ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ສະມາຊິກສະພາ ສະຫະລັດ ຕຳໜິຕິຕຽນ ລັດຖະມົນຕີ ສາທາລະນະສຸກ ຂອງທ່ານທຣຳ


ລັດຖະມົນຕີສາທາລະນະສຸກ ແລະ ບໍລິການສັງຄົມ ສະຫະລັດ ທ່ານ Tom Price ກ່າວຕໍ່ບັນດານັກຂ່າວ ໃນນະຄອນຫຼວງ ວໍຊິງຕັນ. 13 ມີນາ, 2017.
ລັດຖະມົນຕີສາທາລະນະສຸກ ແລະ ບໍລິການສັງຄົມ ສະຫະລັດ ທ່ານ Tom Price ກ່າວຕໍ່ບັນດານັກຂ່າວ ໃນນະຄອນຫຼວງ ວໍຊິງຕັນ. 13 ມີນາ, 2017.

ສະມາຊິກສະພາ ສະຫະລັດ ສອງຄົນໄດ້ຕຳໜິໜຶ່ງໃນຄະນະລັດຖະມົນຕີຂອງປະທານາ
ທິບໍດີ ດໍໂນລ ທຣຳ, ຄື ລັດຖະມົນຕີສາທາລະນະສຸກ ​ແລະບໍລິການ​ສັງຄົມ ທ່ານ Tom
Price ກ່ຽວ​ກັບບັນທຶກຂອງກະຊວງສາທາລະນະສຸກທີ່ປາກົດວ່າ ໄດ້ຫ້າມບໍ່​ໃຫ້ພະນັກ
ງານຂອງກະຊວງດັ່ງ ກ່າວຈາກການຕິດ​ຕໍ່ໂດຍກົງກັບລັດຖະສະພາ.

ສະມາຊິກສະພາສູງທ່ານ Charles Grassley ແລະ ທ່ານ Jason Chaffetz ໄດ້ກ່າວ
ໃນໜັງສືທີ່ຂຽນຫາທ່ານ Price ວ່າ ຄຳສັ່ງທີ່ມີຕໍ່ພະນັກງານກະຊວງຂອງທ່ານນັ້ນແມ່ນ “ມີຄວາມເປັນໄປໄດ້ວ່າຈະຜິດກົດໝາຍ ແລະ ຂັດຕໍ່ລັດຖະທຳມະນູນ.”

ປະທານຄະນະກຳມະການທັງສອງທ່ານ ໄດ້ເນັ້ນຢໍ້າວ່າ ກົດໝາຍ ສະຫະລັດ ຮັບປະກັນ
ພະນັກງານຂອງລັດຖະບານ ເຖິງສິດທິໃນການຕິດຕໍ່ກັບລັດຖະສະພາ, ແລະ ພວກເພິ່ນ
ໄດ້ກ່າວວ່າ ບັນທຶກທີ່ໄດ້ປະ ກາດໂດຍໜຶ່ງໃນບັນດາຜູ້ຊ່ວຍຂອງທ່ານ Price ໃນຕົ້ນ
ເດືອນນີ້ແມ່ນ “ເບິ່ງຄືວ່າຈະປ້ອງກັນການເປີດເຜີຍ ກ່ຽວກັບ ຄວາມສິ້ນເປືອງ, ການສໍ້
ໂກງ ແລະ ການລ່ວງລະເມີດ.”

ເຖິງແມ່ນວ່າບັນທຶກດັ່ງກ່າວ ຈະບໍ່ຫ້າມພະນັກງານກະຊວງສາທາລະ ນະສຸກຈາກການ
ຕິດຕໍ່ກັບບັນດາສະມາຊິກ ລັດຖະສະພາຢ່າງແນ່ນອນກໍຕາມ, ທ່ານ Grassley ແລະ
ທ່ານ Chaffetz ໄດ້ຂຽນວ່າ “ພະນັກງານລັດຖະບານກາງຈະຕີຄວາມໝາຍຂອງຂໍ້
ແນະນຳນັ້ນວ່າ​ເປັນການຫ້າມຢ່າງແນ່ນອນ.”

ສະມາຊິກສະພາສັງກັດພັກຣີພັບບລີກັນທັງສອງທ່ານ ໄດ້ກ່າວໃນໜັງສືທີ່ຂຽນເຖິງທ່ານ
Price ໃນສັບປະດາແລ້ວນີ້ວ່າ “ການປົກປ້ອງຜູ້ທີ່​ເປີດ​ເຜີຍ ກ່ຽວກັບ ການກະທຳຜິດ
ຂອງຄົນໃດຄົນໜຶ່ງຢ່າງກ້າຫານ ບໍ່ແມ່ນບັນຫາຂອງພັກຝ່າຍ​ໃດ​ໜຶ່ງ. ມັນມີຄວາມສຳ
ຄັນຢ່າງຍິ່ງຕໍ່ໜ້າທີ່ຂອງລັດຖະບານຂອງພວກເຮົາ.”

ກົດໝາຍທີ່ມີຜົນບັງຄັບໃຊ້ນັບຕັ້ງແຕ່ປີ 1912 ເປັນຕົ້ນມາ ອະນຸຍາດໃຫ້ພະນັກງານລັດ
ຖະບານກາງ ມີສິດທີ່ຈະຕິດຕໍ່ໂດຍກົງ ກັບລັດຖະສະພາ ກ່ຽວກັບ ບັນຫາທີ່ກ່ຽວຂ້ອງກັບ
ວຽກງານຂອງພວກເຂົາເຈົ້າ. ການ​ເອົາ​ມາດ​ຕະການເພີ່ມເຕີມ ໂດຍລັດຖະສະພາ ໃນຊຸມ
ປີ 1980 ແລະຊຸມປີ 1990 ໄດ້ຂະຫຍາຍການປົກປ້ອງ​ໃຫ້​ແກ່ພະນັກງານລັດຖະບານ
ຜູ້ທີ່ໄດ້​ເປີດ​ເຜີຍການກະທຳຜິດຂອງສ່ວນ​ບຸກຄົນ ຫຼື ອົງການໃດໜຶ່ງ.

ທ່ານ Grassley ແລະ ທ່ານ Chaffetz ໄດ້ຂໍໃຫ້ທ່ານ Price ອອກບັນທຶກຂອງທ່ານຄືນ
ໃໝ່ເພື່ອອະທິບາຍກ່ຽວ​ກັບສິດທິຂອງພະນັກງານກະຊວງສາທາລະນະສຸກໃນບັນຫາ
ດັ່ງກ່າວ. ໂຄສົກຍິງຄົນໜຶ່ງຂອງ​ກະ ຊວງທີ່ວ່າ ໄດ້ກ່າວຕໍ່ໜັງສືພິມ Washington Post ວ່າຄຳຕອບຂອງທ່ານແມ່ນໄດ້ຖືກກຽມພ້ອມໄວ້ແລ້ວ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG