ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ມີການປະທ້ວງ ທີ່ເລບານອນ ເພື່ອໃຫ້ນາຍົກລາອອກ (ສະໄລດ໌)


ພວກຜູ້ຍິງເລບານອນ ຖືຮູບຂອງນາຍພົນ Ashraf Rifi ຫົວໜ້າກໍາລັງຮັກສາຄວາມປອດໄພ ໃນຂະນະທີ່ພວເດີນຂະບວນໄດ້ເດີນໄປຕາມຄຸ້ມ Achrafieh ໃນວັນເສົາ ທີ 20 ຕຸລາ, ນຶ່ງມື້ ລຸນຫລັງເຫດບະເບີດແຕກທີ່ສັງຫານນາຍພົນຈັດຕະວາ Wissam al-Hassan ຊຶ່ງພວກກ່ຽວພາກັນ ຈູດຕີນລົດແລະອັດຕັນທາງ ຍ້ອນຄຽດແຄ້ນຕໍ່ ເຫດລະເບີດຄັ້ງໃຫຍ່ດັ່ງກ່າວ
ພວກຜູ້ຍິງເລບານອນ ຖືຮູບຂອງນາຍພົນ Ashraf Rifi ຫົວໜ້າກໍາລັງຮັກສາຄວາມປອດໄພ ໃນຂະນະທີ່ພວເດີນຂະບວນໄດ້ເດີນໄປຕາມຄຸ້ມ Achrafieh ໃນວັນເສົາ ທີ 20 ຕຸລາ, ນຶ່ງມື້ ລຸນຫລັງເຫດບະເບີດແຕກທີ່ສັງຫານນາຍພົນຈັດຕະວາ Wissam al-Hassan ຊຶ່ງພວກກ່ຽວພາກັນ ຈູດຕີນລົດແລະອັດຕັນທາງ ຍ້ອນຄຽດແຄ້ນຕໍ່ ເຫດລະເບີດຄັ້ງໃຫຍ່ດັ່ງກ່າວ
ພວກປະທ້ວງກຸ່ມນຶ່ງພາກັນກາງເຕັ້ນຢູ່ນອກຫ້ອງການຂອງ
ນາຍົກລັດຖະມົນຕີ Najib Mikati ໂດຍສັນຍາວ່າຈະບໍ່ໜີ
ຈາກທີ່ນັ້ນ ຈົນກວ່າທ່ານນາຍົກ ຈະລາອອກຈາກຕໍາແໜ່ງ.

ການນັ່ງປະທ້ວງດັ່ງກ່າວ ໄດ້ເລີ້ມຕົ້ນຂຶ້ນໃນຕອນບ່າຍວັນອາທິດ
ວານນີ້ ຢູ່ນອກຕຶກອາຄານ ຫ້ອງການຢູ່ເຂດໃຈກາງນະຄອນຫຼວງ
Beirut. ໃນຕອນເຊົ້າຂອງວັນດຽວກັນ ກໍາລັງຮັກສາຄວາມປອດ
ໄພໄດ້ຍິງປືນຂຶ້ນເທິງຟ້າ ແລະໃຊ້ລະເບີດນໍ້າຕາເພື່ອເຮັດໃຫ້
ພວກປະທ້ວງທີ່ພະຍາຍາມຖະຫລົ່ມຕຶກອາຄານນັ້ນ ສະຫລາຍ
ຕົວໄປ.

ພວກເດີນຂະບວນປະທ້ວງ ກໍາລັງຮຽກຮ້ອງໃຫ້ທ່ານ Mikati ລາ
ອອກຍ້ອນການ ລອບສັງຫານນາຍພົນຈັດຕະວາ Wissam al-Hassan ຫົວໜ້າໜ່ວຍສືບລັບທີ່ເສຍຊີວິດໄປ ພ້ອມ ກັບອີກ 7 ຄົນໃນເຫດລະເບີດທີ່ຫ້າງ ໃສ່ລົດໃນວັນສຸກຜ່ານມານີ້ ຊຶ່ງຫລາຍຄົນຖິ້ມໂທດ ໃສ່ລັດຖະບານຊີເຣຍທີ່ຢູ່ປະເທດໃກ້ ຄຽງນັ້ນ.

