ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານ​ນາງ Marine Le Pen ອາດຖືກຕິດ​ຄຸກ ຍ້ອນເຜີຍແຜ່ຮູບພາບ ທາງສື່ສັງຄົມ


ຜູ້ນຳພັກຂວາຈັດຝຣັ່ງ ທ່ານນາງ Marine Le Pen ຍີ້ມຫົວຢູ່ ເກາະ Caraibean ຂອງຝຣັ່ງ ໃນຄະນະທີ່ທ່ານນາງໄປຢ້ຽມຢາມ .
ຜູ້ນຳພັກຂວາຈັດຝຣັ່ງ ທ່ານນາງ Marine Le Pen ຍີ້ມຫົວຢູ່ ເກາະ Caraibean ຂອງຝຣັ່ງ ໃນຄະນະທີ່ທ່ານນາງໄປຢ້ຽມຢາມ .

ຜູ້​ມີ​ຄະ​ແນນ​ສຽງນຳ​ໜ້າ​ ​ໃນ​ການ​ສະໝັກ​ເປັນ​ປະທານາທິບໍດີ​ຝຣັ່ງ ທ່ານ​ນາງ Marine
Le Pen ປະ​ເຊີນ​ໜ້າ​ກັບການ​ຕິດ​ຄຸກສາມ​ປີແລະ​ປັບໃໝ 79,000 ​ໂດ​ລາ ​ໃນ​ການ​ລົງ
​ຂ່າວ​ທາງ​ສື່​ສັງຄົມ 3 ຄັ້ງທີ່​ທ່ານນາງ Le Pen ​ໄດ້​ລົງຮູບພາບທາງສື່ສັງຄົມໃນ​ປີ 2015 ທີ່ສະແດງໃຫ້ເຫັນການ​ສັງຫານ​ຢ່າງ​ທາ​ລຸນຂອງກຸ່ມ​ລັດ​ອິສລາມ.

​ໃນ​ວັນ​ພະຫັດ​ວານ​ນີ້ສະພາ​ຢູ​ໂຣບ​ໄດ້​ລົ​ງຄະແນນ​ສຽງ​ຍົກ​ເລີກ​ສິດ​ພິ​ເສດ​ໃນຖານະ​ສະ
ມາຊິກ​ສະພາ​ຂວາ​ຈັດ​ຂອງ​ທ່ານ​ນາງ ​ໂດຍ​ປ່ອຍ​ໃຫ້​ທ່ານ​ນາງ​ຕົກ​ຢູ່​ໃນ​ອັນຕະລາຍ ຕໍ່​
ການ​ຖືກ​ລົງ​ໂທດໃນ​ຂໍ້​ກ່າວ​ຫາຕ່າງໆກ່ຽວ​ກັບ “​ການເຜີຍ​ແຜ່ຮູບ​ພາບໃນ​ການກໍ່​ຄວາມ
ຮຸນ​ແຮງ.”

ທ່ານ​ນາງ Le Pen ຮ້ອງ​ການ​ເຄື່ອນ​ໄຫວນີ້​ວ່າ ​“ເປັນ​ເລື່ອງການ​ເມືອງ” ແລະ​ກ່າວ​ວ່າ
ມັນມີ​ຄວາມ​ໝາຍເພື່ອທຳ​ລາຍການ​ໂຄສະນາ​ຫາ​ສຽງ​ຂອງ​ທ່ານ​ນາງ​ທີ່​ຈະ​ເປັນ​ປະທາ
ນາທິບໍດີ.

ທ່ານ​ນາງ​ໄດ້​ກ່າວ​ຕໍ່​ບັນດາ​ອົງການ​ຂ່າວ​ຝຣັ່ງ​ ໃນ​ວັນ​ພະຫັດ​ວານ​ນີ້​ວ່າ “ຂ້າພະ​ເຈົ້າ​ໄດ້​
ສົ່ງ​ສອງ ຫລື​ສາມຮູບ​ພາບ ໃນ​ການ​ກໍ່​ໂທດ​ກຳຂອງກຸ່ມ Daesh ​ແລະ​ຂ້າ​ພະເຈົ້າກ່າວ​
ວ່າ ນີ້ແມ່ນກຸ່ມ Daesh. ຂ້າພະ​ເຈົ້າຂໍ​ປະນາມ​ການ​ກໍ່​ໂທດ​ກຳນີ້. ​ເປັນ​ຫຍັງ​ຈຶ່ງ​ສືບສວນ
​ຂ້າພະ​ເຈົ້າ ​ແລະ​ບໍ່​ແມ່ນ​ຄົນ​ອື່ນໆ? ຂ້າພະ​ເຈົ້າ​ເປັນສະມາຊິກ​ສະພາ ແລະ​ໄດ້​ປະນາມ
ກຸ່ມ Daesh ຢູ່​ໃນ​ບົດບາດຂອງ​ຂ້າພະ​ເຈົ້າ​ໃນ​ນາມ​ສະມາຊິກ​ສະພາ.”

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

France Election
please wait
Embed

No media source currently available

0:00 0:02:17 0:00

XS
SM
MD
LG