ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ສະຫະລັດ ບໍ່ເຫັນດີກັບ ຄູ່ຮ່ວມກຸ່ມ ປະເທດ G-7 ກ່ຽວກັບ ສະພາບອາກາດປ່ຽນແປງ


ປະທານາທິບໍດີ ດໍໂນລ ທຣຳ ແລະ ສະຕີໝາຍເລກໜຶ່ງທ່ານ
ນາງ ເມລາເນຍ ທຣຳ ໂບກມືລາ ຢູ່ນອກເຮືອບິນ Air Force
One ກ່ອນເດີນທາງກັບນະຄອນຫຼວງ ວໍຊິງຕັນ ທີ່ຖານທັບ
ອາກາດ Sigonella ໃນເມືອງ Sicily ປະເທດ ອິຕາລີ. 27 ພຶດສະພາ, 2017.
ປະທານາທິບໍດີ ດໍໂນລ ທຣຳ ແລະ ສະຕີໝາຍເລກໜຶ່ງທ່ານ ນາງ ເມລາເນຍ ທຣຳ ໂບກມືລາ ຢູ່ນອກເຮືອບິນ Air Force One ກ່ອນເດີນທາງກັບນະຄອນຫຼວງ ວໍຊິງຕັນ ທີ່ຖານທັບ ອາກາດ Sigonella ໃນເມືອງ Sicily ປະເທດ ອິຕາລີ. 27 ພຶດສະພາ, 2017.

ໃນການເຄື່ອນໄຫວທີ່ບໍ່ເຄີຍມີມາກ່ອນນັ້ນ, ຖະແຫຼງການສະບັບໜຶ່ງຂອງກອງປະຊຸມ ສຸດຍອດກຸ່ມເຈັດປະເທດ ໄດ້ພະຍາຍາມສ້າງຕຳແໜ່ງພິເສດຈຸດໜຶ່ງໃຫ້ແກ່ ສະຫະລັດ ເພື່ອແຍກກັບປະເທດຄູ່ຮ່ວມ ຂອງພວກເຂົາເຈົ້າ ກ່ຽວກັບ ບັນຫາທີ່ສຳຄັນ.

ໃນຖະແຫຼງການສະບັບສຸດທ້າຍທີ່ມີຂະໜາດນ້ອຍລົງນັ້ນ, ບັນດາປະ ເທດ G-7 ທຸກ
ປະເທດ, ຍົກເວັ້ນ ສະຫະລັດ, ໄດ້ໃຫ້ຄຳສັນຍາ ຕໍ່ການ ປະຕິບັດການເພື່ອຫຼຸດຜ່ອນ ສະພາບອາກາດປ່ຽນແປງ.

ຖະແຫຼງການອ່ານວ່າ “ສະຫະລັດ ອາເມຣິກາ ກຳລັງຢູ່ໃນຂັ້ນຕອນຂອງການທົບ
ທວນນະໂຍບາຍຂອງພວກເຂົາເຈົ້າ ກ່ຽວກັບ ສະພາບອາກາດປ່ຽນແປງ ແລະ ຂໍ້
ຕົກລົງ ປາຣີ ແລະ ດ້ວຍເຫດນີ້ແມ່ນ ບໍ່ສາມາດຮ່ວມຕົກລົງ ກ່ຽວກັບ ຫົວຂໍ້ດັ່ງກ່າວ
ນີ້ໄດ້, ການຕົກລົງຮ່ວມ ກັນໃນຂະບວນການນີ້, ບັນດາຜູ້ນຳປະເທດ ແລະ ລັດຖະ
ບານຈາກ ປະເທດ ການາດາ, ຝຣັ່ງ, ເຢຍຣະມັນ, ອິຕາລີ, ຍີ່ປຸ່ນ ແລະ ສະຫະລາດ
ຊະອານາຈັກ ອັງກິດ ແລະ ບັນດາປະທານແຫ່ງສະພາ ຢູໂຣບ ແລະ ຄະນະກຳມາ
ທິການ ຢູໂຣບ ໄດ້ຢືນຢັນ ຕໍ່ຄຳໝັ້ນສັນຍາຂອງ ພວກເພິ່ນ ເພື່ອປະຕິບັດຂໍ້ຕົກລົງ
ປາຣີ ຢ່າງວ່ອງໄວ.”

