ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປະທານາທິບໍດີ ໂອບາມາ ຈະເປັນເຈົ້າພາບ ກອງປະຊຸມສຸດຍອດ ບັນດາຜູ້ນຳອາຟຣິກາ (ວີດີໂອ)


ປະທານາທິບໍດີ​ສະຫະລັດ ທ່ານ ບາຣັກ ​ໂອ​ບາ​ມາ ຖະແຫລງຕໍ່ ພວກເຂົ້າຮ່ວມ ກອງປະຊຸມສຸດຍອດ ສຳຫລັບ ເຍົາວະຊົນ ຜູ້ນຳອາຟຣິກາ ຢູ່ວໍຊິງຕັນ ເມື່ອ ວັນທີ 28 ກໍລະກົດ 2014.
ປະທານາທິບໍດີ​ສະຫະລັດ ທ່ານ ບາຣັກ ​ໂອ​ບາ​ມາ ຖະແຫລງຕໍ່ ພວກເຂົ້າຮ່ວມ ກອງປະຊຸມສຸດຍອດ ສຳຫລັບ ເຍົາວະຊົນ ຜູ້ນຳອາຟຣິກາ ຢູ່ວໍຊິງຕັນ ເມື່ອ ວັນທີ 28 ກໍລະກົດ 2014.

ປະທານາທິບໍດີ​ສະຫະລັດ ທ່ານ ບາຣັກ ​ໂອ​ບາ​ມາ ຈະ
ຕ້ອນຮັບບັນດາ ຜູ້ນຳ ເກືອບ​ຮອດ 50 ຄົນ ຈາກ​ອາ​ຟຣິກາ
ສູ່ວໍ​ຊິງ​ຕັນ ​ໃນວັນ​ຈັນ​ຈະ​ມາ​ເຖິງ​ນີ້ ​ໃນ​ການ​ໂຮມ​ຊຸມນຸມ ​ທີ່
​ທ່ານ​ກ່າວ​ວ່າ “ບໍ່​ເຄີຍ​ມີ​ມາ​ກ່ອນ​.”

ປະທານາທິບໍດີ ​ໂອ​ບາ​ມາ ​ໄດ້ຖະ​ແຫ​ລງຕໍ່​ບັນດາ​ນັກ​ຂ່າວ
​ໃນ​ວັນ​ສຸກ ວານ​ນີ້ວ່າ ສະຫະລັດ​ຕ້ອງເຂົ້າ​ໄປ​ພົວພັນ​ຕື່ມ​ອີກ
​ກັບ​ອາ​ຟຣິກາ ​ແລະ ​ ວ່າ​ ກອງ​ປະຊຸມ​ສຸດ​ຍອດຄັ້ງ​ນີ້ ​ແມ່ນ
ເປັນ​ໂອກາດ ​ເພື່ອ​ຍົກ​ບັນຫາຕ່າງໆ ​ທາງດ້ານ​ເສດຖະກິດ
​ແລະຄວາມ​ໝັ້ນ​ຄົງ ຢູ່​ໃນ​ທະວີ​ບນັ້ນ ມາ​ປຶກສາ​ຫາ​ລື.

ການ​ແຜ່​ລະບາດຂອງ​ເຊື້ອ​ໄວຣັສ ອີ​ໂບລາ ​ໃນ​ອາ​ຟຣິກາ​ຕາ​ເວັນ​ຕົກ ແມ່ນ​ຫົວຂໍ້​ນຶ່ງ​ທີ່ຈະ​
ມີ​ ​ໃນ​ການໂອ້​ລົມກັນ​ໃນຄັ້ງນີ້. ທ່ານ​ໂອ​ບາ​ມາ​ໄດ້​ກ່າວ​ວ່າ​ບັນດາຜູ້ນຳ​ອາ​ຟຣິກາ ຈາກ​
ປະ​ເທດທີ່​ມີ​ຄວາມ​ສ່ຽງນັ້ນ ຈະ​ຕ້ອງ​ໄດ້​ຜ່ານ​ການກວດ​ຫາ ເຊື້ອພະຍາດດັ່ງ​ກ່າວ ​ກ່ອນ​
ເຂົ້າມາ​ໃນ​ສະຫະລັດ.

