ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ຂ່າວການປົດຜູ້ອຳນວຍການ ອົງການ FBI ອອກຈາກຕຳແໜ່ງ ຍັງຄົງດັງສະທ້ອນຢູ່ ໃນ ວໍຊິງຕັນ


ສຳນັກງານໃຫຍ່ J. Edgar Hoover ຂອງອົງການ FBI ໃນນະຄອນຫຼວງ ວໍຊິງຕັນ.
ສຳນັກງານໃຫຍ່ J. Edgar Hoover ຂອງອົງການ FBI ໃນນະຄອນຫຼວງ ວໍຊິງຕັນ.

ການຊອກຫາຜູ້ອຳນວຍການອົງການ ສັນຕິບານກາງ ສະຫະລັດ ຫຼື FBI ກຳລັງດຳເນີນ
ໄປຢູ່ ຫຼັງຈາກປະທານາທິບໍດີ ດໍໂນລ ທຣຳ ໄດ້ປົດທ່ານ ເຈມສ ໂຄມີ ອອກຈາກຕຳແໜ່ງ
ໃນສັບປະດາແລ້ວນີ້.

ລັດຖະບານໄດ້ສຳພາດຜູ້ສະໝັກເອົາຕຳແໜ່ງດັ່ງກ່າວຢ່າງໜ້ອຍ 8 ຄົນ, ແລະ ທ່ານ
ທຣຳ ໄດ້ກ່າວວ່າ ການຕັດສິນອາດມີຂຶ້ນກ່ອນທີ່ທ່ານຈະອອກເດີນທາງໄປຕ່າງປະເທດ ໃນຖານະປະທານາທິບໍດີ ໃນວັນສຸກທີ່ຈະມາເຖິງນີ້.

ທ່ານ ທຣຳ ໄດ້ກ່າວ ກ່ຽວກັບ ຜູ້ສະໜັກເຫຼົ່ານັ້ນວ່າ “ຂ້າພະເຈົ້າຄິດວ່າ ການດຳເນີນ
ການ ແມ່ນກຳລັງເປັນໄປຢ່າງໄວວາ ພວກເພິ່ນມີຄວາມຊຳນິຊຳນານເປັນພິເສດໃນ
ຊົ່ວຊີວິດຂອງພວກເພິ່ນ, ເປັນຜູ້ທີ່ຮູ້ຈັກກັນດີ, ໄດ້ຮັບຄວາມເຄົາລົບສູງ, ເປັນຄົນທີ່ມີ

ພອນສະຫວັນສູງ. ແລະ ນັ້ນແມ່ນສິ່ງທີ່ພວກເຮົາຢາກໄດ້ມາ ສຳລັບອົງການ FBI.”

ໃນເວລາດຽວກັນ, ທ່ານປະທານາທິບໍດີກໍໄດ້ສືບຕໍ່ສ້າງຂ່າວ ແລະ ເຮັດໃຫ້ບັນດາສະມາ
ຊິກສະພາຈາກສອງພັກ ຜູ້ທີ່ໄດ້ກ່າວວິຈານທ່ານໃນສັບປະດາທີ່ຜ່ານມາວ່າ ມີຄວາມ
ຫງຸດຫງິດ, ເຊິ່ງລວມມີການປ່ຽນແປງຄຳອະທິບາຍຈາກ ທຳນຽບຂາວ ສຳລັບການປົດ
ຕຳແໜ່ງດັ່ງກ່າວ ແລະ ໄດ້ຂຽນຂໍ້ຄວາມໃນ Twitter ໂດຍທ່ານ ທຣຳ ວ່າ ໄດ້ເຕືອນທ່ານ
ໂຄມີ ຢ່າງຄຸມເຄືອກັບການໃຫ້ຄຳເຫັນຕໍ່ສື່ມວນຊົນ, ໂດຍກ່າວວ່າ ຫົວໜ້າ FBI ທີ່ຖືກປົດ
ອອກຈາກຕຳແໜ່ງຕ້ອງຫວັງວ່າ ມັນບໍ່ມີ “ການອັດສຽງໄວ້” ກ່ຽວກັບ ການສົນທະນາ ຂອງພວກເພິ່ນ.

