ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສະມາຊິກສະພາ ຈະຊັກຖາມ ເຈົ້າໜ້າທີ່ຂັ້ນສູງ ສະຫະລັດ ກ່ຽວ​ກັບ ຂໍ້ຕົກລົງນິວເຄລຍ ກັບອີຣ່ານ


US Iran Nuclear
please wait
Embed

No media source currently available

0:00 0:01:49 0:00

ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ຂອງ​ລັດຖະບານ ທ່ານ​ໂອ​ບາ​ມາ​ໄດ້​ພະຍາຍາມ
ຢ່າງ​ຂຸ້ນຂ້ຽວ​ໃນ​ວັນ​ພະຫັດ​ມື້​ນີ້ ໃນ​ຄວາມ​ພະຍາຍາມ​ທີ່​ຈະ​ຊັກຊວນ
ໃຫ້ມີການເຫັນພ້ອມກັບຂໍ້​ຕົກລົງ​ກ່ຽວກັບໂຄງການ​ນິວ​ເຄລຍຂອງ​
ອິຣ່ານ ຕໍ່​ບັນດາສະມາຊິກ​ສະພາ ທີ່ຍັງມີຄວາມສົງໄສຢູ່ນັ້ນ.

ທ່ານ John Kerry ລັດຖະມົນຕີ​ກະຊວງການ​ຕ່າງ​ປະ​ເທດ,
ລັດຖະມົນຕີ​ກະຊວງພະລັງງານ ທ່ານ Ernes Moniz ​ ລັດຖະມົນຕີ​ກະຊວງ​ການ​ເງິນ​ ​ແລະທ່ານ Jack Lew ຈະ​ໄປປາກົດຕົວໃນວັນພະຫັດມື້ນີ້​ ຕໍ່ໜ້າຄະນະ​ກຳມະການ​ຄວາມສຳພັນກັບ​ຕ່າງປະ​ເທດ ຂອງສະພາ​ສູງ.

ເຈົ້າ​ໜ້າ​ທີ່​ຂັ້ນ​ສູງເຫຼົ່ານີ້ ​ຊຶ່ງ​ເປັນ​ຜູ້​ຮ່າງ​ຄົນສຳຄັນຂອງ​ຂໍ້ຕົກລົງ​ນິວ​ເຄລ​ຍ ​ໄດ້​ປຶກສາ​ຫາລື​ຢ່າງ​ເປັນການ​ສ່ວນ​ຕົວກັບ​ບັນດາ​ສະມາຊິກ​ສະພາ ​ທີ່​ນະຄອນຫຼວງ​ວໍ​ຊິງ​ຕັນ ໃນວັນພຸດ ວານນີ້. ໃນການຖະແຫຼງຕໍ່ໜ້າຄະນະຄະນະກຳມະການນັ້ນ ທ່ານ Kerry ກ່າວວ່າ “ຂ້າພະ​ເຈົ້າ​ເຊື່ອວ່າໂຄງການ​ນິວ​ເຄລຍ ຈະ​ເຮັດ​ໃຫ້​ໂລກ​ປອດ​ໄພ​ຂຶ້ນ.”

ທ່ານ Kerry ກ່າວ​ວ່າ “ພວກ​ເຮົາ​ເຊື່ອ​ວ່າ ຂໍ້​ຕົກລົງ​ທີ່​ວ່າ​ນີ້​ໄດ້​ບັນລຸກັນ​ໂດຍທີ່ປະເທດມະ ຫາອຳນາດ​ຂອງ​ໂລກ ​ໄດ້ຕົກລົງ​ກັນວ່າ ຈະ​ປ້ອງ​ກັນ​ບໍ່​ໃຫ້​ອິຣ່ານ ສ້າງ​ອາວຸດນິວ​ເຄລຍ​.”

ປະທານ​ສະພາ​ຕ່ຳ ທ່ານ John Boehner ສັງກັດພັກ Republican - Ohio
ປະທານ​ສະພາ​ຕ່ຳ ທ່ານ John Boehner ສັງກັດພັກ Republican - Ohio

​ສະພາສະຫະລັດ ມີ​ເວລາຈົນ​ເຖິງ ກາງ​ເດືອນ​ກັນຍາ​ເພື່ອ​ຈະ​ໃຫ້ການອະນຸມັດ ຫຼື​ປະຕິ​ເສດ​ຂໍ້​ຕົກລົງ ຊຶ່ງ​ມັນ​ຈະ​ຍົກ​ເລີກ​ການ​ລົງ​ໂທດ​ ເພື່ອ​ແລກປ່ຽນ ກັບ​ການ​ຫລຸດຜ່ອນໂຄງການນິ​ວ​ເຄລຍຂອງອີຣ່ານ.

ປະທານ​ສະພາ​ຕ່ຳ ທ່ານ John Boehner ປະຕິຍານ​ວ່າ ​ພັກ Republicans ຊຶ່ງ​ຄວບ​ຄຸມ​ທັງ​ສອງ​ສະພາ​ນັ້ນ ຈະ​ດຳເນີນ​ຄວາມ​ພະຍາຍາມທຸກຢ່າງທີ່​ຈະບໍ່ໃຫ້ຂໍ້​ຕົກລົງນີ້ຜ່ານ.

ທ່ານ Boehner ​ໄດ້​ກ່າວ​ໃນ​ວັນ​ພຸດ​ວານ​ນີ້​ວ່າ: “ ​ເພາະວ່າ ຂໍ້​ຕົກລົງ​ທີ່ບໍ່ດີດັ່ງກ່າວ​ນີ້ ​ເປັນ​ໄພ​ຂົ່ມຂູ່​ຕໍ່​ຄວາມ​ປອດ​ໄພ​ຂອງ​ຊາວ​ອາ​ເມຣິກັນ. ພວກ​ເຮົາ​ຈະທຳ​ທຸກ​ວິທີ​ທາງ ​ເພື່ອ​ຍຸດຕິ​ຂໍ້​ຕົກລົງ​ທີ່​ວ່າ​ນີ້.”

ຖ້າຂໍ້​ຕົກລົງ​ດັ່ງກ່າວ​ຫາກ​ຖືກ​ປະຕິ​ເສດ​ແລ້ວ ປະທານາທິບໍດີ ​ໂອ​ບາ​ມາ ໄດ້ສັນຍາວ່າ ຈະ​ຕ້ອງ​ໃຊ້​ສິດຍັບຢັ້ງຫຼື​ວີ​ໂຕ້ການ​ຕັດສິນ​ໃຈ​ນັ້ນ.

ສະມາຊິກສະພາສູງ ທ່ານ Tim Kaine, ສັງກັດພັກ Democrate - VA
ສະມາຊິກສະພາສູງ ທ່ານ Tim Kaine, ສັງກັດພັກ Democrate - VA
XS
SM
MD
LG