ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ນັກທ່ອງທ່ຽວ ຫຼາຍກວ່າ 6 ແສນຄົນ ຈະມາ ທ່ອງທ່ຽວ ເມືອງມໍລະດົກໂລກ ຫລວງພະບາງ ໃນປີນີ້


ປະຊາຊົນເມືອງຫຼວງພະບາງ ພາກັນເຂົ້າຮ່ວມພິທີແຫ່ພະບາງ ໄປປະດິດສະຖານ ຢູ່ທີ່ຫໍໃໝ່ ໃນເມືອງມໍລະດົກໂລກ ຫລວງພະບາງ.
ປະຊາຊົນເມືອງຫຼວງພະບາງ ພາກັນເຂົ້າຮ່ວມພິທີແຫ່ພະບາງ ໄປປະດິດສະຖານ ຢູ່ທີ່ຫໍໃໝ່ ໃນເມືອງມໍລະດົກໂລກ ຫລວງພະບາງ.

ທາງການລາວ ຄາດວ່າ ຈະມີນັກທ່ອງທ່ຽວຊາວຕ່າງຊາດຫຼາຍກວ່າ 6 ແສນຄົນ ເດີນທາງມາທ່ອງທ່ຽວເມືອງມໍລະດົກໂລກຫລວງພະບາງໃນປີ 2016 ໂດຍເພີ່ມ ຂຶ້ນໃນອັດຕາສະເລ່ຍເຖິງ 20 ເປີເຊັນ ທຽບໃສ່ປີ 2015.

ພະແນກຖະແຫລງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ແຂວງຫລວງພະບາງລາຍງານວ່າ ໃຈຕະຫຼອດປີ 2016 ຄາດໝາຍວ່າ ຈະມີຊາວຕ່າງຊາດຫຼາຍກວ່າ 6 ແສນຄົນ ທີ່ຈະເດີນ ທາງມາທ່ອງທ່ຽວໃນເມືອງມໍລະດົກໂລກ ຫລວງພະບາງ ໂດຍເພີ່ມຂຶ້ນຈາກປີ 2015 ທີ່ມີຊາວຕ່າງຊາດເດີນທາງມາທ່ອງທ່ຽວ ເມືອງມໍລະດົກໂລກ ຫລວງພະບາງ ຈຳນວນ 5 ແສນກວ່າຄົນນັ້ນ ຄິດເປັນອັດຕາສະເລ່ຍເຖິງ 20 ເປີເຊັນ ໝາຍຄວາມວ່າ ໃນແຕ່ລະປີ ມີຊາວຕ່າງຊາດ ເດີນທາງມາທ່ອງທ່ຽວ ໃນເມືອງມໍລະດົກໂລກແຫ່ງນີ້ ເພີ່ມຂຶ້ນຫຼາຍກວ່າ 1 ແສນຄົນນັ້ນເອງ.

ນ້ຳຕົກ ຕາດກວາງຊີ ແມ່ນສະຖາທີ່ທ່ອງທ່ຽວ ທຳມະຊາດ ແຫ່ງໜຶ່ງ ທີ່ນິຍົມຊົມຊອບທີ່ສຸດ ຢູ່ໃນເມືອງມໍລະດົກໂລກ ຫຼວງພະບາງ
ນ້ຳຕົກ ຕາດກວາງຊີ ແມ່ນສະຖາທີ່ທ່ອງທ່ຽວ ທຳມະຊາດ ແຫ່ງໜຶ່ງ ທີ່ນິຍົມຊົມຊອບທີ່ສຸດ ຢູ່ໃນເມືອງມໍລະດົກໂລກ ຫຼວງພະບາງ

ໂດຍປັດໄຈທີ່ດຶງດູດໃຫ້ຊາວຕ່າງຊາດເດີນທາງມາທ່ອງທ່ຽວ ໃນເມືອງມໍລະດົກໂລກ ຫລວງພະບາງ ເພີ່ມຂຶ້ນຢ່າງຕໍ່ເນື່ອງ ກໍເພາະວ່າ ຊາວເມືອງຫລວງພະບາງ ຍັງຮັກສາ ໄດ້ທັງວັດທະນະທຳ ຮີດຄອງປະເພນີ ວິຖີຊີວິດດັ່ງເດີມ ປະວັດສາດ ແລະທຳມະຊາດອັນ ສວຍງາມ ທັງຍັງສາມາດປະຕິບັດ ຕາມສົນທິສັນຍາ ທີ່ຕົກລົງໄວ້ກັບອົງການ UNESCO ກ່ຽວກັບການປົກປັກຮັກສາ ມໍລະດົກໄດ້ຢ່າງເຄັ່ງຂັດ ເຊັ່ນການກໍ່ສ້າງ ແລະ ບູລະນະຊ້ອມ ແປງເຮືອນ ອາຄານ ວັດ ແລະ ສະຖານທີ່ຕ່າງໆ ພາຍໃນແຂວງ ທີ່ຈະຕ້ອງໄດ້ຮັກສາຮີດ ຄອງອັນດີງາມ ຂອງພໍ່-ແມ່ ປະຊາຊົນ ແລະ ສິ່ງດັ່ງເດີມທີ່ເປັນ ເອກະລັກ ໄວ້ຢ່າງຄົບ ຖ້ວນ ດັ່ງທີ່ເຈົ້າໜ້າທີ່ຂັ້ນສູງ ໃນແຂວງຫລວງພະບາງ ໄດ້ໃຫ້ການຢືນຢັນວ່າ:

