ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໑໗ ເມສາ ໒໐໒໔

ລິບສະຕິກຫລາຍຮ້ອຍຍີ່ຫໍ້ ມີສານຂີ້ກົ່ວ ທີ່ອາດເປັນອັນຕະລາຍ ປະສົມຢູ່ (ເບິ່ງວີດີໂອ)


ລິບສະຕິກ ທີ່ຜູ້ຍິງນິຍົມໃຊ້ກັນຫລາຍຢູ່ທົ່ວໄປນັ້ນ ພົບວ່າ ມີສານຂີ້ກົ່ວ
ລິບສະຕິກ ທີ່ຜູ້ຍິງນິຍົມໃຊ້ກັນຫລາຍຢູ່ທົ່ວໄປນັ້ນ ພົບວ່າ ມີສານຂີ້ກົ່ວ

ການວິໃຈດ້ານເຄມີໃນລິບສະຕິກ ຫລື​ສີ​ທາ​ສົບ 400 ຍີ່ຫໍ້ ທີ່ຄົນ​ນິຍົມ​ໃຊ້​ຫລາຍ ໂດຍອົງ ການອາຫານແລະຢາ FDA ຂອງສະຫະລັດ ພົບວ່າ ລິບສະຕິກເຫລົ່ານັ້ນທັງ​ໝົດລ້ວນ ແຕ່ມີສານຂີ້ກົ່ວ ຊຶ່ງເປັນທາດໂລຫະທີ່ ເປັນພິດ ທີ່ມີສ່ວນກ່ຽວພັນກັບບັນຫາສຸຂະພາບ ທີ່ຮ້າຍແຮງ. ​ແຕ່ອົງການ FDA ກໍເວົ້າວ່າ ລະດັບສານຂີ້ກົ່ວໃນນັ້ນແມ່ນຕໍ່າຫລາຍ ເຖິງ ຂັ້ນວ່າ ຜະລິດຕະພັນ​ເຫລົ່າ​ນັ້ນປອດໄພສໍາລັບ​ໃຊ້. ຢ່າງ​ໃດ​ກໍ​ຕາມ ກຸ່ມນັກການແພດ ຢືນຢັນວ່າ ບໍ່ມີສານຂີ້ກົ່ວໃນລະດັບໃດທີ່ປອດໄພ. ນັກ​ຂ່າວ​ວີ​ໂອ​ເອ Zulima Palacio ມີລາຍລະອຽດກ່ຽວ​ກັບເລື້ອງນີ້ ​ຊຶ່ງບົວສວັນຈະນໍາມາສະ​ເໜີທ່ານ​ໃນ​ອັນ​ດັບ​ຕໍ່​ໄປ.

ຜູ້ຍິງທັງຫລາຍມັກໃຊ້ລິບສະຕິກ​ແຕ່​ໃດ​ໆມາ​ແລ້ວ ເພື່ອເຮັດໃຫ້ຕົນເອງງາມ.

ທຸກມື້ນີ້ ຫລາຍຄົນບໍ່ໄດ້ໃຊ້ລິບສະຕິກພຽງເທື່ອດຽວ ແຕ່ໃຊ້ມື້​ລະຫລາຍໆ ຄັ້ງ. ຢູ່ໃນ​
ເຂດຊານເມືອງໆ​ນຶ່ງ​ຂອງລັດເວີຈີເນຍ, ນາງພະຍາບານ ເດນິສ ຄອນ​ແດັດ​ຕີ
(Denisse Condettii) ເວົ້າວ່າ ລາວມັກລິບສະຕິກຫລາຍ. ລາວກ່າວດັ່ງນີ້:

ຂ້ອຍຄິດບໍ່ອອກວ່າ ໜ້າ​ຕາຂ້ອຍ​ຈະ​ເປັນ​ແນວ​ໃດ ຖ້າບໍ່ໃຊ້ລິບສະຕິກ, ຂ້ອຍ
ຕ້ອງເພີ້ມສີສັນໃສ່ສົບຂອງຂ້ອຍ.”

ອົງການອາຫານແລະຢາຂອງສະຫະລັດ ຫລື FDA ເວົ້າວ່າ ຜະລິດຕະພັນລິບສະຕິກ
ທັງໝົດ 400 ຍີ່ຫໍ້ ທີ່ທາງອົງການ ໄດ້ທໍາ​ການກວດສອບ--ຕາມການຮ້ອງຂໍຂອງຜູ້ຊົມໃຊ້ ແລະກຸ່ມການແພດນັ້ນ--​ແມ່ນ ບັນຈຸສານຂີ້ກົ່ວ ທີ່ກວ​ດ​ເຫັນໄດ້. ​ແຕ່ອົງການ FDA ກໍເວົ້າ
ວ່າ ສານຂີ້ກົ່ວ ໃນລະດັບຕໍ່າທີ່ອົງການໄດ້ພົບເຫັນນັ້ນ ແມ່ນບໍ່​ເປັນ​ອັນຕະລາຍໃນດ້ານ
ຄວາມປອດໄພ ​ແຕ່​ຢ່າງ​ໃດ. ນາງ ເດນິສ ຄອນ​ແ​ດັດ​ຕີ ເວົ້າວ່າ:

ມັນເຮັດໃຫ້ຂ້ອຍເປັນຫ່ວງໜ້ອຍນຶ່ງ ແຕ່ກໍບໍ່ເຖິງຂັ້ນ ເຮັດໃຫ້ຂ້ອຍ​ເຊົາໃຊ້
ຜະລິດຕະພັນນີ້ເລີຍ.”

