ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ການສູ້ລົບກັນ ຍັງດຳເນີນຕໍ່ໄປ ໃນຢູເຄຣນ ຂະນະທີ່ຜູ້ນຳ 4 ປະເທດ ພົບປະກັນ ທີ່ ນະຄອນມິງສ໌


ນັກຕໍ່ສູ້ຫົວແບ່ງແຍກ ທີ່ໄດ້ຮັບການໜຸນຫຼັງຈາກຣັດເຊຍຄົນນຶ່ງ ຍ່າງກາຍລົດບັສຄັນນຶ່ງທີ່ຖືກທຳລາຍ ຈາກລູກປືນໃຫຍ່ ທີ່ຄິວລົດບັສ ທີ່ເມືອງ Donetsk ຢູເຄຣນ ວັນທີ 11 ກຸມພາ 2015.
ນັກຕໍ່ສູ້ຫົວແບ່ງແຍກ ທີ່ໄດ້ຮັບການໜຸນຫຼັງຈາກຣັດເຊຍຄົນນຶ່ງ ຍ່າງກາຍລົດບັສຄັນນຶ່ງທີ່ຖືກທຳລາຍ ຈາກລູກປືນໃຫຍ່ ທີ່ຄິວລົດບັສ ທີ່ເມືອງ Donetsk ຢູເຄຣນ ວັນທີ 11 ກຸມພາ 2015.

ການ​ສູ້​ລົບ​ທີ່​ມີ​ຜູ້​ຄົນ​ເສຍ​ຊີວິດ ​ໄດ້​ດຳ​ເນີນ​ສືບ​ຕໍ່​ມາ​ໃນ​ວັນ​ພຸດ​
ມື້​ນີ້ ທີ່ຢູ​ເຄຣນ ​ໃນ​ຂະນະ​ພວກ​ຜູ້ນຳ​ປະ​ເທດ​ຢູ​ເຄຣນ ຣັດ​ເຊຍ
ຝຣັ່ງ​ແລະ​ເຢຍຣະມັນ​ໄດ້​ກະກຽມ​ເພື່ອ​ພົບ​ປະ​ຂັ້ນ​ສຸດ​ຍອດ​ກັນ
​ກ່ຽວ​ວິ​ກິດ​ການ​ໃນ​ຢູ​ເຄຣນ ທີ່​ໄດ້​ເອົາ​ຊີວິດ​ປະຊາຊົນ​ໄປ​ແລ້ວ​
ຫຼາຍ​ກວ່າ 5300 ຄົນ ນັບ​ແຕ່ ເດືອນ​ເມສາ​ປີ​ແລ້ວ​ນີ້​ເປັນ​ຕົ້ນ​ມາ.

ອີງ​ຕາມ​ບັນດາ​ເຈົ້າ​ໜ້າ​ທີ່​ຝ່າຍ​ກະບົດ​ແລະ​ພະນັກງານ​ຮັບມືກັບ
ເຫດການ ​ສຸກ​ເສີນກໍ​ແມ່ນ​ວ່າ ຢ່າງ​ໜ້ອຍ​ປະຊາຊົນ 2 ຄົນ​ເສຍ​
ຊີວິດ​ທີ່​ເມືອງ Donetsk ​ທີ່​ຄວບ​ຄຸມ​ໂດຍ​ພວກ​ກະບົດ ໃນ​ພາກ
​ຕາ​ເວັນ​ອອກ​ຂອງ​ຢູ​ເຄຣນ ​ເວລາ​ລູກປືນ​ໃຫຍ່ລູກ​ນຶ່ງ​ ຕົກ​ໃສ່​ຄິວ
​ລົດ​ບັສ​ແຫ່ງ​ນຶ່ງ. ບັນດາ​ເຈົ້າ​ໜ້າ​ທີ່​ກອງທັບ ກ່າວ​ເຊັ່ນ​ກັນ​ວ່າ ການ
​ໂຈມ​ຕີ​ຂອງ​ພວກ​ກະບົດ​ໃກ້​ກັບ​ເມືອງ Debaltseve ​ໄດ້​ສັງຫານ​ພວກ​ທະຫານ​ໄປ​ຢ່າງ​ນ້ອຍ 19 ຄົນ ​ແລະໄດ້​ຮັບ​ບາດ​ເຈັບ​ຕື່ມ​ອີກ78 ຄົນ.

ກ່ອນ​ໜ້າການ​ພົບ​ປະ​ເຈລະຈາ​ກັນ​ທີ່ Belarus ​ໃນ​ວັນ​ພຸດ​ມື້​ນີ້ ປະທານາ​ທິບໍດີ Petro Poroshenko ​ແຫ່ງ​ຢູ​ເຄຣນ ບັນ​ລະ​ຍາຍ​ການ​ພົບ​ປະ​ຂັ້ນ​ສຸດ​ຍອດ​ຂອງ 4 ປະ​ເທດວ່າ
​ເປັນ​ນຶ່ງ​ໃນ​ໂອກາດ​ບັ້ນ​ສຸດ​ທ້າຍ ​ເພື່ອ​ຍຸດຕິ​ການ​ສູ້​ລົບ​ກັນ​ລະຫວ່າງ​ກຳລັງ​ຂອງ​ປະ​ເທດ​ຂອງ​
ທ່ານ ​ແລະ​ພວກຫົວ​ແບ່ງ​ແຍກ​ນິຍົມຣັດ​ເຊຍ.

US Lawmakers Unified: 'Send Lethal Weapons to Ukraine'
please wait

No media source currently available

0:00 0:03:12 0:00

ທຳນຽບຂາວ ກ່າວ​ວ່າ ປະທານາທິບໍດີ ບາຣັກ ​ໂອ​ບາ​ມາ ​ໄດ້​ໂອ້​ລົມ​ກັນ ​ທາງ​ໂທລະສັບ​
ກັບ​ປະທານາທິບໍດີ Vladimir Putin ​ແຫ່ງຣັດ​ເຊຍ​ແລະ​ຮຽກຮ້ອງ​ໃຫ້​ທ່ານ​ພູ​ຕິນສະໜັບ
ສະໜຸນ​ຂໍ້​ຕົກລົງ​ສັນຕິພາບ​ສຳລັບຢູ​ເຄຣນນັ້ນ.

ukraine11february15
please wait
Embed

No media source currently available

0:00 0:01:48 0:00

XS
SM
MD
LG