ໃນວັນອາທິດວານນີ້, ບັນດາສະມາຊິກສະພາໄດ້ຮຽກຮ້ອງທ່ານ ທຣຳ ໃຫ້ມອບສຽງອັດ
ຂອງ ການສົນທະນາກັບທ່ານ ໂຄມີ. ສະມາຊິກສະພາສູງພັກຣີພັບບລີກັນ ທ່ານ Lindsey Graham ໄດ້ກ່າວວ່າ ທຳນຽບຂາວ ຕ້ອງ “ອະທິບາຍ” ກ່ຽວກັບ ວ່າ ມັນມີການອັດສຽງ ສົນທະນານັ້ນ ຫຼື ບໍ່. ທ່ານ Graham ໄດ້ກ່າວໃນລາຍການ Meet the Press ຂອງໂທ
ລະພາບ NBC ວ່າ “ທ່ານບໍ່ສາມາດຈັດການກັບເທັບບັນທຶກສຽງນັ້ນໄດ້.” "ຖ້າມັນມີ
ສຽງອັດຂອງການສົນທະນານີ້, ມັນຕ້ອງຖືກນຳມາມອບໃຫ້ພວກເຮົາ.”

ທ່ານ Mark Warner ຈາກພັກເດໂມແຄຣັດ, ເຊິ່ງເປັນສະມາຊິກຂອງຄະນະກຳມະການ
ສືບລັບສະພາສູງກ່າວວ່າ “ຂ້າພະເຈົ້າບໍ່ຮູ້ຄຳຕອບສຳລັບຄຳຖາມວ່າມັນມີສຽງອັດແທ້
ຫຼື ບໍ່. ແຕ່ເລື່ອງຂອງມັນກໍແມ່ນວ່າ ທ່ານ ປະທານາທິບໍດີ ໄດ້ກ່າວເຖິງມັນ, ແລະ ຕໍ່ມາ
ທຳນຽບຂາວ ຈະບໍ່ຢືນຢັນ ຫຼື ປະຕິເສດບໍ? ກ່ອນອື່ນໝົດ, ຖ້າມັນມີຢູ່ຈິງ, ພວກເຮົາ
ຕ້ອງຮັບປະກັນວ່າສຽງອັດພວກນີ້ ຈະບໍ່ຫາຍສາບສູນໄປຢ່າງລຶກລັບ. ດັ່ງນັ້ນຂ້າພະ
ເຈົ້າຈຶ່ງໄດ້ຂໍ, ຄົນອື່ນໆກໍໄດ້ຂໍ, ໃຫ້ສຽງອັດດັ່ງກ່າວນັ້ນຖືກຮັກສາໄວ້, ຖ້າມັນມີແທ້.”

A search is under way for a new director of the U.S. Federal Bureau of Investigation after President Donald Trump fired James Comey last week.

The administration has interviewed at least eight candidates for the job, and Trump has said a decision could come before he leaves Friday on his first overseas trip as president.

"I think the process is going to go quickly,'' Trump said of the candidates. "They've been vetted over their lifetime essentially, but very well-known, highly respected, really talented people. And that's what we want for the FBI.''

Meanwhile, the president continued to make headlines and rankle lawmakers from both parties who criticized his actions last week, which included changing explanations from the White House for the firing and an ominous tweet by Trump that vaguely warned Comey against making comments to the media, saying the ousted FBI leader had better hope there are no "tapes" of their conversations.

On Sunday, lawmakers urged Trump to turn over any tapes of conversations with Comey.Republican Senator Lindsey Graham said the White House must "clear the air" about whether there are any taped conversations. "You can't be cute about tapes. If there are any tapes of this conversation, they need to be turned over," Graham told NBC's Meet the Press program.

Democrat Mark Warner, a member of the Senate Intelligence Committee, said, "I do not have the foggiest idea whether there are tapes or not.But the fact that the president made allusions to that, and then the White House would not confirm or deny?First of all, we [have] got to make sure that these tapes, if they exist, don't mysteriously disappear.So I have asked, others have asked, for the tapes to be preserved, if they exist."

XS
SM
MD
LG