ສະຕິກ 400 ຍີ່ຫໍ້ ທີ່ຄົນ​ນິຍົມ​ໃຊ້​ຫລາຍ ຖືກວິໃຈພົບວ່າ ລ້ວນແລ້ວ ແຕ່ມີສານຂີ້ກົ່ວ
ສະຕິກ 400 ຍີ່ຫໍ້ ທີ່ຄົນ​ນິຍົມ​ໃຊ້​ຫລາຍ ຖືກວິໃຈພົບວ່າ ລ້ວນແລ້ວ ແຕ່ມີສານຂີ້ກົ່ວ

ອຸດສາຫະກໍາຜະລິດເຄື່ອງ
ສໍາອາງ ຂາຍ​ເຄື່ອງ​ສໍາອາງ
ອອກ​ໃນ​ມູນ​ຄ່າ 50 ພັນ
ລ້ານໂດລາ ຕໍ່ປີ. ທ່ານນາງ
ເຮລີນາ ແບຣສລາວິກ
(Halyna Breslawec) ຜູ້
ອໍານວຍການຝ່າຍວິທະຍາ
ສາດ ທີ່ສະພາຜະລິດຕະ
ພັນ ສໍາລັບໃຊ້ເພື່ອດູແລ
ຮ່າງກາຍ ຫລື Personal
Care Products Council ຊຶ່ງເປັນຕົວແທນບໍລິສັດຜະລິດເຄື່ອງສໍາອາງຫລາຍກວ່າ 600 ບໍລິສັດ ໃຫ້ຄໍາເຫັນວ່າ:

ລິບສະຕິກແມ່ນປອດໄພ. ຜູ້ຊົມໃຊ້ບໍ່ຄວນເປັນຫ່ວງ ກ່ຽວກັບຄວາມ ປອດໄພຈາກລິບສະຕິກທີ່ພວກເຂົາເຈົ້າ​ໃຊ້.

ເປັນເວລາຫລາຍປີ ທີ່ສານຂີ້ກົ່ວ​ໄດ້ຖືກເອົາມາໃຊ້ຢູ່ໃນນໍ້າມັນ, ນໍ້າສີທາເຮືອນ ແລະຜະ
ລິດຕະພັນອື່ນໆຫລາຍຢ່າງ. ແຕ່ຄວາມຕື່ນ​ໂຕຫລາຍຂຶ້ນ ກ່ຽວກັບອັນຕະລາຍຂອງ
ສານຂີ້ກົ່ວຕໍ່ສຸຂະພາບ ໂດຍສະເພາະແມ່ນຕໍ່ເດັກນ້ອຍ ແລະຜູ້ຍິງຖືພານັ້ນ ໄດ້ພາໃຫ້ມີ
ການເກືອດຫ້າມບໍ່​ໃຫ້​ເອົາສານ​ຂີ້​ກົ່ວ ປະສົມ​ເຂົ້າ​ໃນຜະລິດຕະພັນ​ໃຊ້​ສອຍ​ສ່ວນ​ໃຫຍ່.

ສານຂີ້ກົ່ວຢູ່ໃນລິບສະຕິກ ແມ່ນມາຈາກເມັດສີທໍາມະຊາດ. ທາງອົງການ FDA ຍັງບໍ່
ທັນໄດ້ຕັ້ງຂໍ້ຈໍາກັດລະດັບສານຂີ້ກົ່ວ ທີ່​ສາມາດ​ໃຊ້ໄດ້ນັ້ນເທື່ອ.

ທ່ານນາງ ​ເຮລີນາ ແບຣສລາວິກ ​ແຫ່ງອຸດສະຫະກໍາເຄື່ອງສໍາອາງ ໄດ້ຖືກຖາມວ່າ ຜູ້ຍິງທີ່ຖືພາຄວນຈະສືບຕໍ່ໃຊ້ລິບສະຕິກຫລືບໍ່. ທ່ານນາງ ຕອບວ່າ:

ຂ້າພະເຈົ້າຄິດວ່າ ມັນຂຶ້ນກັບສ່ວນຕົວໃຜລາວທີ່ຈະເລືອກເອົາ. ແຕ່ຂ້າພະ
ເຈົ້າກໍສາມາດບອກທ່ານໄດ້ວ່າ
ລະດັບສານຂີ້ກົ່ວທີ່ໄດ້ຮັບການແນະນໍາຈາກ
ກຸ່ມອຸດສາຫະກໍາ ແລະກຸ່ມອື່ນໆ
ຄືການຄໍານວນລະດັບ ທີ່ຖືວ່າປອດໄພນັ້ນ
ແມ່ນອີງຕາມຜູ້ຍິງ ທີ່ຖືພາ ແລະໃຫ້ລູກກິນນົມ.”

