ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ການພົບປະສຸດຍອດ ທີ່ເລບານອນ


ຜູ້ນຳຂອງຊີເຣຍ ຊາອຸດີອາຣາເບຍ ແລະເລບານອນ ພົບປະກັນ ທີ່ນະຄອນຫຼວງເບຣຸດ ໃນມື້ວັນສຸກວານນີ້ ເພື່ອຊອກຫາຊ່ອງທາງ ບໍ່ໃຫ້ເກີດ ຄວາມເຄັ່ງຕຶງ ກ່ຽວກັບຄວາມເປັນໄປໄດ້ ໃນການກ່າວຫາ ສະມາຊິກຂອງກຸ່ມ HEZBOLLAH ໃນການລອບສັງຫານ ອະດີດນາຍົກລັດຖະມົນຕີ ເລບານານ ທ່ານ RAFIK HARIRI ໃນປີ 2005.

ປະທານາທິບໍດີຊີເຣຍ ທ່ານ BASHAR AL-ASSAD ແລະກະສັດ ABDULLAH ແຫ່ງຊາອຸດີອາຣາເບຍ ໄດ້ເຈລະຈາຫາລື ກັບປະທານາທິບໍດີ ເລບານອນ ທ່ານ MICHEL SULEIMAN ນາຍົກລັດຖະມົນຕີ SAAD HARIRI ລູກຊາຍ ຂອງມື້ລາງ ນາຍົກລັດຖະມົນຕີ ທີ່ຖືກລອບສັງຫານ ຂອງເລບານອນ ແລະບຸກຄົນສຳຄັນ ອື່ນໆອີກ.

ສະມາຊິກ ສະພາແຫ່ງຊາດ ທີ່ສຳຄັນຫຼາຍໆຄົນ ຈາກກຸ່ມ HEZBOLLAH ກໍໄດ້ເຂົ້າຮ່ວມ ໃນການພົບປະ ຢູ່ທີ່ທຳນຽບ ປະທານາທິບໍດີ.

ຖະແຫຼງການສະບັບນຶ່ງ ທີ່ນຳອອກເຜີຍແຜ່ ລຸນຫລັງການພົບປະ ເວົ້າວ່າ ພວກຜູ້ນຳ ໄດ້ກ່າວເນັ້ນເຖິງ ຄວາມສຳຄັນ ໃນການມີສະເຖຍລະພາບ ແລະຄວາມໝາຍໝັ້ນຕັ້ງໃຈ ຂອງເລບານອນ ທີ່ຈະລະເວັ້ນ ຈາກການກໍ່ຄວາມຮຸນແຮງ. ຖະແຫຼງການເວົ້າຕື່ມວ່າ ພວກຜູ້ນຳ ໄດ້ເຈລະຈາຫາລືກັນ ກ່ຽວກັບຄວາມຈຳເປັນ ໃນການທີ່ຈະຮັກສາໄວ້ ຊຶ່ງຜົນປະໂຫຍດ ຂອງປະເທດເລບານອນ ເໜືອຜົນປະໂຫຍດ ຂອງກຸ່ມສາສະໜາ ໃດໆທັງໝົດ.

ທ່ານ RAFIK HARIRI ແລະອີກ 22 ຄົນ ໄດ້ເສຍຊີວິດ ຍ້ອນການໂຈມຕີ ດ້ວຍລະເບີດ ທີ່ຫ້າງໃສ່ລົດບັນທຸກ ຢູ່ນະຄອນຫຼວງເບຣຸດ ໃນວັນທີ 14 ກຸມພາ ປີ 2005. ຄະນະສືບສວນ ຂອງອົງການສະຫະປະຊາຊາດ ໄດ້ກ່າວຫາຊີເຣຍວ່າ ເປັນຜູ້ວາງແຜນ ໃນການໂຈມຕີຄັ້ງນີ້ ຊຶ່ງເປັນຂໍ້ຫາ ທີ່ຊີເຣຍ ໄດ້ປະຕິເສດ.

XS
SM
MD
LG