ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ດາວທຽມດວງທຳອິດ ຂອງ ລາວ ພ້ອມທີ່ຈະສົ່ງຂຶ້ນ ສູ່ວົງໂຄຈອນ ໃນ​ທ້າຍ​ປີ 2015


ບໍລິສັດ​ຈີນ​ ຜູ້​ສ້າງ​ດາວ​ທຽມ​ດວງ​ທຳ​ອິດ​ ໃຫ້​ລາວ​ ປະກາດ​
ຄວາມ​ພ້ອມ​ ທີ່​ຈະ​ສົ່ງ​ ດາວ​ທຽມ​ຂຶ້ນ ​ໄປ​ສູ່​ວົງ​ໂຄຈອນ​ ໃນ
ໂອ​ກາດ​ສະ​ເຫຼີມສະຫຼອງ ວັນ​ຄົບຮອບ 40 ປີ​ ຂອງ ສປປ
ລາວ ​ໃນ​ທ້າຍ ​ປີ 2015.




ກະ​ຊວງ​ໄປສະນີ​ແລະ​ໂທລະ​ຄົມມະນາຄົມ ລາຍ​ງານ​ວ່າການ​ສ້າງ​ດາວ​ທຽມ​ດວງທຳອິດຂອງ
​ລາວ​ ທີ່​ດຳ​ເນີນ​ການໂດຍ​ ບໍລິ​ສັດ China Asia-Pacific Mobile Telecommunications
Satellite ຈຳກັດ​ ໃນປະເທດ​ຈີ​ນ​ ໄດ້​ມີ​ຄວາມ​ຄືບ​ໜ້າຕາມແຜນການ​ທີ່​ວາງ​ໄວ້​ໃນ​ທຸກ​ດ້ານ ​ໂດຍ
ຫ​ລ້າ​ສຸດ ບໍລິສັດຈີນ​ ກໍ​ໄດ້​ໃຫ້ການ​ຢືນຢັນ​ວ່າ ຈະສາມາດ​ສ້າງດາວ​ທຽມດວງ​ທຳ​ອິດ​ຂອງ​ລາວ​
ໃຫ້​ແລ້​ວສຳ​ເລັດ ​ແລະສົ່ງ​ຂຶ້ນສູ່ວົງໂຄຈອນ​ໄດ້ ໃນໂອກາດສະເຫຼີມສະຫຼອງການ​ສະຖາ
ປະນາ
ສປປ ລາວ ຄົບຮອບ 40 ປີ​ ໃນ​ປີ 2015 ຢ່າງ ແນ່ນອນ.

​ໂດຍການ​ປະກາດ​ດັ່ງກ່າວນີ້​ ຂອງ​ບໍລິສັດ​ຈີນ​ ກໍ​ນັບ​ວ່າ​ ສອດ​ຄ້ອງ​ກັນ​ກັບ​ ການ​ໃຫ້ການ​
ຂອງ​ ທ່ານ ສົມ​ສະຫວາດ ​ເລັ່ງສະຫວັດ ຮອງ​ນາ​ຍົກ​ລັດຖະມົນ​ຕີ ຜູ້​ຊີ້​ນຳ​ວຽກ​ງານ​ດ້ານ ​
ເສດຖະກິດ ຂອງ​ລັດຖະບານ​ລາວ ຊຶ່ງ​ໄດ້​ເດີ​ນທາງ​ໄປ​ກວດ​ເບິ່ງ​ ຄວາມ​ຄື​ບໜ້າ​ຂອງ​
ການສ້າງ​ດາວ​ທຽມ​ດວງ​ທຳ​ອິດ​ຂອງ​ລາວ​ ຢູ່​ຈີນ​ ເມື່ອ​ປີ​ກາຍ ​ໃນ​ໂອກາດ​ດຽວ​ກັບການ​
ເດີ​ນທາງ​ໄປຢ້ຽມຢາມປະ​ເທດ​ຈີນ ຢ່າງ​ເປັນ​ທາງ​ການ​ຂອງ ທ່ານຈຸມມະ​ລີ ໄຊ​ຍະ​ສອນ
ປະ​ທານປະ​ເທດ​ລາວ ດັ່ງ​ທີ່ ​ທ່ານ​ ສົມ​ສະຫວາດ ​ໄດ້​ກ່າວ​ຕໍ່ ວີ​ໂອ​ເອ ວ່າ:

