ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ເລບານອນ ກັກໂຕ ພັນລະຍາ ແລະລູກ ຂອງຜູ້ນຳ ລັດອິສລາມ Abu Nakr al-Baghdadi


ຮູບພາບທີ່ຖ່າຍຈາກ ວີດີໂອ ຢູ່ໜ້າແວັບໄຊ ຂອງພວກຫົວຮຸນແຮງ
ທີ່ເຫັນວ່າແມ່ນ Abu Bakr al-Baghdadi, ຜູ້ນຳຂັ້ນສູງຂອງ ລັດອິສລາມ
ຮູບພາບທີ່ຖ່າຍຈາກ ວີດີໂອ ຢູ່ໜ້າແວັບໄຊ ຂອງພວກຫົວຮຸນແຮງ ທີ່ເຫັນວ່າແມ່ນ Abu Bakr al-Baghdadi, ຜູ້ນຳຂັ້ນສູງຂອງ ລັດອິສລາມ

ບັນດາເຈົ້າ​ໜ້າ​ທີ່ຮັກສາຄວາມ​ປ​ອດ​ໄພ ກ່າວ​ວ່າ ທະຫານ​
ເລບາ​ນອນໄດ້​ກັກໂຕ ພັນ​ລະ​ຍາແລະ​ລູກ​ຂອງຜູ້ນຳ​ກຸ່ມລັດ
​ອິສລາມທ້າວ Abu Bark al-Baghdadi.

ພວກ​ເຈົ້າ​ໜ້າ​ທີ່ ກ່າວໃນ​ວັນ​ອັງຄານ​ມື້​ນີ້​ວ່າ ຜູ້​ຍິງ​ແລະ​ເດັກ
ນ້ອຍ​ໄດ້​ຖືກຄວບຄຸມໂຕ​ໄວ້ ​ແລະ​ສອບ​ປາກຄຳ ​ຢູ່ກະ​ຊວງ
ປ້ອງ​ກັນ​ປະ​ເທດ​ເລ​ບາ​ນອນ ຫລັງ​ຈາກ​ໄດ້​ຖືກ​ກັກໂຕມາປະ
ມານ 10 ມື້ກ່ອນ ໃກ້​ກັບ​ຊາຍ​ແດນຊີເຣຍ.

ໜັງສື​ພີ​ມ​ເລ​ບາ​ນອນ As-Safir ລາຍ​ງານ​ວ່າ ທະ​ຫານ​ໄດ້​ກັກ
ໂຕທັງ​ສອງ​ຄົນ ໄວ້ “​ໃນ​ການ​ປະສານ​ງານ​ກັບບັນດາ​ອົ​ງການ
ສືບ​ລັບ​ຕ່າງປະເທດ.”

ທ້າວ Baghdadi ​ໄດ້​ນຳພາ​ກຸ່ມ​ລັດ​ອິສລາ​ມ ມາຕັ້ງ​ແຕ່​ປີ 2010 ​ແລະໃນ​ຕົ້ນ​ປີ​ນີ້​ໄດ້​ປະ
ກາດສ້າງຕັ້ງ ລັດທີ່ປົກຄອງໂດຍສາສະໜາອິສລາມ ຫລື caliphate ຂຶ້ນ ໃນ​ພາກ​ຕາ​ເວັນ
​ອອກ​ຊີ​ເຣຍ ​ແລະ​ພາ​ກ​ເໜືອ​ອີຣັກ ບ່ອນ​ທີ່​ພວກ​ຫົວ​ຮຸນ​ແຮງ​ຍຶດ​ເອົາ​ດິນ​ແດນ​ສ່ວນ​ໃຫຍ່.
ສະຫະລັດ ​ໄດ້ປະກາດ​ວ່າ ລາວ​ເປັນ​ຜູ້​ກໍ່​ການ​ຮ້າ​ຍ ຂອງ​ໂລກ ​ແລະ​ໄດ້​ສະ​ເໜີ​ໃຫ້​ເງິນ​ຄ່າ​
ຫົວ​ເຖິງ 10 ລ້ານ​ໂດ​ລາ.

ລັດຖະມົນຕີ ຕ່າງປະ​ເທດ ສະຫະລັດ ທ່ານ John Kerry ມີ​ກຳນົດ​ນຳພາ ກອງ​ປະຊຸມ
ລະດັບລັດຖະມົນຕີ ​ໃນ​ວັນ​ພຸດ​ມື້​ອຶ່ນນີ້​ຢູ່ນະຄອນ​ Brussels ບ່ອນ​ທີ່ພາຄີຂອງແນວໂຮມ
ທີ່ປະກອບດ້ວຍ 60 ປະເທດ ​ຈະ​ສົນທະນາຫາລື​ກັນ​ກ່ຽວ​ກັບ​ຄວາມ​ພະຍາຍາມທາງ​ດ້ານ
​ການ​ເມືອງ ​ທີ່​ຈະ​ຕໍ່ສູ້​ກັບກຸ່ມລັດ​ອິສລາມ.

XS
SM
MD
LG