ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ຣັດເຊຍວ່າ ຢູເຄຣນ ຄວນຈະເຫັນດີ ກັບແຜນການ ຢຸດຍິງ ຂອງຕົນ (ສະໄລດ໌/ວີດີໂອ)


Ukraine CNPK
please wait
Embed

No media source currently available

0:00 0:02:32 0:00

ຣັດ​ເຊຍກ່າວ​ວ່າ ຕົນພ້ອມ​ແລ້ວ​ທີ່​ຈະ​ເອົາ​ບາດກ້າວ​ໂຕຈິງໃນການ
ຫ​ລຸດຜ່ອນຄວາມ​ເຄັ່ງ​ຕຶງ​ລົງ ​ໃນ​ວິ​ກິດ​ການ ຢູ່ໃນ​ຢູ​ເຄຣນເພື່ອໃຫ້
ສອດຄ່ອງກັບ​ແຜນການຢຸດຍິງ​ ທີ່ສະເໜີໂດຍ​ປະທານາທິບໍດີຣັດ
​ເຊຍ ທ່ານ Vladimir Putin.

ລັດຖະມົນຕີການຕ່າງປະເທດຣັດເຊຍ ທ່ານ Sergei Lavrov
ກ່າວ​ວ່າ ຣັດເຊຍ​ຫວັງ​ວ່າ ແຜນການດັ່ງກ່າວນີ້ຈະໄດ້ຮັບການ
ເອົາໃຈໃສ່​ໂດຍ​ຢູ​ເຄຣນ ​ແລະ​ໃນ​ຫຼາຍໆ​ເມືອງທາງ​ພາກ​ຕາ
​ເວັນ​ອອກ​ຂອງ​ປະ​ເທດເຊັ່ນ Luhansk ​ແລະ Donetsk.
ທ່ານ​ໄດ້​ກ່າວ​ວ່າ ຣັດ​ເຊຍແມ່ນ​ພ້ອ​ມ​ແລ້ວ ທີ່ຈະ​ເອົາ​ບາດກ້າວ
​ໂຕຈິງ ​ເພື່ອຫລຸດຜ່ອນຄວາມ​ເຄັ່ງຕຶງລົງ​ ຮ່ວມກັນກັບ​ອົງການ​
ວ່າດ້ວຍຄວາມໝັ້ນຄົງແລະການຮ່ວມມືໃນ​ຢູ​ໂຣບ.

ລັດຖະມົນຕີການຕ່າງປະເທດຣັດເຊຍ ​ໃຫ້ຄວາມເຫັນດັ່ງກ່າວ ​ໃນ​ລະຫວ່າງການພົບປະ​
ໃນວັນ​ພະຫັດ​ມື້​ນີ້ ກັບທ່ານ Ilkka Kanerva ປະທານສະພາຂອງ​ອົງການ​ວ່າດ້ວຍຄວາມ
ໝັ້ນຄົງແລະການຮ່ວມມືໃນ​ຢູ​ໂຣບ.​

ທັງເມືອງ Luhansk ​ແລະ Donetsk ​ແມ່ນ​ຄວບ​ຄຸມ​ໂດຍ ກຸ່ມ​ຫົວ​ແບ່ງ​ແຍກ​ດິນ​ແດນ​ທີ່​ນິຍົມຣັດ​ເຊຍ ​ໃນ​ພາກຕາ​ເວັນ​ອອກ​ຂອງ​ຢູເຄຣນ ທີ່​ຕ້ອງການ​ຈະ​ແຍກ​ອອກ​ຈາກ​ຢູ​ເຄຣນ
​ເພື່ອ​ປົກຄອງ​ຕົນ​ເອງ.

​ໃນ​ວັນ​ພຸດ​ວານ​ນີ້ ທ່ານ Putin ​ໄດ້​ເປີດ​ເຜີຍ​ແຜນການ 7 ຂໍ້ ​ເພື່ອ​ຍຸດຕິການກໍ່ກະບົດ​ແບ່ແຍກ
​ດິນ​ແດນ​ ​ໃນ​ພາກຕາ​ເວັນ​ອອກ​ຂອງ​ຢູ​ເຄຣນ. ທ່ານ​ຍັງ​ໄດ້​ຮຽກຮ້ອງ​ໃຫ້​ມີ​ການ​ຖອນ​ກຳລັງ
ທະຫານ​ອອກ​ຈາກພາກ​ຕາ​ເວັນ​ອອກ​ຂອງ​ປະ​ເທດ ທີ່​ປາກ​ເວົ້າ​ພາສາຣັດ​ເຊຍ ​ແລະ​ໃຫ້​ມີ​ການ​ກວດກາ​ຂອງຄະນະ​ກວດກາ​ນາໆ​ຊາດ​ນຳດ້ວຍ.

ປະທານາທິບໍດີ Putin ​ໄດ້​ກ່າວ​ວ່າ ຄູ່​ຕຳ​ແໜ່​ງຝ່າຍຢູ​ເຄຣນ ທ່ານ Petro Poroshenko ​ແມ່ນ​ຕົກລົງເຫັນດີກັບແຜນການ 7 ຂໍ້ຂອງທ່ານ.

FRANCE RUSSIA WARSHIPS VO
please wait

No media source currently available

0:00 0:00:59 0:00

XS
SM
MD
LG