ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຜູ້ນໍາລັດຖະປະຫານໃນມາລີ ບັນລຸຂໍ້ຕົກລົງກັບ ກຸ່ມ ECOWAS


ຫົວໜ້າກໍ່ລັດຖະປະຫານໃນມາລີ ຮ້ອຍເອກ Amadou Sanogo ເຊັນເອກະສານຂໍ້ຕົກລົງກັບກຸ່ມ ECOWAS ກ່ຽວກັບການໂອນອໍານາດໃຫ້ພົນລະເຮືອນ ແລະນີລະໂທດກໍາໃຫ້ພວກທະຫານທີ່ກໍ່ລັດຖະປະຫານ, ວັນທີ 6 ເມສາ 2012.
ຫົວໜ້າກໍ່ລັດຖະປະຫານໃນມາລີ ຮ້ອຍເອກ Amadou Sanogo ເຊັນເອກະສານຂໍ້ຕົກລົງກັບກຸ່ມ ECOWAS ກ່ຽວກັບການໂອນອໍານາດໃຫ້ພົນລະເຮືອນ ແລະນີລະໂທດກໍາໃຫ້ພວກທະຫານທີ່ກໍ່ລັດຖະປະຫານ, ວັນທີ 6 ເມສາ 2012.

ບັນດາ​ຜູ້​ນໍາ​ທະຫານ​ທີ່​ກໍ່​ລັດຖະປະຫານ​ໃນ​ມາລີ ​ໄດ້​ບັນລຸ​ຂໍ້​ຕົກລົງ​ກັນ​ກັບ​ກັບ​ບັນດາ
15 ປະເທດສະມາຊິກ​ໃນ​ຂົງ​ເຂດ ຫຼື​ກຸ່ມ ECOWAS ກ່ຽວ​ກັບ​ການຈັດ​ຕັ້ງ​ອໍານາດ​ປົກ
ຄອງພົນລະ​ເຮືອນ​ຄືນ​ໃນ​ປະ​ເທດ​ທີ່ພວມ​ປະ​ເຊີນ​ກັບ​ຕໍ່ສູ້​ກັນ​ນັ້ນ. ຂໍ້ຄວາມ​ໃນ​ຂໍ້​ຕົກ​ລົງ
​ກັນ​ນັ້ນ​ໄດ້​ແຈ້ງ​ໃຫ້​ຊາບ​ທາງ​ໂທລະພາບ​ແຫ່ງ​ຊາດ.

ລັດຖະມົນຕີ​ຕ່າງປະ​ເທດ​ຂອງ Burkina Faso ​ແລະ​ທ່ານ Djibril Bassole ຜູ້ຕາງໜ້າ
​ຂອງ​ກຸ່ມ ECOWAS ປະກາດ​ໃຫ້​ຮູ້​ວ່າຄະນະ​ກໍາ​ອໍານາດ​ທະຫານ ​ໄດ້​ຕົກລົງ​ຈັດ​ຕັ້ງ​ລັດ
ຖະບານໄລຍະ​ຂ້າມ​ຜ່ານ​ຂຶ້ນ ​ພາຍໃຕ້​ການ​ນໍາພາ​ຂອງ​ນາຍົກລັດຖະມົນຕີຢ່າງ​ເປັນ​ເອກະ
ສັນ​ກັນ. ພາຍ​ໃຕ້​ຂໍ້​ຕົກລົງ​ດັ່ງກ່າວ​ ພວກ​ຜູ້​ນໍາ​ກໍ່​ລັດຖະປະຫານ​ຂຶ້ນ​ຈະ​ໄດ້​ຮັບການນິລະ​
ໂທດ​ກໍາ ​ແລະ​ການ​ລົງ​ໂທດ​ດ້ານ​ເສດຖະກິດ​ທີ່ທາງ​ກຸ່ມ ECOWAS ວາງ​ໄວ້​ນັ້ນ​ກໍຈະ​ຖືກ
​ຍົກ​ເລີກ.

ຮ້ອຍ​ເອກ Amadou Haya Sanogo ຜູ້​ນໍາ​ລັດຖະປະຫານ ​ໄດ້​ຕົກລົງ​ນໍາ​ຂໍ້​ຕົກລົງ​ດັ່ງກ່າວ
ຊຶ່ງ​ຮວມທັງ​ເງື່ອນ​ໄຂ​ຕ່າງໆ​ສໍາລັບ​ການ​ເລືອກ​ຕັ້ງ​ໃນອະນາຄົດ​ນັ້ນ. ພວກ​ປະ​ເທດ​ໃນ​ທະວີບ
ອາ​ຟຣິກາຕາ​ເວັນ​ຕົກ ​ໄດ້​ສະ​ແດງ​ໃຫ້ການ​ສະໜັບສະໜຸນ​ຄວາມ​ພະຍາຍາມ​ຕ່າງໆ​ຂອງ​ມາລີ
ທີ່​ອ້າງ​ເອົາ​ເຂດເໜືອ​ຂອງ​ປະ​ເທດ​ຄືນ​ນັ້ນ. ພວກ​ກະບົດ Tuareg ທີ່​ໄດ້​ຮັບ​ການ​ສະໜັບສະ
ໜຸນ​ຈາກ​ພວກ​ຫົວ​ຮຸນ​ແຮງ​ມຸສລິ​ມ ​ໄດ້​ຄວບ​ຄຸມ​ພວກ​ຫົວເມືອງ​ຕ່າງໆ​ທີ່​ສໍາຄັນ​ໃນ​ພາກ​ເໜືອ
ຂອງ​ມາລີ ​ແລະ​ໃນ​ວັນ​ສຸກ​ວານ​ນີ້ໄດ້​ປະກາດ​ເປັນ​ປະ​ເທດ​ເອກະລາດ​ຂຶ້ນ​ທີ່​ມີ​ຊື່ວ່າ ປະ​ເທດ
Azawadນັ້ນ.

ສະຫະພາບ​ອາ​ຟຣິກາ​ໄດ້​ປະຕິ​ເສດ​ຕໍ່​ຄໍາ​ປະກາດ​ເປັນ​ປະ​ເທດ​ເອກະລາດຂອງ​ພວກ​ກະບົດ
ນັ້ນ​ຢ່າງ​ໄວ ​ໂດຍ​ກ່າວ​ວ່າ ຄໍາ​ປະກາດ​ນັ້ນ​ບໍ່​ມີ​ຜົນ​ບັງຄັບ​ໃຊ້​ແລະ​ບໍ່​ມີ​ຄຸນຄ່າ​ໃດໆ ​ແລະ​ຝຣັ່ງ
ກໍ​ປະຕິ​ເສດ​ເຊ່ນ​ດຽວ​ກັນ.

XS
SM
MD
LG