ແຕ່ການຮັບປະກັນເຫລົ່ານັ້ນ ບໍ່ໄດ້​ໃຫ້​ຄວາມ​ໝັ້ນ​ໃຈ​ແກ່ ທ່ານເຈຊັນ ເຣໂນ (Jason
Rano)“ ຜູ້ອໍານວຍການຝ່າຍພົວພັນກັບລັດຖະບານຂອງກຸ່ມ ທີ່ເຮັດວຽກດ້ານປົກ
ປ້ອງສິ່ງແວດລ້ອມ Environmental Working Group ຫລື EWG, ຊຶ່ງເປັນອົງ
ການຄົ້ນຄວ້າ ແລະຕໍ່ສູ້ເພື່ອຜົນປະໂຫຍດຂອງຜູ້ຊົມໃຊ້ສິນຄ້າ. ທ່ານກ່າວວ່າ:

ການເຜີຍແບໃສ່ສານຂີ້ກົວ ບໍ່​ວ່າຢູ່ໃນລະດັບໃດກໍຕາມ ແມ່ນບໍ່ປອດໄພທັງນັ້ນ.

ອົງການປົກປ້ອງສະພາບແວດລ້ອມຂອງສະຫະລັດ ຫລື EPA ລະບຸ ສານຂີ້ກົວວ່າ ເປັນສານທີ່ເປັນອັນຕະລາຍ ​ແລະ​ວ່າ ຍັງ​ບໍ່​ໄດ້​ມີ​ການຈັດ​ຕັ້ງ​ລະດັບທີ່ປອດໄພ​ໃນ
ເລືອດຂອງ​ສານ​ນີ້​ເທື່ອ.

ທ່ານ ເຣໂນ ກ່າວອີກວ່າ ອົງການ EWG ຂອງ​ທ່ານໄດ້ເອົາຖານຂໍ້ມູນ ເຂົ້າໃສ່ໄວ້ໃນເວັບ
ໄຊ໌ຂອງຕົນ ເພື່ອໃຫ້ຜູ້ຄົນສາມາດຮຽນຮູ້ກ່ຽວ​ກັບສານປະກອບຕ່າ​ງໆ ໃນຜະລິດຕະພັນ
ໃຊ້ດູແລຮ່າງກາຍ ທີ່ຕົນໃຊ້ຢູ່ ... ແລະໃຫ້ຮູ້ວ່າ ຜະລິດຕະພັນເຫລົ່ານັ້ນ ປອດໄພຫລືບໍ່.
ທ່ານແນະນໍາ ດັ່ງນີ້:

ທ່ານສາມາດຕີຊື່ຜະລິດຕະພັນທີ່ທ່ານ​ໃຊ້​ ລົງ​ບ່ອນ​ນີ້ ຊຶ່ງມີລາຍ​ຊື່ຜະລິດຕະພັນ
ຫລາຍກວ່າ
69,000 ຢ່າງ. ມີລິບສະຕິກເກືອບຮອດ 1,500 ຍີ່ຫໍ້ ຢູ່ໃນຫັ້ນ.”

ເຖິງແມ່ນວ່າ ອຸດສາຫະກໍາຜະລິດເຄື່ອງສໍາອາງ​ໄດ້​ກ່າວ​ວ່າ ຕົນບໍ່ມີແຜນທີ່ຈະ​ແນະນໍາ
ໃຫ້ປ່ຽນສານປະກອບຢູ່ໃນຜະລິດຕະພັນລິບ​ສະ​ຕິກຂອງຕົນກໍຕາມ ແຕ່ອົງການ EWG
ເວົ້າວ່າ ຕົນຈະສືບຕໍ່ກົດດັນລັດຖະສະພາໃຫ້ວາງລະບຽບຄວບ​ຄຸມ​ຢ່າງ​ເຄ່ງ​ຄັດ​ຂຶ້ນ ພວກ
ສານເຄມີທີ່ເປັນພິດ ທີ່​ໃຊ້ຢູ່ໃນຜະລິດຕະພັນເຄື່ອງສໍາອາງ ແລະສິນຄ້າໃຊ້ສອຍປະເພດ
ອື່ນໆນັ້ນ.

ເບິ່ງວີດິໂອລາຍງານຂ່າວເປັນພາສາອັງກິດ:

XS
SM
MD
LG