ທ່ານ Hariri ແລະຜູ້ນໍາຝ່າຍຄ້ານຂອງເລບານອນ ທ່ານ Walid Jumblat ຕ່າງກໍໄດ້ ກ່າວຫາປະທານາທິບໍດີຊີເຣຍ ທ່ານ Bashar al-Assad ວ່າ ຢູ່ເບື້ອງຫຼັງເຫດລະເບີດ ດັ່ງກ່າວ. ລັດຖະບານຂອງນາຍົກລັດຖະມົນຕີ Mikati ແມ່ນໄດ້ຮັບການສະໜັບສະໜຸນ ໂດຍກຸ່ມຫົວຮຸນແຮງ Hezbollah ທີ່ນິຍົມລັດຖະບານຊີເຣຍ.

ທ່ານ Hassan ເປັນຫົວໜ້າກຳກັບນຳການສືບສວນເບິ່ງການວາງແຜນກ່ຽວກັບການວາງ ລະເບີດເມື່ອໝໍ່ໆມານີ້ ທີ່ຍັງຜົນໃຫ້ມີການຈັບກຸມນັກການເມືອງເລບານອນ ທີ່ນິຍົມຊີເຣຍ ຄົນນຶ່ງ. ນອກນັ້ນແລ້ວ ທ່ານຍັງເປັນຫົວໜ້າກຳກັບນຳການສືບສວນທີ່ພາດພິງເຖິງຊີເຣຍ ແລະກຸ່ມ Hezbollah ໃນການສັງຫານມື້ລາງນາ ຍົກລັດຖະມົນຕີ Rafik Hariri ໃນປີ 2005.

ສ່ວນຢູ່ນະຄອນປາຣີນັ້ນ, ທ່ານ Laurent Fabius ລັດຖະມົນຕີກະຊວງການຕ່າງປະ ເທດຝຣັ່ງ ກໍໄດ້ຊີ້ໄປໃສ່ລັດຖະບານກຸງດາມາສກັສເຊັ່ນກັນວ່າມີສ່ວນກ່ຽວ ຂ້ອງໂດຍໄດ້ ກ່າວຕໍ່ ໂທລະພາບຝຣັ່ງວ່າ “ພວກເຮົາບໍ່ຮູ້ວ່າແມ່ນໃຜ ຢູ່ເບື້ອງຫລັງ ເຫດການນີ້ແທ້ ແຕ່ວ່າ
ທຸກສິ່ງ ທຸກຢ່າງ ຊໍ່ສະແດງໃຫ້ເຫັນວ່າ ເຫດການນີ້ ແມ່ນສ່ວນນຶ່ງທີ່ຕໍ່ມາຈາກເຫດໂສກ ນາດຕະກໍາໃນຊີເຣຍ.”

ລຸນຫລັງກອງປະຊຸມສຸກເສີນຂອງຄະນະລັດຖະບານໃນວັນເສົາຜ່ານມານີ້ ນາຍົກລັດຖະ
ມົນຕີ Mikati ເວົ້າວ່າ ທ່ານໄດ້ສະເໜີຂໍລາອອກ ຖ້າມກາງເຫດລະເບີດແຕກທີ່ຮ້າຍແຮງ ດັ່ງກ່າວ ແຕ່ວ່າ ປະທານາທິບໍດີເລບານອນ ທ່ານ Michel Suleiman ຂໍຮ້ອງໃຫ້ທ່ານ ສືບຕໍ່ດໍາລົງຕໍາແໜ່ງຕໍ່ໄປ.

ເມື່ອໝໍ່ໆມານີ້ ໄດ້ມີການກໍ່ຄວາມຮຸນແຮງເພີ້ມຂຶ້ນຢູ່ໃນເລບານອນ ຊຶ່ງພົວພັນກັບສົງຄາມ ກາງເມືອງທີ່ນອງເລືອດຢູ່ໃນຊີເຣຍທີ່ໄດ້ເຟືອດຂ້າມຊາຍແດນເຂົ້າໄປໃນເລບານອນນັ້ນ.

ເບິ່ງວີດິໂອກ່ຽວກັບການປະທ້ວງ ແລະເຫດລະເບີດແຕກທີ່ເລບານອນ
XS
SM
MD
LG