ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຢູເຄຣນວ່າ ການຍິງ ພວກປະທ້ວງ ດຳເນີນໄປ ຕາມຄຳສັ່ງ ຂອງອະດີດ ປ. Yanukovych (ສະໄລດ໌/ວີດີໂອ)


UKRAINIE SOTVO
please wait
Embed

No media source currently available

0:00 0:01:25 0:00

ເບິ່ງວີດີໂອເລື້ອງນີ້.

ລັດຖະມົນຕີ​ຮັກສາ​ການ​ກະຊວງ​ພາຍ​ໃນ​ຂອງ​ຢູ​ເຄຣນ ​
ໄດ້​ກ່າວ​ຫາ​ວ່າ ການ​ເຂັ່ນຂ້າ​ພວກ​ປະ​ທ້ວງ​ໃນ​ນະຄອນ
Kyiv ​ໄດ້​ມີ​ຂຶ້ນ​ພາຍ​ໃຕ້​ຄຳ​ສັ່ງ​ຂອງປະທາ ນາທິບໍດີ
Viktor Yanukovych ທີ່​ຖືກ​ປົດອອກ​ຈາກ​ຕຳ​ແໜ່​ງ
ແລ້ວນັ້ນ.

ລັດຖະບານ​ຍັງໄດ້​ປະກາດ​ໃຫ້​ຮູ້​ເຊັ່ນ​ກັນໃນ​ວັນ​ພະຫັດ
​ມື້​ນີ້​ວ່າ ການ​ຄຸມ​ຂັງ​ພວກສະມາຊິກ 12 ຄົນ​ຂອງ​ໜ່ວຍ​
ຕຳຫຼວດປາບ​ຈະລາຈົນ​ຫົວ​ກະທິ ຍ້ອນ​ຄວາມ​ສົງ​ໄສ
​ໃນ​ການ​ຍິງປືນໃສ່ພວກ​ປະ​ທ້ວງນັ້ນ. ປະຊາຊົນ​ຈຳນວນ
​ຫຼາຍກວ່າ 100 ຄົນເສຍ​ຊີວິດ​ໃນ​ລະຫວ່າງ​ເກີດ​ຄວາມ
​ຮຸນ​ແຮງ​ໃນ​ນະຄອນ Kyiv ​ໃນ​ເດືອນ​ກຸມພາຜ່ານ​ມາ.

​ໃນ​ຂະນະ​ດຽວ​ກັນ ທ່ານ Sergei Lavrov ລັດຖະມົນຕີ​ຕ່າງປະ​ເທດຣັດ​ເຊຍ
ກ່າວ​ວ່າ ພວກ​ທະຫານ​ທີ່ຢູ່​ໃກ້​ກັບ​ຊາຍ​ແດນ​ຢູ​ເຄຣນນັ້ນ ຈະ​ກັບ​ຄືນ​ສູ່​ຖານ​ທັບ
ແຫ່ງຕ່າງໆ​ຂອງ​ຕົນ ​ໃນ​ເວລາອັນ​ໄວ ຫຼັງ​ຈາກ​ພວກ​ເຂົາ​ເຈົ້າ​ເສັດ​ສິ້ນ​ການ​ຊ້ອມ​
ລົບແລ້ວ.

ບັນດາ​ເຈົ້າ​ໜ້າ​ທີ່ຢູ​ເຄຣນ ​ໄດ້​ກ່າວ​ວ່າ ມີ​ທະຫານຣັດ​ເຊຍ​ຈຳນວນ​ຫຼາຍ​ເຖິງ 1
​ແສນ​ຄົນ ຢູ່​ເລາະ​ຕາມ​ຊາຍ​ແດນ​ທາງ​ທິດຕາ​ເວັນ​ອອກ ​ແລະ​ທາງ​ທິດ​ໃຕ້​ຂອງ
​ຢູ​ເຄຣນ ຕຽມ​ພ້ອມ​ທີ່​ຈະ​ທຳ​ການ​ຮຸກ​ຮານ.

ພົນ​ເອກ Philip Breedlove ຜູ້​ບັນຊາ​ການ​ສູງ​ສຸດ​ຂອງ​ກອງທັບ​ເນ​ໂຕ ກ່າວ​ໃນ​
ວັນ​ພຸດ​ວານ​ນີ້​ວ່າ ກຳລັງ​ຂອງຣັດ​ເຊຍ “ຕຽມ​ພ້ອມ​ທີ່​ຈະ​ທຳ​ການ​ເຄື່ອນ​ໄຫວ”
ແລະ​ສາມາດ​ຍຶດ​ເອົາ​ຫຼາຍ​ພາກສ່ວນ​ໃຫຍ່ໆ​ຂອງ​ຢູ​ເຄຣນ ​ໃນ​ເວລາ​ພຽງ 3 ມື້
ເທົ່າ​ນັ້ນ. ໃນ​ວັນ​ພະຫັດ​ມື້​ນີ້ ລັດຖະມົນຕີ​ຕ່າງປະ​ເທດຣັດ​ເຊຍ​ໄດ້​ຮຽກຮ້ອງ​ໃຫ້​
ຝ່າຍ​ຕາ​ເວັນ​ຕົກ ​ແລະ​ຢູ​ເຄຣນລົດ​ຜ່ອນການ​ໃຊ້​ຖ້ອຍ​ຄຳຂອງ​ຕົນ​ລົງ ໃນອັນ​ທີ່
ທ່ານ​ກ່າວ​ວ່າ ກຳລັງກາຍ​ເປັນ​ຖ້ອຍ​ຄຳ​ທີ່​ບໍ່​ມີ​ເຫດ​ມີ​ຜົນ.
CN- Russia: New Era, Old Paradigms?
please wait

No media source currently available

0:00 0:02:35 0:00
XS
SM
MD
LG