ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສປຊ ປະນາມ ການໂຈມຕີ ດ້ວຍລະເບີດ ຢູ່ ເລບານອນ (ສະໄລດ໌)


 ປະຊາຊົນພວມຫຸ້ມເບິ່ງ ຂຸມທີ່ເກີດຈາກລະເບີດ ນຶ່ງໃນຈຳນວນ 2 ລູກ ທີ່ແຕກຂຶ້ນຢູ່ນອກວັດ ສາສະໜາອິສລາມ ທີ່ເມືອງຕຣີໂປລີ ໃນພາກເໜືອ ຂອງລີບານອນ (23 ສິງຫາ 2013)
ປະຊາຊົນພວມຫຸ້ມເບິ່ງ ຂຸມທີ່ເກີດຈາກລະເບີດ ນຶ່ງໃນຈຳນວນ 2 ລູກ ທີ່ແຕກຂຶ້ນຢູ່ນອກວັດ ສາສະໜາອິສລາມ ທີ່ເມືອງຕຣີໂປລີ ໃນພາກເໜືອ ຂອງລີບານອນ (23 ສິງຫາ 2013)
ສະພາຄວາມໝັ້ນຄົງຂອງອົງການສະຫະປະຊາຊາດໄດ້ປະນາມ
ເຫດລະເບີດລົດ ສອງຄັ້ງຊ້ອນຢູ່ເລບານອນ ໃນວັນສຸກວານນີ້ທີ່
ໄດ້ສັງຫານ ຢ່າງໜ້ອຍ 42 ຄົນ ແລະເຮັດໃຫ້ມີຜູ້ໄດ້ຮັບບາດເຈັບ
ອີກ 500 ກວ່າຄົນ.

ສະພາຄວາມໝັ້ນຄົງທີ່ມີສະມາຊິກ 15 ປະເທດໄດ້ຮ້ອງຂໍໃຫ້ປະ
ຊາຊົນ ຊາວເລບານອນທັງໝົດ ຮັກສາຄວາມເປັນເອກກະພາບ
ແຫ່ງຊາດທ່າມກາງການດຳເນີນຄວາມພະຍາຍາມເພື່ອບ່ອນທຳ
ລາຍສະຖຽນລະພາບຢູ່ໃນເລບານອນ.

ໃນອີກດ້ານນຶ່ງ ເລຂາທິການໃຫຍ່ ຂອງ ອົງການສະຫະປະຊາ
ຊາດ ທ່ານ Ban Ki-moon ຮຽກຮ້ອງໃຫ້ປະຊາຊົນຊາວເລບານອນໃຊ້ຄວາມຢັບຢັ້ງ ຮັກ
ສາຄວາມປຸ້ມລຸມສາມັກຄີ ແລະ ໃຫ້ການສະໜັບສະໜຸນ ຕໍ່ສະຖາບັນຕ່າງໆ ຂອງປະເທດ
ຊາດ ໂດຍສະເພາະກອງກຳລັງຮັກສາຄວາມສະຫງົບ ຂອງເລບານອນ.

ການໂຈມຕີໃນວັນສຸກວານນີ້ ມີຂຶ້ນທີ່ເມືອງຕຣີໂປລີໃນພາກເໜືອຂອງປະເທດເລບານອນ.

ລະເບີດລູກນຶ່ງໄດ້ແຕກຂຶ້ນຢູ່ນອກວັດ Taqwa ຂອງສາສະໜາອິສລາມຂະນະທີ່ການສວດ
ມົນພາວະນາ ໃນຕອນທ່ຽງ ສິ້ນສຸດລົງ. ວັດດັ່ງກ່າວນີ້ ເປັນບ່ອນທີ່ Sheik Salem Rafei ນັກບວດຫົວຕໍ່ສູ້ຊຸນນີ່ ທີ່ຕໍ່ຕ້ານກຸ່ມ Hezbollah ຊຶ່ງເປັນກຸ່ມຫົວຮຸນແຮງຂອງພວກຊີໄອທ໌ ໃນເລບານອນ ເຄີຍໄປສວດມົນພາວະນາ. ຍັງບໍ່ທັນເປັນທີ່ຈະແຈ້ງເທື່ອວ່າທ່ານຢູ່ຂ້າງໃນ ວັດດັ່ງກ່າວຫຼືບໍ່ ເວລາມີການໂຈມຕີເກີດຂຶ້ນ.

ລະເບີດລູກທີສອງໄດ້ແຕກຂຶ້ນປະມານ 5 ນາທີຕໍ່ມາຢູ່ນອກວັດ Al Salam ໃນຄຸ້ມ Al Mina ຂອງເມືອງຕຣີໂປລີ.

ທ້າວ Hassan Kamel ຢູ່ໃນວັດດັ່ງກ່າວເວົ້າວ່າ Sheik Salem Rafei ກໍ ພວມສວດ
ມົນພາວະນາຢູ່ໃນວັດ ແລະໃນທັນໃດນັ້ນ ລະເບີດກໍແຕກຂຶ້ນ.

ທ້າວ Kamel ເວົ້າວ່າ ຊາກຄວາມເສຍຫາຍ ສົບຄົນຕາຍ ແລະຜູ້ໄດ້ຮັບບາດເຈັບ ແມ່ນ ຢັ່ງຢາຍກັນຢູ່ທຸກບ່ອນ. ລາວກ່າວຕື່ມວ່າ ພວກເຮົາຂໍປະນາມຕໍ່ທຸກສິ່ງທຸກຢ່າງທີ່ໄດ້ເກີດ ຂຶ້ນຢູ່ທີ່ເມືອງຕຣີໂປລີ.

ຍັງບໍ່ທັນມີກຸ່ມໃດອ້າງເອົາຄວາມຮັບຜິດຊອບເທື່ອ. ກຸ່ມຫົວຮຸນແຮງ Hezbollah ກໍໄດ້ ປະນາມການໂຈມຕີໃນຄັ້ງນີ້ ໂດຍເວົ້າວ່າ ປະກົດວ່າເປັນຄວາມພະຍາຍາມ ທີ່ຈະຍຸແຍ່ ໃຫ້ເກີດຄວາມຮຸນແຮງທາງສາສະໜາເພີ້ມຂຶ້ນ ຢູ່ໃນເລບານອນ.

XS
SM
MD
LG