WEST AFRICA EBOLA CNPK
please wait

No media source currently available

0:00 0:02:39 0:00


ຜູ້ນຳຂອງ​ປະ​ເທດ ​ຊີ​ແອຣາ ​ລີ​ອອນ ​ແລະ​ໄລ​ບີ​ເຣຍ ​ໄດ້​ງົດການ​ເດີນ​ທາງ​ມາຮ່ວມ
ກ​ອງປະຊຸມ​ສຸດ​ຍອດ ​ທີ່​ວໍ​ຊິງ​ຕັນ ​ເພື່ອ​ຮັບ​ມືກັບ​ການ​ແຜ່​ລະ ບາດຂອງ​ໂຣກອີ​ໂບລາ
​ອັນ​ຮ້າຍ​ແຮງ​ເຖິງ​ແກ່​ຊີວິດ ​ໃນ​ປະ​ເທດ​ຂອງ​ພວກ​ຕົນ.

​ບັນດາເຈົ້າໜ້າ​ທີ່​ສະຫະລັດ ກ່າວ​ວ່າ ບັນດາ​ປະ​ເທດ​ທັງຫຼາຍ ທີ່​ໄດ້​ຖືກ​ເຊື້ອ​ເຊີນ ໃຫ້​
ສົ່ງຄະນະຜູ້​ແທນ ​ມາຮ່ວມກ​ອງປະຊຸມ​ສຸດ​ຍອດ 3 ມື້ນັ້ນ ​ ​ໂດຍ​ສ່ວນ​ໃຫຍ່​ແລ້ວ​ ແມ່ນມີ​
ປະທານາທິບໍດີເປັນ​ຜູ້​ນຳ​ພາ​ມາ ​ແຕ່​ບາງ​ຄະນະ​ແມ່ນ​ຈະ​ນຳ​ພາ​ໂດຍ​ ຮອງ​ປະທານາທິບໍດີ
ຫຼື ​ເຈົ້າໜ້າ​ທີ່ຂັ້ນ​ສູງ​ອື່ນໆ ຂອງລັດຖະບານ. ພວກເຈົ້າໜ້າ​ທີ່​ສະຫະລັດ​ກ່າວ​ວ່າ ມີຜູ້ນຳ
ພຽງ 4 ຄົນ ​ທີ່ໄດ້​ຖືກ​ຍົກ​ເວັ້ນຈາກ​ກອງ​ປະຊຸມຄັ້ງນີ້ ຊຶ່ງມີປະ​ເທດ ຊິ​ມບັບ​ເວ ຊູ​ດານ
ອີຣິຕ​ເທຣຍ ​ແລະ ສາທາ​ລະນະ​ລັດອາ​ຟຣິກາ​ກາງ.

ທຳນຽບຂາວ ກ່າວ​ວ່າ ບໍ່​ມີ​ແຜນການສຳ​ຫລັບ​ການ​ເຈລະຈາ​ສອງ​ຝ່າຍ​ ລະຫວ່າງ ທ່ານ ​
ໂອ​ບາ​ມາ ​ກັບຄູ່​ຕຳ​ແໜ່​ງຈາກອາ​ຟຣິກາ ແຕ່ກ່າວ​ວ່າ ປະທານາທິບໍດີ​ສະຫະລັດ ຈະ​ຈັດ
​ງານ​ລ້ຽງ​ອາຫານ​ຄ່ຳ​ ສຳ​ຫລັບ​ບັນດາ​ຜູ້ນຳ​ ຈາກ​ອາ​ຟຣິກາ​ທັງ​ໝົດ​ ໃນ​ແລງ​ວັນ​ອັງຄານ
​ທີ່​ຈະ​ມາ​ເຖິງ​ນີ້.

African Leaders Head to Washington for Summit
please wait

No media source currently available

0:00 0:02:56 0:00

ລິງໂດຍກົງ
XS
SM
MD
LG