອງ​ເອົາ ລັດຖະ ທຳມະນູນສະບັບ​ໃໝ່ ທີ່ລັດຖະ ບານທະຫານ​ໃຫ້ການ​ໜຸນ​ຫລັງ ໃນວັນອາທິດທີ່ຜ່ານມາ.

ນາຍົກລັດຖະມົນຕີ ໄທ ທ່ານ ປຣະຢຸດ ຈັນໂອຊາ ໄດ້ກ່າວໃນວັນອັງ ຄານວານນີ້ວ່າ ການ ເລືອກຕັ້ງຈະດຳເນີນຕໍ່ໄປ ດັ່ງທີ່ໄດ້ວາງແຜນໄວ້ ຫຼັງຈາກບັນດາຜູ້ລົງຄະແນນສຽງໄດ້ສະ ໜັບສະໜູນລັດຖະທຳ​ມະນູນທີ່ໜູນຫຼັງໂດຍທະຫານ. ໃນທ້າຍສັບປະດາທີ່ຜ່ານມາປະຊາ ຊົນຫຼາຍກວ່າ 15 ລ້ານຄົນ ຫຼື 61 ເປີເຊັນ, ໄດ້ສະໜັບສະໜູນກົດບັດດັ່ງກ່າວ ຈາກຈຳ ນວນບັດລົງຄະແນນສຽງທັງໝົດ 25 ລ້ານໃບ.

ດ້ວຍຄະແນນສຽງສ່ວນຫຼາຍ 58 ເປີເຊັນ, ພວກຜູ້ລົງຄະແນນສຽງຍັງ ໄດ້​ໃຫ້ການ​ອະນຸ ມັດຕໍ່​ການຈັດຕັ້ງສະພາ​ສູງ​ຫຼືວຸດ​ທິສະພາ ທີ່​ມີ​ສະມາ ຊິກ​ທັງ​ໝົດ 250 ທ່ານ ​ແຕ່ງຕັ້ງ​ໂດຍ​ພວກ​ທະຫານ ​ແລະ​ສະພາ​ຕ່ຳ​ທີ່ ທີ່ເລືອກ​ໂດຍ​ປະຊາຊົນ​ຈຳນວນ 500 ທ່ານ ເພື່ອເລືອກ ເອົານາຍົກລັດ ຖະມົນຕີຄົນໃໝ່ຫຼັງຈາກການປ່ອນ​ບັດ​ແລ້ວ.

ປະຊາຊົນ ໄທ ໄດ້ໄປປ່ອນບັດລົງຄະແນນສຽງ​ເທື່ອ​ຫລ້າ​ສຸດ​ແມ່ນໃນປີ 2011 ແລະໄດ້ນຳ ໄປສູ່ການເລືອກ​ເອົາພັກເພື່ອໄທ ທີ່ນຳພາໂດຍທ່ານນາງ ຢິ່ງລັກ ຊິນນະວັດ, ເຊິ່ງລັດຖະ ບານຂອງທ່ານນາງໄດ້ຖືກ​ໂຄ່ນ​ລົ້ມໃນການກໍ່ລັດຖະປະຫານ ​ເມື່ອເດືອນພຶດສະພາປີ 2014 ນຳໂດຍທ່ານປຣະຢຸດ, ຜູ້ທີ່ຍັງເປັນຫົວໜ້າຂອງລັດຖະບານທະຫານ, ຂອງ ຄະນະ ຮັກສາຄວາມສະຫງົບຮຽບຮ້ອຍແຫ່ງຊາດ ຫຼື NCPO.

ທ່ານ Thitinan Pongsudhirak ນັກລັດຖະສາດທີ່ມະຫາວິທະຍາໄລ ຈຸລາລົງກອນໄດ້ ກ່າວວ່າ ຜົນທີ່ອອກມາໄດ້ເນັ້ນ​ໃຫ້​ເຫັນເຖິງຄວາມຕ້ອງ ການຂອງປະຊາຊົນທີ່ຈະກ້າວ ໄປສູ່ການເລືອກຕັ້ງທົ່ວໄປ.