“ເນື່ອງຈາກວ່າ ຫລວງພະບາງເຮົານີ້ ປຽບເໝືອນວ່າ ເຄິ່ງໜຶ່ງ ກໍເປັນຂອງເຮົາ ເຄິ່ງໜຶ່ງ ກໍເປັນຂອງສາກົນ ເພາະມີສົນທິສັນຍາ ກ່ຽວກັບການປົກປັກຮັກສາມໍລະດົກ ສະນັ້ນ ການກໍ່ສ້າງ ຫຼືວ່າ ແມ່ນການຊ້ອມແປງ ວັດ ຕຶກ ອາຄານຕ່າງໆ ມັນກະຈະຕ້ອງໄດ້ ຮັກສາຮີດຄອງອັນດີງາມຂອງພໍ່-ແມ່ ປະຊາຊົນ ດັ່ງນັ້ນພວກເຮົາຈຶ່ງໄດ້ເອົາວຽກງານ ສຶກສາອົບຮົມ ໃຫ້ປະຊາ ຊົນຢູ່ໃນຕົວເມືອງ ຫຼືວ່າ ຢູ່ໃນທົ່ວແຂວງ ຮູ້ວ່າ ຫລວງພະບາງ ເຮົາເປັນຕົວເມືອງມໍລະດົກແລ້ວ ຕ້ອງຮັກສາລະບຽບ ຫຼືວ່າສົນທິສັນຍາ ກັບອົງການ UNESCO.”

ເຮືອນຊານ ຢູ່ໃນຕົວເມືອງມໍລະດົກໂລກ ຫຼວງພະບາງ
ເຮືອນຊານ ຢູ່ໃນຕົວເມືອງມໍລະດົກໂລກ ຫຼວງພະບາງ

ທັງນີ້ ໂດຍເມືອງມໍລະດົກໂລກ ຫລວງພະບາງ ໄດ້ຄອງແຊ້ມໃນຖານະ ເມືອງຍອດນິຍົມ ແລະ ຈຸດໝາຍປາຍທາງອັນດັບທີ 1 ຂອງບັນດານັກທ່ອງທ່ຽວໃນໂລກ ຫຼາຍປີຊ້ອນ ແລະ ປັດຈຸບັນ ທົ່ວແຂວງຫລວງພະບາງ ມີໂຮງແຮມ-ຣີສອດ 76 ແຫ່ງ ບ້ານພັກ 327 ແຫ່ງ ແລະ ຮ້ານອາຫານ 286 ແຫ່ງ ທີ່ຖືເປັນສ່ວນປະກອບສຳຄັນ ໃນແຜນການພັດທະນາ ການທ່ອງທ່ຽວໃນລາວ ແຕ່ປີ 2016-2020 ຊຶ່ງລັດຖະບານລາວ ໄດ້ວາງເປົ້າໝາຍ ທີ່ຈະ ສ້າງລາຍຮັບໃນພາກບໍລິການ ແລະ ທ່ອງທ່ຽວໃນລາວແຕ່ປີ 2020 ຊຶ່ງລັດຖະບານລາວ ໄດ້ວາງເປົ້າໝາຍ ທີ່ຈະສ້າງລາຍຮັບໃນພາກບໍລິການທ່ອງທ່ຽວ ໃຫ້ໄດ້ຫຼາຍກວ່າ 950 ລ້ານໂດລາ ໃນປີ 2020 ດ້ວຍການດຶງດູດເອົານັກທ່ອງທ່ຽວຊາວຕ່າງຊາດໃຫ້ໄດ້ເຖິງ 6 ລ້ານຄົນໃນປີ 2020 ດັ່ງກ່າວ.

ເຈົ້າໜ້າທີ່ຂັ້ນສູງຂອງລາວ ຢືນຢັນວ່າ ເພື່ອເຮັດໃຫ້ສາມາດບັນລຸເປົ້າໝາຍດັ່ງກ່າວ ທາງການລາວກໍໄດ້ວາງແຜນການພັດທະນາໃນ 3 ໜ້າວຽກດ້ວຍກັນ ກໍຄືການຄຸ້ມຄອງ ການທ່ອງທ່ຽວ ການໂຄສະນາການທ່ອງທ່ຽວ ການພັດທະນາແຫລ່ງທ່ອງທ່ຽວ ແລະ ສະຖານບໍລິການຕ່າງໆ ທີ່ມີຄວາມສະດວກສະບາຍ ຢ່າງຄົບຊຸດ ແລະ ຮັບປະກັນຄວາມ ປອດໄພ ໃຫ້ກັບນັກທ່ອງທ່ຽວໃຫ້ໄດ້ຢ່າງຄັກແນ່ ຊຶ່ງກໍຮວມເຖິງການມີບ່ອນພັກເຊົາ ສຳລັບນັກທ່ອງທ່ຽວຊາວຕ່າງຊາດຢ່າງພຽງພໍ ກັບຄວາມຕ້ອງການທີ່ເພີ່ມຂຶ້ນດ້ວຍ.

ທັງນີ້ ໂດຍພາກທຸລະກິດບໍລິການ ແລະ ທ່ອງທ່ຽວໃນລາວ ມີໂຮງແຮມ ແລະ ບ້ານພັກ ທັງໝົດ 1,926 ແຫ່ງ ທີ່ມີຈຳນວນຫ້ອງພັກລວມກັນ 32,960 ຫ້ອງ ໃນປີ 2011 ແລະ ເພີ່ມຂຶ້ນເປັນ 2,426 ແຫ່ງ ມີຈຳນວນຫ້ອງພັກ ລວມ 44,600 ກວ່າຫ້ອງ ໃນປີ 2015 ແລະ ຄາດວ່າ ຈະເພີ່ມຂຶ້ນເປັນ 50,000 ຫ້ອງໃນປີ 2016 ນີ້.

ໂດຍການມີຈຳນວນຫ້ອງພັກເພີ່ມຂຶ້ນດັ່ງກ່າວນີ້ ຍັງເຮັດໃຫ້ພາກທຸລະກິດ ບໍລິການ ແລະ ການທ່ອງທ່ຽວໃນລາວ ສາມາດຮອງຮັບນັກທ່ອງທ່ຽວ ຊາວຕ່າງຊາດໄດ້ເພີ່ມຂຶ້ນ ທຸກປີ ອີກດ້ວຍ ກໍຄືຈາກ 2 ລ້ານ 7 ແສນກວ່າຄົນ ໃນປີ 2011 ເປັນ 4 ລ້ານ 1 ແສນກວ່າຄົນ ໃນປີ 2014 ແລະ ຫຼາຍກວ່າ 4 ລ້ານ 3 ແສນຄົນ ໃນປີ 2015 ທັງຍັງເຮັດໃຫ້ພາກ ທຸລະກິດບໍລິການຂອງລາວ ມີລາຍຮັບເພີ່ມຂຶ້ນຈາກ 400 ລ້ານໂດລາ ໃນປີ 2011 ແລະ 560 ລ້ານໃນປີ 2014 ເປັນຫຼາຍກວ່າ 670 ລ້ານໃນປີ 2015 ອີກດ້ວຍ.

ພ້ອມກັນນີ້ ຈຳນວນນັກທ່ອງທ່ຽວຊາວຕ່າງຊາດ ແລະລາຍຮັບດັ່ງກ່າວ ຍັງຖື ເປັນ ສະພາວະທີ່ເພີ່ມຂຶ້ນຈາກປີ 2012 ໃນອັດຕາສະເລ່ຍເຖິງ 60 ເປີເຊັນ ແລະ 65 ເປີເຊັນ ຕາມລຳດັບ ຊຶ່ງເປັນຜົນຈາກການພັດທະນາ ໃນຫຼາຍດ້ານ ເພື່ອອຳນວຍ ຄວາມສະດວກ ໃຫ້ແກ່ນັກທ່ອງທ່ຽວ ເຊັ່ນ ຮ້ານອາຫານ ການບໍລິການຂົນສົ່ງ ແລະ ການບໍລິການນຳທ່ຽວ ດັ່ງຈະເຫັນໄດ້ຈາກການ ທີ່ລາວ ມີບໍລິສັດທ່ອງທ່ຽວຫຼາຍກວ່າ 340 ລາຍ ໃນປັດຈຸບັນນີ້.

XS
SM
MD
LG