“ຕາມ​ແຜນການ​ ທີ່​ວາງ​ໄວ້ ດາວ​ທຽມ​ດວງ​ນີ້​ນິ ຈະ​ໄດ້​ສົ່ງ​ຂຶ້ນ​ ເພື່ອ​ສະຫຼອງ
ສປປ ລາວ 40 ປີ ຂ້າພະ​ເຈົ້າ​ ໄດ້​ຕິດຕາມ​ ປະ​ທານ​ປະ​ເທດ​ ໄປ​ຢາມ​ບ່ອນ​
ທີ່​ເຂົາ​ກຽມ​ ອັນ​ໂຕ​ດາວ​ທຽມ​ຫັ້ນ​ແຫຼະ ກັບ​ລູກ​ສອນ​ໄຟ ​ເຂົາ​ກະ​ຢືນຢັນ​ກັບ​
ຜູ້ນຳ​ເດ້ວ່າ ແມ່ນ​ຈະ​ຖື​ວ່າ​ເປັນ​ເຫດການ​ ປະຫວັດສາດ​ທີ່​ສົ່ງ​ຂຶ້ນ​ ໃນ​ເວລາ​ນັ້ນ.”


ການ​ສ້າງ​ແລະ​ສົ່ງ​ ດາວ​ທຽມ​ດວງ​ທຳ​ອິດ​ ຂອງ​ລາວ​ ຂຶ້ນສູ່​ວົງ​ໂຄຈອນ​ ດັ່ງກ່າວ​ຖື​ເປັນ​
ພາກ​ສ່ວນ​ໜຶ່ງ​ ຂອງ​ການ​ຮ່ວມ​ມື​ ໃນ​ການ​ພັດທະນາ​ ເທັ​ກ​ໂນ​ໂລຈີ ດ້ານ​ຂໍ້​ມູນ​ຂ່າວສານ​
ລະຫວ່າງ​ລັດຖະບານ​ລາວ ກັບ ຈີນ​ ທີ່​ໄດ້​ລົງ​ນາມ​ຮ່ວມ​ກັນ​ໃນ​ປີ 2011 ຊຶ່ງ​ລັດຖະບານ
​ຈີນ ​ໄດ້​ຕົກລົງ​ ໃຫ້​ເງິນ​ກູ້​ ແກ່​ລັດ​ຖະບານ​ລາວ​ໃນ​ມູນ​ຄ່າ 254 ລ້ານ​ໂດ​ລ່າ ສຳລັບ​ເປັນ​
ຄ່າ​ຈ້າງບໍລິສັດ​ຈີນ ​ໃນ​ການ​ສ້າງ​ແລະ​ສົ່ງດາວ​ທຽມ​ດວງທຳ​ອິດ ຂຶ້ນສູ່ວົງໂຄຈອນດັ່ງກ່າວ.

ໂດຍ​ດາວ​ທຽດວງ​ທຳ​ອິດ​ ຂອງ​ລາວ​ ຈະ​ປະກອບດ້ວຍ 22 ຊ່ອງ​ສັນຍານ ທີ່​ນຳ​ໃຊ້​ເພື່ອ
​ການຮັບ​ສົ່ງ​ຂໍ້​ມູນ​ຂ່າວສານ ​ທີ່​ທັນ​ສະ​ໄໝ​ ລະຫວ່າງປະຊາຊົນລາວ​ດ້ວຍ​ກັນ​ ແລະ​ກັບ
​ຊາວ​ຕ່າງຊາດ​ ໂດຍ​ສະ​ເພາະ​ແມ່ນ​ໃນ​ດ້ານ​ການ​ພັດທະນາການ​ຜະລິດ​ສິນຄ້າ ການ​
ຂະຫ​ຍາຍຕະຫຼາດຕ່າງປະ​ເທດ​ ສຳລັບ​ສິນ​ຄ້າ​ລາວ​ແລະ​ການດຶງດູດ​ເອົາ​ ການ​ລົງທຶນ​
ຈາກ​ຕ່າງປະ​ເທດ​ ​ເຂົ້າໄປໃນ​ລາວ​ ເພີ້​ມຂຶ້ນນັບ​ມື້ນັ້ນ ຖື​ເປັນເປົ້າໝາຍບູລິ​ມະ​ສິດ​ຂອງ​
ລັດຖະບານ​ລາວ ​ໃນ​ການ​ລົງທຶນ​ສ້າງດາວ​ທຽມ ​ດວງທຳ​ອິດ​ນີ້.

ນອກຈາກ​ນັ້ນ ລັດຖະບານ​ລາວ​ຍັງ​ມີ​ແຜນການ ​ທີ່​ຈະ​ສ້າງ​ດາວ​ທຽມ​ ດວງ​ທີ 2 ເພື່ອ​ໃຫ້​
ຄົບ​ຖ້ວນ ຕາມ​ທີ່ໄດ້​ຮັບ​ສິດ​ ຈາກ​ອົງການ​ດາວ​ທຽມ​ສາກົນ​ ອີກ​ດ້ວຍ. ຫາກ​ແຕ່​ວ່າ​ສຳລັບ​
ການ​ສ້າງ​ດາວ​ທຽມ​ ດວງ​ທີ 2 ຈະ​ແຕກ​ຕ່າງ​ກັບ​ດາວ​ທຽມ​ດວງ​ທຳ​ອິດ​ ທີ່​ລົງທຶນ​ໂດຍລັດ
ຖະບານ​ລາວ​ ທັງ 100 ​ເປີ​ເຊັນ ດ້ວຍ​ການ​ກູ້​ຢືມ​ເງິນ​ຈາກລັດຖະບານ​ຈີນ​ ດັ່ງກ່າວ.

ທັງ​ນີ້​ ໂດຍ​ມີ​ລາຍ​ງານ​ວ່າ ການ​ສ້າງ​ດາວ​ທຽມ ​ດວງ​ທີ 2 ຈະ​ເປັນການ​ຮ່ວມ​ທຶນລະຫວ່າງ
ທາງ​ການ​ລາວ​ ກັບ​ບໍລິສັດເອກະ​ຊົນ​ຈີນ ຊຶ່ງ​ຄາດໝາຍ​ວ່າ​ຈະ​ຕ້ອງ​ໃຊ້​ເງິນ​ລົງທຶນ​ ໃນມູນ​
ຄ່າເຖິງ 960 ລ້ານໂດ​ລ່າ ​ເນື່ອງ​ຈາກ​ວ່າ​ເປັນ​ດາວ​ທຽມ ​ທີ່​ມີ​ເຖິງ 36 ຊ່ອງ​ສັນຍານ​ໃນ​
ການ​ຮັບ​ສົ່ງສັນຍານ ໂທ​ລະ​ພາບແລະໂທລະສັບ ຈຶ່ງ​ຕ້ອງ​ໃຊ້​ເງິນ​ລົງທຶນ​ສູງ​ກວ່າ​ດາວທຽມ​
ດວງ​ທຳ​ອິດ.

ເພາະສະນັ້ນ ດ້ວຍ​ເຫດ​ທີ່​ຕ້ອງ​ໃຊ້​ເງິນ​ລົງ​ທຶນ​ສູງ​ດັ່ງກ່າວ​ ຈຶ່ງ​ເຮັດ​ໃຫ້​ເປົ້າໝາຍໃນ​ການ​
ສ້າງ​ດາວ​ທຽມ​ ດວງ​ທີ 2 ຂອງ​ລາວ​ ຈະເປັນ​ໄປ​ເພື່ອ​ການ​ຄ້າເປັນ​ດ້ານຫຼັກ ຊຶ່ງ​ກໍ​ໝາຍ
ຄວາມ​ວ່າ ການ​ລົງທຶນ​ສ່ວນ​ໃຫຍ່​ ແລະ​ການ​ດຳ​ເນີນ​ທຸລະ​ກິດ​ນັ້ນ ຈະ​ເປັນບົດບາດຂອງ​
ບໍລິສັດຈີນ​ ນັ້ນ​ເອງ ​ໂດຍ​ຈາກ​ລາຍ​ງານ​ເບື້ອງຕົ້ນ ກໍ​ໄດ້​ລະບຸ​ວ່າ​ ບໍລິສັດ Chengdu
Linhai Electronics ຈາກ​ຈີນ​ ຈະ​ລົງທຶນໃນ​ສັດສ່ວນ 70 ​ເປີ​ເຊັນ ທາງ​ດ້ານ​ລັດ​ຖະບານ
​ລາວ​ ກໍ​ຈະ​ຮ່ວມລົງທຶນ​ໃນສັດ​ສ່ວນ 30 ​ເປີ​ເຊັນຂອງ​ມູນ​ຄ່າ​ການ​ລົງທຶນ​ທັງ​ໝົດດັ່ງກ່າວ.
XS
SM
MD
LG