ທ່ານ Thitinan ໄດ້ກ່າວວ່າ “ມັນບໍ່ແມ່ນການຮັບຮອງເອົາໂດຍກົງໃນ ຄວາມຖືກຕ້ອງ ຕາມກົດໝາຍຂອງລັດຖະບານທະຫານ. ແຕ່​ທີ່​ຈິງ​ແລ້ວປະຊາຊົນ ໄທ ບໍ່​ໄດ້ລົງຄະແນນ ສຽງຮັບຮອງ​ເອົາເອກະສານສະບັບດັ່ງ ກ່າວ. ພວກເຂົາເຈົ້າລຶ້ງກັບ​ການລົງຄະແນນ ສຽງໃຫ້​ແກ່ບຸກຄົນໃດໜຶ່ງ. ດັ່ງນັ້ນຜົນທີ່ອອກມາໂດຍລວມສະເໜີວ່າ ປະຊາຊົນຢາກມີ ສຽງທີ່ມາ​ຈາກການປ່ອນບັດລົງຄະແນນສຽງນັ້ນ. ມັນເປັນວິທີການໜຶ່ງຂອງການກ້າວ ໄປສູ່ການ ລົງຄະແນນສຽງ, ໄປສູ່ການເລືອກຕັ້ງ.”

ທ່ານ Henning Glaser ອາຈານທີ່ມະຫາວິທະຍາໄລ ທຳມະສາດໄດ້ກ່າວວ່າ ລັດຖະທຳ ມະນູນສະບັບໃໝ່ໄດ້ສະທ້ອນໃຫ້ເຫັນແນວຄິດໃນປະເທດ ໄທ ກ່ຽວກັບກົດບັດຕ່າງໆ ນັ້ນວ່າເປັນການ “ຕໍ່ຕ້ານການ ເລືອກຕັ້ງ” ຄ້າຍຄືກັບໃນ ສະຫະລັດ ແລະ ຢູໂຣບ ໃນສັດ ຕະວັດທີ 18 ແລະ 19.

ຜູ້ນຳພັກຝ່າຍຄ່ານຂອງ ໄທ ແລະ ອາດີດນາຍົກລັດຖະມົນຕີ ທ່ານ ອະພິສິດ ເວດຊາຊີວະ ກ່າວໃນ ລະຫວ່າງກອງປະຊຸມຖະແຫຼງຂ່າວທີ່ ໂຮງແຮມແຫ່ງໜຶ່ງໃນ ບາງກອກ. 3 ພຶດສະພາ 2014.
ຜູ້ນຳພັກຝ່າຍຄ່ານຂອງ ໄທ ແລະ ອາດີດນາຍົກລັດຖະມົນຕີ ທ່ານ ອະພິສິດ ເວດຊາຊີວະ ກ່າວໃນ ລະຫວ່າງກອງປະຊຸມຖະແຫຼງຂ່າວທີ່ ໂຮງແຮມແຫ່ງໜຶ່ງໃນ ບາງກອກ. 3 ພຶດສະພາ 2014.

ທ່ານ Glaser ໄດ້ກ່າວວ່າ “ສິ່ງທີ່ພວກເຮົາຮູ້ຈາກລະບົບລັດຖະທຳມະ ນູນຂອງລັດຖະ ບານ ໄທ ແມ່ນໄດ້ເປັນການຕໍ່ຕ້ານການເລືອກຕັ້ງໂດຍ ເປັນພື້ນຖານມາຕະຫຼອດ. ແນວໃດກໍຕາມ, ໂດຍແນມເບິ່ງຮ່າງລັດຖະ ທຳມະນູນສະບັບນີ້ ພວກເຮົາເຫັນການຢືນ ຢັດທີ່ ຂ້ອນຂ້າງຈະຮຸນແຮງ ກ່ຽວກັບ ການຕໍ່ຕ້ານການເລືອກຕັ້ງນີ້.”

ພັກເພືື່ອໄທ ແລະ ຜູ້ນຳຂອງພວກເຂົາເຈົ້າທ່ານນາງ ຢິ່ງລັກ ຊິນນະວັດ ໄດ້ຄັດຄ້ານຕໍ່ກົດ ບັດດັ່ງກ່າວ, ໃນຂະນະທີ່ຜູ້ນຳພັກປະຊາທິປັດ ທ່ານ ອະພິສິດ ເວດຊາຊີວະ ໂດຍສ່ວນຕົວ ແລ້ວ ໄດ້ຄັດຄ້ານຕໍ່ຮ່າງ ລັດຖະທຳມະນູນ, ເຊິ່ງນຳໄປສູ່ງການແຍກທາງພາຍໃນພັກ ຂອງທ່ານ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG