ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ແບລຢ້ຽມ ຈະສົ່ງຄົນຮ້າຍ ທີ່ໂຈມຕີ ຢູ່ປາຣີ ໃຫ້ຝຣັ່ງ


Europe Terror
please wait
Embed

No media source currently available

0:00 0:00:32 0:00

ໄອ​ຍະ​ການ ​ຂອງ​ແບ​ລຢ້ຽມ ກ່າວ​ວ່າ ​ຜູ້​ຕ້ອງ​ສົງ​ໄສ​ຄົນ​ສຳຄັນ ໃນ​ການ​ໂຈມ​ຕີ ​ຢູ່​ນະຄອນ ຫຼວງປາຣີ ​ເມື່ອ​ເດືອນ​ພະຈິກ​ປີ​ກາຍ​ນີ້ ສາມາດ​ຖືກ​ສົ່ງ​ໄປ​ຝຣັ່ງ​ໄດ້.

ລັດຖະມົນຕີ​ກະຊວງ​ຍຸຕິ​ທຳ​ຂອງຝຣັ່ງ ທ່ານ Jean-Jacques Urvoas ກ່າວ​ໃນ​ວັນພະ ຫັດວານ​ນີ້ວ່າ ທ່ານ​ຄາດ​ວ່າ ທ້າວ Salah Abdeslam ຈະ​ຖືກ​ສົ່ງ​ໄປ​ປາຣີ ພາຍ​ໃນ 10 ວັນ.

ທະນາຍ​ຄວາມ​ຂອງ​ທ້າວ Abdeslam ທ່ານ Cedric Moisse ກ່າວ​ວ່າ ລູກ​ຄວາມ​ຂອງ ລາວ​ແມ່ນ​ເຫັນ​ພ້ອມ ​ໃນ​ການ​ທີ່​ຈະ​ຖືກ​ສົ່ງ​ໂຕ​ໄປ​ຝຣັ່ງ. ທ່ານ​ກ່າວ​ວ່າ ທ້າວ Abdeslam ຢາກ​ໃຫ້​ເປັນ​ທີ່​ຮູ້ຈັກ​ກັນ​ວ່າ ລາວຕ້ອງການ ທີ່​ຈະ​ໃຫ້ຄວາມຮ່ວມ​ມື​ແກ່​ເຈົ້າໜ້າ​ທີ່​ຝຣັ່ງ ມີ ຄວາມ​ເວົ້າ​ຫລາຍ​ຢ່າງ​ທີ່​ລາວ​ຕ້ອງການ​ຢາກ​ໃຫ້​ຄົນ ຮູ້ຈັກ.

ສ່ວນ​ທະນາຍຄວາມ​ອີກ​ຄົນ​ນຶ່ງ​ຂອງ​ລາວ ກ່າວ​ວ່າ ຫລັງ​ຈາກ​ໄດ້​ຖືກ​ຈັບ​ໃນ​ວັນ​ທີ​18​ ມີນາ ແລ້ວ ທ້າວ Abdeslam ຈະ​ຕໍ່ສູ້​ຄະດີ​ໃນ​ການ​ທີ່​ຈະ​ຖືກ​ສົ່ງ​ໂຕ​ໄປ​ຝຣັ່ງ. ຍັງ​ບໍ່​ທັນ​ເປັນ​ທີ່​ຈະ ແຈ້ງເທື່ອ​ວ່າ ​ເປັນ​ຫຍັງ​ຜູ້ກ່ຽວ​ຈຶ່ງ​ປ່ຽນ​ໃຈ​ກ່ຽວ​ກັບ​ເລື້ອງນີ້.

ທ້າວ Abdeslam ຖືກ​ຫ່າວ​ຫາ​ວ່າ ວາງ​ແຜນ​ໂຈມ​ຕີ​ທີ່​ນະຄອນຫຼວງ​ປາຣີ ເມື່ອ​ວັນ​ທີ 13 ພະຈິກ​ຜ່ານ​ມາ ທີ່​ໄດ້​ສັງຫານ 130 ຄົນ ຢູ່ຕາມ​ສະຖານ​ທີ່​ຫຼາຍແຫ່ງ​ພ້ອມໆ​ກັນ.​ ມີ​ການ ກ່າວ​ຫາ​ວ່າ ລາວ​ໄດ້​ເຊົ່າ​ຫ້ອງ ​ໃຫ້​ແກ່​ພວກ​ໂຈມ​ຕີ​ດ້ວຍ ລະ​ເບີດ​ສະຫຼະຊີບ ​ແລະ​ເປັນ​ຜູ້ ຊື້ດິນ​ລະ​ເບີດ.

​ໄອ​ຍະ​ການ​ຝຣັ່ງກ່າວ​ວ່າ ທ້າວ Abdeslam ​ໄດ້​ວາງ​ແຜນ​ທີ່​ຈະລະ​ເບີດ​ໂຕ​ຜູ້ກ່ຽວເອງ ຢູ່ ນອກ​ເດີ່ນ​ເຕະບານ ​ແຕ່​ໄດ້​ປ່ຽນໃຈ.

XS
SM
MD
LG