ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຣັດເຊຍເວົ້າວ່າ ບໍ່ເຄີຍ ໃຫ້ການສະໜັບສະໜຸນ ລັດຖະບານຊີເຣຍ


An Indian resident carrying a baby runs from waves on the promenade during a high tide in Mumbai.
An Indian resident carrying a baby runs from waves on the promenade during a high tide in Mumbai.
ຣັດເຊຍເວົ້າວ່າ ຕົນ “ບໍ່ເຄີຍໄດ້ໃຫ້ການສະໜັບສະໜຸນ” ແກ່
ລັດຖະບານປະທານາທິບໍດີ Bashar al-Assad ຂອງຊີເຣຍ
ຈັກເທື່ອເລີຍ.

ລັດຖະມົນຕີກະຊວງການຕ່າງປະເທດຣັດເຊຍ, ທ່ານ Sergei
Lavrov ກ່າວຕໍ່ຜູ້ສື່ຂ່າວໃນວັນຈັນມື້ນີ້ ທີ່ກຸງມົສກູວ່າ ຣັດເຊຍ
ບໍ່ໄດ້ໃຫ້ການສະໜັບສະໜຸນແກ່ຝ່າຍໃດຝ່າຍນຶ່ງ ຢູ່ໃນບັນຫາ
ຂັດແຍ້ງກັນຂອງຊີເຣຍນັ້ນ ແລະໄດ້ຕໍາໜິໃນສິ່ງທີ່ທ່ານເວົ້າວ່າ
ເປັນການຕີຄວາມໝາຍ ຢ່າງບໍ່ຖືກຕ້ອງ ໂດຍປະເທດອື່ນ ກ່ຽວ ກັບນະໂຍບາຍຂອງຣັດເຊຍນັ້ນ.

ຄໍາເຫັນຂອງທ່ານ ໄດ້ມີຂຶ້ນ ນຶ່ງມື້ລຸນຫລັງທີ່ນາຍົກລັດຖະມົນຕີ
ຣັດເຊຍ ທ່ານ Dmitry Medvedev ກ່າວຕິຕຽນທ່ານ Assad
ວ່າ ໄດ້ກະທໍາຄວາມຜິດພາດທີ່ອາດເຖິງຂັ້ນ “ອັນຕະລາຍ” ທີ່ຊັກຊ້າໃນການປະຕິຮູບໄປສູ່ ປະຊາທິປະໄຕ ຕາມຄໍາຮ້ອງຮ້ອງຂອງຝ່າຍຄ້ານຂອງຊີເຣຍ. ທ່ານຍັງເວົ້າວ່າ ທ່ານ al-Assad ຄວນໄດ້ດໍາເນີນການໄວຂຶ້ນ ກວ່ານັ້ນຫລາຍເພື່ອຍື່ນມືໄປຫາພວກຕໍ່ຕ້ານຫົວ ປານກາງນັ້ນ ແລະວ່າ ທ່ານເຊື່ອວ່າ ໂອກາດທີ່ປະທານາທິບໍດີຂອງຊີເຣຍ ຈະສາມາດກໍາ ອໍານາດຢູ່ຕໍ່ໄປໄດ້ນັ້ນ ກໍາລັງຫລຸດໜ້ອຍຖອຍລົງໄປນັບມື້.

ຣັດເຊຍໄດ້ເປັນຜູ້ສະໜອງອາວຸດໃຫ້ແກ່ຄອບຄົວທ່ານ Assad ທີ່ປົກຄອງປະເທດຢູ່ໃນ ປັດຈຸບັນນີ້ ມາເປັນເວລາດົນນານ ແລະໄດ້ໃຊ້ສິດ ວີໂຕ້ ຫລືຍັບຍັ້ງຮ່າງຍັດຕິຂອງສະພາ ຄວາມໝັ້ນຄົງ ສະຫະປະຊາຊາດ ທີ່ປະນາມທ່ານ Assad ທີ່ພະຍາຍາມຈະທັບມ້າງ ອັນ ທີ່ໄດ້ເລີ້ມຕົ້ນຂຶ້ນ ເປັນການລຸກຮືຂຶ້ນຢ່າງສັນຕິ ເພື່ອຮຽກຮ້ອງເອົາປະຊາທິປະໄຕນັ້ນ.
XS
SM
MD
LG