ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທີ່ປຶກສາດ້ານກົດໝາຍ ຜູ້ມີຊື່ສຽງ ຂອງມຽນມາ ຖືກຍິງສັງຫານ ທີ່ສະໜາມບິນສາກົນ

ຕຳຫຼວດມຽນມາ ຢືນຍາມ ຢູ່ທີ່ກົມສັນລະສູດ ຫຼັກຖານ ຂອງໂຮງໝໍ ບ່ອນທີ່ສົບຂອງທ່ານ Ko Ni ຖືກເກັບຮັກສາໄວ້, ທ່ານເປັນທີ່ປຶກສາ ດ້ານກົດໝາຍຂອງປະເທດ ສຳລັບ ພັກສັນນິບາດແຫ່ງຊາດ ເພື່ອປະຊາທິປະໄຕ ຫຼື ພັກ NLD ແລະເປັນສະມາຊິກ ຊາວມຸສລິມຊົນເຜົ່າກຸ່ມນ້ອຍຂອງມຽນມາ ຜູ້ທີ່ມີຊື່ສຽງ ໃນນະຄອນຫຼວງຢາງກຸ້ງ, ວັນທີ 29 ມັງກອນ 2017.

ບັນດາເຈົ້າໜ້າທີ່ ໃນປະເທດມຽນມາ ກ່າວວ່າ ທີ່ປຶກສາດ້ານກົດໝາຍຂອງປະເທດ ສຳລັບ ພັກສັນນິບາດແຫ່ງຊາດ ເພື່ອປະຊາທິປະໄຕ ຫຼື ພັກ NLD ທີ່ປົກຄອງປະເທດ ໃນປັດຈຸບັນ ໄດ້ຖືກຍິງສັງຫານ ຢູ່ນອກສະໜາມບິນສາກົນ ຂອງນະຄອນຫຼວງຢາງກຸ້ງ.

ທ່ານ Ko Ni ສະມາຊິກ ຊາວມຸສລິມຊົນເຜົ່າກຸ່ມນ້ອຍຂອງມຽນມາ ຜູ້ທີ່ມີຊື່ສຽງ ໄດ້ຖືກ ຍິງຕາຍ ໃນຂະນະທີ່ທ່ານ ກຳລັງຄອຍຖ້າລົດແທັກຊີ້ ຢູ່ດ້ານນອກ ຂອງສະໜາມບິນ ດັ່ງກ່າວນັ້ນ. ທ່ານຫາກໍກັບຄືນມາ ມຽນມາ ຫຼັງຈາກທີ່ໄດ້ເດີນທາງ ໄປຕ່າງປະເທດ.

ຄົນຂັບລົດແທັກຊີ້ ກໍໄດ້ຮັບບາດເຈັບ ໃນການໂຈມຕີດັ່ງກ່າວ.

ບັນດາເຈົ້າໜ້າທີ່ ກ່າວວ່າ ມືປືນ ຖືກທາງການຈັບກຸມໄດ້ແລ້ວ.

ໂຄສົກຂອງປະທານາທິບໍດີ ທ່ານ Zaw Htay ໄດ້ບອກອົງການຂ່າວ Reuters ວ່າ “ພວກເຮົາໄດ້ຄວບຄຸມໂຕ ແລະ ກຳລັງສອບຖາມມືປືນ ເພື່ອຫາສາເຫດ ວ່າເປັນ
ຫຍັງ ຜູ້ກ່ຽວຈຶ່ງຂ້າທ່ານ Ko Ni ແລະ ແມ່ນໃຜຢູ່ເບື້ອງຫລັງ ຫຼື ວ່າຈ້າງໃຫ້ຜູ້ກ່ຽວ
ລົງມື.”

Myanmar Laywer
please wait
Embed

No media source currently available

0:00 0:00:46 0:00

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG