ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ນາຍົກຄົນໃໝ່ຂອງ ເລບານັອນ ປະຕິຍານວ່າຈະ ປົກປ້ອງປະເທດ ຈາກສົງຄາມໃນ ຊີເຣຍ


ນາຍົກລັດຖະມົນຕີ ເລບານັອນ ທ່ານ Saad Hariri ກ່າວຕໍ່ນັກຂ່າວທີ່ທຳນຽບປະທານາທິບໍດີ ໃນເມືອງ
Baabda, ພາກຕາເວັນອອກຂອງນະຄອນຫຼວງ ເບຣຸດ, ປະເທດ ເລບານັອນ. 3 ພະຈິກ, 2016.
ນາຍົກລັດຖະມົນຕີ ເລບານັອນ ທ່ານ Saad Hariri ກ່າວຕໍ່ນັກຂ່າວທີ່ທຳນຽບປະທານາທິບໍດີ ໃນເມືອງ Baabda, ພາກຕາເວັນອອກຂອງນະຄອນຫຼວງ ເບຣຸດ, ປະເທດ ເລບານັອນ. 3 ພະຈິກ, 2016.

ນາຍົກລັດຖະມົນຕີຂອງປະເທດ ເລບານັອນ, ທ່ານ Saad Hariri ໄດ້ໃຫ້ຄຳສັນຍາວ່າ ລັດຖະບານໃໝ່ຂອງທ່ານຈະເຮັດໝົດທຸກຢ່າງທີ່ພວກເຂົາເຈົ້າສາມາດເຮັດໄດ້ ເພື່ອປ້ອງ ກັນປະເທດຈາກສົງຄາມ ແລະ ການກໍ່ການຮ້າຍຈາກປະເທດ ຊີເຣຍ ທີ່ຢູ່ໃກ້ຄຽງ.

ຫຼັງຈາກໄດ້ປະກາດການສ້າງຕັ້ງຄະນະລັດຖະມົນຕີທີ່ປະກອບມີສະມາຊິກ 30 ຄົນໃນວັນ ອາທິດວານນີ້ແລ້ວ, ທ່ານ Hariri ກໍໄດ້ກ່າວຕໍ່ບັນດານັກຂ່າວວ່າ ບູລິມະສິດຂອງທ່ານ ແມ່ນເພື່ອ “ຮັກສາຄວາມໝັ້ນຄົງທີ່ກຳລັງມີຢູ່ໃນປະເທດ ເລບານັອນ ຖ່າມກາງແປວໄຟ ທີ່ກຳລັງລຸກໄໝ້ໄປທົ່ວພາກພາກພື້ນ.”

ນອກນັ້ນທ່ານຍັງໄດ້ກ່າວວ່າ ທ່ານຈະຂໍຄວາມຊ່ວຍເຫຼືອຈາກສາກົນ ໃນການຮັບມືກັບອົບ ພະຍົບຫຼາຍແສນຄົນ ຜູ້ທີ່ໄດ້ຫຼົບໜີຈາກ ຊີເຣຍ ເຂົ້າໃນ ເລບານັອນ.

ທ່ານ Hariri ແມ່ນຜູ້ທີ່ຄັດຄ້ານລະບອບການປົກຄອງ ຊີເຣຍ ຢ່າງແຮງ ແລະ ກຸ່ມມຸສລິມນິ ກາຍ ຊີໄອ Hezbollah ເຊິ່ງໃຫ້ການໜູນຫຼັງ ຊີເຣຍ.

ພໍ່ຂອງທ່ານ Hariri ແມ່ນອະດີດນາຍົກລັດຖະມົນຕີ ເລບານັອນ ທ່ານ Rafik Hariri, ເຊິ່ງ ການລອບສັງຫານທ່ານໃນປີ 2005 ນັ້ນໄດ້ຖືກກ່າວຫາໃສ່ພວກ Hezbollah.

ແຕ່ປະທານາທິບໍດີ ເລບານັອນ ທ່ານ Michel Aoun ທີ່ໄດ້ຮັບການໜູນຫຼັງຈາກພວກ Hezbollah ໄດ້ສັນຍາວ່າ ຈະແຕ່ງຕັ້ງທ່ານ Hariri ເປັນນາຍົກລັດຖະມົນຕີ, ຖ້າທ່ານຈະ ຮັບຮອງເອົາທ່ານ Aoun ເປັນປະທານາທິບໍດີ ໃນການເລືອກຕັ້ງໂດຍສະພາແຫ່ງຊາດ ໃນເດືອນຕຸລາປີໜ້າ.

ລັດຖະບານຄວາມສາມັກຄິີໃໝ່ຂອງທ່ານ Hariri ແມ່ນຖືກສ້າງຂຶ້ນໂດຍບັນດາລັດຖະມົນ ຕີຈາກທຸກພັກການເມືອງຂອງ ເລບານັອນ.

ພ້ອມໆກັບວິກິດການໃນປະເທດ ຊີເຣຍ ທີ່ກຳລັງດຳເນີນຢູ່ນັ້ນ, ທ່ານ Hariri ຍັງຕ້ອງໄດ້ ຮັບມືກັບເສດຖະກິດທີ່ບໍ່ໄປບໍ່ມາເຊັ່ນກັນ, ເຊິ່ງໄດ້ນຳໄປສູ່ການລົ້ມລະລາຍຂອງການບໍລິ ການຂອງລັດຫຼາຍແຫ່ງໃນ ເລບານັອນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

Lebanon Politics
please wait
Embed

No media source currently available

0:00 0:00:51 0:00

XS
SM
MD
LG