ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໑໗ ເມສາ ໒໐໒໔

ຝ່າຍຕໍ່ຕ້ານ ຊີເຣຍ ຖືກກ່າວຫາ ໂຈມຕີດ້ວຍ ອາວຸດເຄມີ (ສະໄລດ໌)


ຊີເຣຍ ກ່າວຫາຝ່າຍຕໍ່ຕ້ານໃຊ້ ອາວຸດເຄມີ ທີ່ເມືອງ Aleppo.
ຊີເຣຍ ກ່າວຫາຝ່າຍຕໍ່ຕ້ານໃຊ້ ອາວຸດເຄມີ ທີ່ເມືອງ Aleppo.
ຊີ​ເຣຍ ​ໄດ້​ກ່າວ​ຫາພວກ​ຕໍ່ຕ້ານການ​ປົກຄອງປະທານາທິບໍດີ
Bashar al-Assad ​ວ່າ ໂຈມ​ຕີແຂວງ Aleppo ດ້ວຍ​ອາວຸດ
​ເຄມີ ທີ່​ເຮັດ​ໃຫ້ 15 ຄົນ​ເສຍ​ຊີວິດ.

ອົງ​ການ​ຂ່າວ SANA ທີ່​ຄວບ​ຄຸມ​ໂດຍ​ລັດຖະບານກ່າວ​ໃນ​ວັນ​
ອັງຄານ ​ມື້​ນີ້​ວ່າ ພວກ​ຕໍ່ຕ້ານໄດ້ຍິງ​ຈະ​ຫລວດ ທີ່​ມີ “ສານ​ເຄມີ” ​
ເຂົ້າ​ໄປ​ໃ​ສ່​ເຂດ Khan al-Asal ຢູ່​ໃນ​ພາກ​ເໜືອ​ຂອງ​ແຂວງ
ດັ່ງກ່າວ.

​ໃນ​ຕອນ​ເຊົ້າ​ຊອງ​ວັນ​ອັງ​ຄານມື້ນີ້ ກຸ່ມ​ແນ​ວ​ໂຮມຝ່າຍ​ຄ້ານ​ແຫ່ງ​ຊາດຊີ​ເຣຍ ໄດ້​ເລືອກ​ເອົາອະດີດ​ນັກ​ທຸລະ​ກິດ​ທີ່ໄດ້​ຮັບ​ການ​ສຶກສາ​ຈາກສະຫະ ລັດ ທ່ານ Ghassan Hitto ​ເປັນ​ນາຍົກລັດຖະມົນຕີຊົ່ວຄາວ ​ເພື່ອປົກຄອງ​ເຂດ​ທີ່ພວກ​ຕໍ່ຕ້ານ ​ຍຶດ​ເອົາ​ຈາກກໍາລັງ​ຊີ​ເຣຍ.

ທ່ານ Hitto ​ໄດ້​ຮັບ​ 35 ຄະ​ແນນຂອງຈຳນວນ​ທັງ​ໝົດ 45 ສຽງ​ທີ່​ໄດ້ ມີ​ການ​ປ່ອນ​ບັດ​ໂດຍສະມາຊິກ​ຂອງ​ກຸ່ມ​ແນວ​ໂຮມ​ຝ່າ​ນຄ້ານທີ່​ໄດ້​ມີ​ການ ປະຊຸມ​ກັນ​ຢູ່​ປະ​ເທດ​ເທີ​ກີ. ທ່ານ​ໄດ້​ອາ​ໄສ​ຢູ່​ໃນ​ສະຫະລັດ​ເປັນ​ເວລາ​ຫຼາຍສິບ​ປີ ​ແຕ່​ເມື່ອ​ໄວໆ​ມານີ້ ​ໄດ້​ຍ້າຍ​ຈາກ​ລັດ​ເທັກ​ຊັສ​ ໄປ​ຍັງ​ເທີ​ກີ ​ເພື່ອ​ຊ່ວຍ​ປະສານ​ງານ ​ໃນ​ການ​ໃຫ້​ຄວາມ​ຊ່ວຍ​ເຫຼືອ​ແກ່ເຂດ​ທີ່ຢູ່​ພາຍ ​ໃຕ້​ການ​ຄວບ​ຄຸມ​ຂອງ​ພວກ​ຕໍ່ຕ້ານ​ນັ້ນ.

ຫລາຍ​ກວ່າ 100 ປະ​ເທດ​ໄດ້​ຮັບ​ຮູ້ ກຸ່ມ​ແນວ​ໂຮມຝ່າຍຄ້ານວ່າ​ເປັນ​ຜູ້ຕາງໜ້າ​ທີ່​ຖືກຕ້ອງຂອງ​ປະຊາ​ຊົນ​ຊີ​ເຣຍ ຮວມ​ທັງສະຫະລັດ ອັງກິດ ​ແລະ​ເທິກີ.

ໃນ​ອີກ​ດ້ານ​ນຶ່ງ ໃນ​ວັນ​ຈັນ​ວານ​ນີ້ ​ເຮືອບິນ​ລົບ​ຊີ​ເຣຍ ​ໄດ້​ຍິງ​ລູກ​ສອນ​ໄຟ​ເຂົ້າ​ໃສ່​ພາກ​ເໜືອ​ຂອງ​ເລ​ບາ​ນອນ ຊຶ່ງ​ເປັນ​ການ​ເຄື່ອນ​ໄຫວທີ່ສະ ຫະລັດຮ້ອງວ່າ “​ເປັນ​ການເພີ້ມ
ທະວີ​ທີ່​ສໍາ​ຄັນ” ​ໃນ​ການ​ຂັດແຍ້​ງ ລະ ຫວ່າງລັດຖະບານ​ຊີ​ເຣຍແລະ​ພວກ​ຕໍ່ຕ້ານ​ທີ່​ບໍ່​ເຫັນ​ດີ​ກັບປະທານາທິບໍດີ Assad​.

XS
SM
MD
LG