ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ສະມາຊິກ ສະພາ ຕ້ອງການໃຫ້ ສະຫະລັດ ຕ້ານຢັນ ການຄຸກຄາມຂອງຣັດເຊຍ


ປະທານາທິບໍດີ ຣັດເຊຍ ທ່ານ Vladimir Putin ກ່າວຄຳປາໄສຕໍ່ອາສາສະໝັກ ຣັດເຊຍ ໃນນະຄອນຫຼວງ ມອສໂກ. 1 ມິຖຸນາ 2016.
ປະທານາທິບໍດີ ຣັດເຊຍ ທ່ານ Vladimir Putin ກ່າວຄຳປາໄສຕໍ່ອາສາສະໝັກ ຣັດເຊຍ ໃນນະຄອນຫຼວງ ມອສໂກ. 1 ມິຖຸນາ 2016.

ບັນດາສະມາຊິກສະພາ ສະຫະລັດ ໄດ້ສະແດງຄວາມເປັນຫ່ວງວ່າ ລັດຖະບານ ທ່ານ ໂອບາມາ ອາດຈະບໍ່ພົວພັນພຽງພໍໃນການຕໍ່ຕ້ານສິ່ງທີ່ພວກເຂົາເຈົ້າ ເຫັນດັ່ງ ການປະພຶດທີ່ບໍ່ດີຂອງ ຣັດເຊຍ ໃນປະເທດ ຢູເຄຣນ ແລະ ຈໍເຈຍ ນັ້ນ.

ສະມາຊິກສະພາສູງພັກເດໂມແຄຣັດ ທ່ານ Bob Menendez ກ່າວວ່າ “ຂ້າພະ ເຈົ້າ ເປັນຫ່ວງວ່າ ຂໍ້ຄວາມທີ່ ປະທານາທິບໍດີ ຣັດເຊຍ ທ່ານ Vladimir Putin ຈະຕອບ ພວກເຮົາກໍແມ່ນວ່າ ການຄຸກຄາມທີ່ທົດລອງຂີດຈຳກັດຂອງເພ່ິນ ແລະ ການສວຍໂອ ກາດ ແມ່ນວິທີການທີ່ຖືກຕ້ອງແລ້ວ.”

ບັນຫາທີ່ເປັນການໂຕ້ຖ້ຽງກໍແມ່ນວ່າ ການເຂົ້າໄປຍຶດເອົາແຫຼມ Crimea ໃນທະ ເລດຳ ແລະ ການສະໜັບສະໜູນພວກຫົວແບ່ງແຍກດິນແດນຂອງພວກເຂົາ ເຈົ້າ ໃນພາກ ຕາເວັນອອກຂອງ ຢູເຄຣນນັ້ນ.

ພ້ອມກັນນັ້ນໃນປີ 2008, ຣັດເຊຍ ໄດ້ເຂົ້າໄປແຊກແຊງທາງການທະຫານໃນ ປະເທດ ຈໍເຈຍ, ຕໍ່ມາກໍໄດ້ເຮັດໃຫ້ມີການແຕກແຍກຂອງສາທາລະນະລັດ ແຫ່ງ Ossetia ໃຕ້ ແລະ ລັດ Abkhazia ເປັນລັດເອກະລາດ.

ລັດຖະມົນຕີຊ່ວຍການຕ່າງປະເທດ ສະຫະລັດ ທ່ານນາງ Victoria Nuland ກ່າວປາໄສໃນລະຫວ່າງກອງປະຊຸມຖະແຫຼງຂ່າວໃນນະຄອນຫຼວງ Kyiv, ປະເທດ ຢູເຄຣນ.
ລັດຖະມົນຕີຊ່ວຍການຕ່າງປະເທດ ສະຫະລັດ ທ່ານນາງ Victoria Nuland ກ່າວປາໄສໃນລະຫວ່າງກອງປະຊຸມຖະແຫຼງຂ່າວໃນນະຄອນຫຼວງ Kyiv, ປະເທດ ຢູເຄຣນ.

ທ່ານ Menendez ໄດ້ຖືກຖາມໃນການອະທິບາຍຕໍ່ຄະນະກຳມະການສະມາຊິກ ສະພາ ພົວພັນຕ່າງປະເທດວ່າ “ເປັນຫຍັງພວກເຮົາຄືບໍ່ພົວພັນຫຼາຍຂຶ້ນທາງ ການທູດ ທີ່ມັນ ສາມາດຊ່ວຍໃຫ້ພວກເຮົາມີຄວາມຫວັງເຮັດໃຫ້ ຣັດເຊຍ ເຂົ້າໃຈວ່າມັນຈະມີຜົນ ທີ່ຕາມມາ.”

ລັດຖະມົນຕີຊ່ວຍການຕ່າງປະເທດ ກ່ຽວກັບ ຢູໂຣບ ແລະ ຢູໂຣບ ເອເຊຍ ທ່ານ ນາງ Victoria Nuland ກ່າວວ່າ ຣັດເຊຍ ໄດ້ຊົດໃຊ້ ຄ່າ “ຄວາມເສຍ ຫາຍຢ່າງຫຼວງຫຼາຍ” ສຳລັບການຮຸກຮານຂອງພວກເຂົາເຈົ້າຜ່ານມາດຕະ ການລົງໂທດຂອງ ສະຫະລັດ ແລະ ຫຼາຍປະເທດ.

ນັບຕັ້ງແຕ່ ຣັດເຊຍ ໄດ້ເຂົ້າໄປຍຶດແຫຼມ Crimea ຈາກ ຢູເຄຣນ, ເປັນຕົ້ນມາ ສະຫະລັດ ແລະ ສະຫະພາບ ຢູໂຣບ ໄດ້ບັງຄັບໃຫ້ມີການຍຶດຊັບສິນຫຼາຍຮອບ, ຫ້າມການເດີນທາງ ແລະ ການລົງໂທດອື່ນໆຕໍ່ ຣັດເຊຍ.

ນອກຈາກນັ້ນ, ບັນດາປະເທດມະຫາອຳນາດ ກໍໄດ້ຮຽກຮ້ອງໃຫ້ທັງ ຣັດເຊຍ ແລະ ຢູເຄຣນ ປະຕິບັດຂໍ້ຕົກລົງ Minsk ເຊິ່ງເປັນຂໍ້ຕົກລົງການຢຸດຍິງທີ່ໄດ້ ສ້າງຂຶ້ນມາເພື່ອ ຢຸດການຕໍ່ສູ້ ລະຫວ່າງ ລັດຖະບານຂອງ ຢູເຄຣນ ກັບ ພວກກະບົດໃນປະເທດທີ່ສະ ໜັບສະໜູນ ຣັດເຊຍ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG