ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ພະນັກງານ ເກົາຫລີໃຕ້ ຈຸສຸດທ້າຍ ຖອນອອກ ຈາກເຂດ Keasong (ວີດີໂອ)


ພະນັກງານເກົາຫລີໃຕ້ ກໍາລັງຍົກຍ້າຍອອກຈາກ ເຂດອຸດສາຫະກໍາຮ່ວມ Keasong
ພະນັກງານເກົາຫລີໃຕ້ ກໍາລັງຍົກຍ້າຍອອກຈາກ ເຂດອຸດສາຫະກໍາຮ່ວມ Keasong
ເກົາຫລີ​ໃຕ້ ກ່າວ​ວ່າ ຕົນ​ກໍາລັງ​ຕຽມ​ຖອນ​ບັນດາ​ພະນັກງານ​ທັງ
​ໝົດ​ອອກ​ຈາກ ເຂດ​ອຸສາ​ຫະກໍາ​ຮ່ວມ ທີ່​ໄດ້​ປະຕິບັດ​ງານ​ຮ່ວມ
ກັນກັບ ​ເກົາຫລີ​ເໜືອ ຊຶ່ງ​ເປັນການເຄື່ອນ​ໄຫວທີ່​ຈະ​ເຮັດ​ໃຫ້ການ
​ຕິດຕໍ່​ກັນ​ຈົບ​ລົງ​ຢ່າງ​ສະຫງົບ ລະຫວ່າງ​ຄວາມ​ຂົມ​ຂື່ນ​ລະຫວ່າງ
ຄູ່​ປໍ​ລະ​ປັກ​ຢູ່ໃນແຫລມ​ເກົາຫລີນັ້ນ.

ໂຄສົກ​ເກົາຫລີ​ໃຕ້​ ຂອງ​ກະຊວງ​ຮ່ວມ​ຊາດ ກ່າວ​ວ່າ ພະນັກງານ
50 ຄົນ​ທີ່ຍັງ​ຕົກ​ຄ້າງ​ຢູ່ໃນເຂດ​ອຸສາ​ຫະກໍາ​ຮ່ວມ Keasong ກໍາ
ລັງ​ຈະ​ກັບ​ຄືນບ້ານ​ໃນ​ຕອນ​ເຊົ້າ​ວັນ​ຈັນ​ມື້​ນີ້ ເຖິງ​ແມ່ນ​ວ່າ ​ເກົາຫລີ​
ເໜືອ ຍັງ​ບໍ່​ທັນ​ໄດ້​ຮັບ​ຮູ້ກໍ​ຕາມ. ກຸງ​ໂຊ​ລ​ໄດ້​ປະກາດ​ວັນ​ສຸກແລ້ວ​
ນີ້ວ່າ ​ຕົນຈະ​ໄດ້​ຍົກຍ້າຍ​ບັນດາ​ພະນັກງານ​ ກຸ່ມ​ສຸດ​ທ້າຍທີ່​ຍັງຕົກ​
ຄ້າງ​ຢູ່​ນັ້ນ ຈາກ Keasong ຫລັງ​ຈາກ​ພຽງ​ຢາງ ​ໄດ້​ປະຕິ​ເສດຕໍ່​ຂໍ້​
ສະ​ເໜີເຈລະຈາເປີດເຂດ​ອຸສາ​ຫະກໍາ​ຮ່ວມ​ຄືນ​ໃໝ່.

ຊາວເກົາຫລີ​ໃຕ້ຫລາຍ​ກວ່າ 100 ຄົນ ​ທີ່ເປັນ​ເຈົ້າ​ຂອງ​ໂຮງງານ​ອຸດ
ສາ​ຫະກໍາ ມີ​ພະນັກງານ​ເກົາຫລີ​ເໜືອຢູ່ 53 ພັນ​ຄົນ​ທີ່ Keasong
ນັບ​ຕັ້ງ​ແຕ່​ປີ 2004 ​ເປັນ​ຕົ້ນ​ມາ​. ​

ແຕ່ວ່າ ​ເກົາຫລີ​ເໜືອ ​ໄດ້​ຖອນ​ພະນັກງານໄປ​ແລ້ວໃນ​ຕົ້ນ​ເດືອນ​ນີ້ອັນ​ເປັນ​ພາກສ່ວນ​ປະ​ຕິ​ກິຍາ​
ໃຈ​ຮ້າຍຂອງ​ຕົນຕໍ່ ການ​ຂະຫຍາຍ​ການ​ລົງ​ໂທດຂອງ ສະຫະ​ປະຊາ​ຊາດຕິດຕາມ​ມາດ້ວຍ ການ​
ທົດ​ລອງ​ນິວ​ເຄລຍ ຂອງ​ເກົາຫຼີ​ເໜືອໃນ​ເດືອນ​ກູ​ມພາ​ທີ່​ຜ່ານ​ມາ.

korea
please wait
Embed

No media source currently available

0:00 0:01:44 0:00
XS
SM
MD
LG