ອີງຕາມເອກະສານນັ້ນ, ສະຫະລັດ, ຕ້ອງການ “ເວລາເພີ່ມເຕີມ” ເພື່ອຈະຕັດສິນໃຈວ່າ ພວກເຂົາເຈົ້າຈະອອກຈາກຂໍ້ຕົກລົງເພື່ອຫຼຸດຜ່ອນ ການປ່ອຍແກ໊ສຄວັນພິດທີ່ມີຄວາມ
ສຳຄັນນີ້ ຫຼື ບໍ່ ເຊິ່ງໄດ້ມີການ ຕົກລົງເຫັນພ້ອມກັນໂດຍບັນດາຜູ້ແທນຈາກ 195 ປະ
ເທດເມື່ອສອງ ປີທີ່ຜ່ານມາ.

ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ໄດ້ຂຽນຂໍ້ຄວາມໃນ Twitter ສ່ວນຕົວ ຂອງທ່ານຈາກເມືອງ Sicily, ກ່ອນເດີນທາງກັບຄືນມາຍັງນະຄອນຫຼວງ ວໍໍຊິງຕັນ ໃນ ວັນເສົາວານນີ້ວ່າ “ຂ້າພະເຈົ້າຈະທຳການ ຕັດສິນໃຈຄັ້ງສຸດທ້າຍ ກ່ຽວກັບ ຂໍ້ຕົກລົງ
ປາຣີ ໃນສັບປະດາໜ້າ.”

ປະທານາທິບໍດີ ຝຣັ່ງ ທ່ານ Emmanuel Macron ໄດ້ກ່າວຕໍ່ບັນ ດານັກຂ່າວວ່າ “ຂ້າ ພະເຈົ້າໄດ້ກ່າວຕໍ່ທ່ານ ດໍໂນລ ທຣຳ ວ່າ ມັນມີ ຄວາມສຳຄັນຫຼາຍ ທີ່ ສະຫະລັດ ຈະ ຍັງຄົງມີພັນທະໃນຂໍ້ຕົກລົງເລື່ອງສະພາບ ອາກາດປ່ຽນແປງ ປາຣີ ຢ່າງເຕັມສ່ວນ.”

ນາຍົກລັດຖະມົນຕີ ເຢຍຣະມັນ ທ່ານນາງ Angela Merkel ໄດ້ ກ່າວວ່າ ຂໍ້ຕົກລົງສະ ພາບອາກາດແມ່ນມີຄວາມສຳຄັນຢ່າງຍິ່ງ ມັນບໍ່ຄວນມີການຜ່ອນສັ້ນຜ່ອນຍາວໃດໆ
ກ່ຽວກັບ ເລື່ອງນີ້.

ຜູ້ນຳ ເຢຍຣະມັນ ໄດ້ກ່າວຕໍ່ບັນດານັກຂ່າວວ່າ “ການປຶກສາຫາລືທັງ ໝົດ ກ່ຽວກັບ ສະ
ພາບອາກາດແມ່ນຫຍຸ້ງຍາກຫຼາຍ, ຖ້າບໍ່ຢາກເວົ້າວ່າມັນ ບໍ່ເປັນທີ່ບໍ່ເພິ່ງພໍໃຈທີ່ສຸດ.”
ມັນບໍ່ມີສິ່ງໃດທີ່ຈະລະບຸໃຫ້ເຫັນໄດ້ວ່າ ສະຫະລັດ ຍັງຈະຢູ່ໃນຂໍ້ຕົກລົງ ປາຣີຕໍ່ໄປ ຫຼື ບໍ່.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG